ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ລົ້ມແຫຼວ ໃນການເພີ້ມງົບປະມານ ທີ່ກະທັດຮັດ ເຂົ້າໃນຊຸດການຊ່ວຍເຫຼືອ


ແຟ້ມພາບ - ປະທານາທິບໍດີປາລາອູ ທ່ານ ຊູຣານແຈລ ວິບສ໌ ຈູເນຍ (Surangel Whipps Jr.) ກ່າວປາໄສ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 78, ວັນທີ 19 ກັນຍາ 2023 ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ.
ແຟ້ມພາບ - ປະທານາທິບໍດີປາລາອູ ທ່ານ ຊູຣານແຈລ ວິບສ໌ ຈູເນຍ (Surangel Whipps Jr.) ກ່າວປາໄສ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 78, ວັນທີ 19 ກັນຍາ 2023 ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ.

ຄວາມ​ພະຍາຍາມ​ສອງ​ຝ່າຍ​ໃນ​ນາທີ​ສຸດ​ທ້າຍ ເພື່ອ​ເພີ້ມ​ເງິນ​ທຶນ​ທີ່​ສຳຄັນທີ່​ແນ​ໃສ່​ຕອບໂຕ້​ຈີນ​ ຢູ່ໃນ​ເຂດປາຊີ​ຟິກ ​ໄດ້​ປະສົບ​ຄວາມ​ລົ້ມ​ແຫຼວ​ໃນ​ສະພາ​ສູງຂອງ​ສະຫະລັດ ​ເຖິງ​ແມ່ນ​ວ່າ​ຊຸດການ​ຊ່ວຍ​ເຫລືອ 95 ຕື້​ໂດ​ລາ​ ສຳລັບຢູ​ເຄຣນ, ອິສຣາ​ແອລ, ​ແລະ​ໄຕ້​ຫວັນ​ ຈະມີຄວາມ​ກ້າວ​ໜ້າກໍຕາມ.

ການຕໍ່ອາຍຸຂໍ້ຕົກລົງ 20 ປີທີ່ເອີ້ນວ່າ Compacts of Free Association ຫຼື COFA ໄດ້ລົງນາມໃນທ້າຍປີທີ່ຜ່ານມາ, ແຕ່ເງິນ 7 ຕື້ໂດລາ ເພື່ອເປັນງົບປະ ມານ ຍັງພົບຄວາມຫຍຸ້ງຍາກ ໃນການຊອກຫາເສັ້ນທາງທີ່ຈະກ້າວໄປຂ້າງຫນ້າ ໃນສະພາສະຫະລັດ.

ບັນດາສະມາຊິກສະພາໄດ້ພະຍາຍາມເພີ່ມເງິນທຶນສໍາລັບ COFA ເຂົ້າໃນຊຸດການຊ່ວຍເຫຼືອ ແຕ່ບໍ່ມີການພິຈາລະນາການແກ້ໄຂຕໍ່ນິຕິກໍາດັ່ງກ່າວ ກ່ອນການຮັບຮອງເອົາ ໃນຕອນເຊົ້າວັນອັງຄານວານນີ້.

ຄວາມອຸກອັ່ງໃຈກ່ຽວກັບຄວາມຫຼ້າຊ້າໃນການຜ່ານງົບປະມານແມ່ນເພີ່ມຂຶ້ນໃນສາມລັດທີ່ມີຂໍ້ຕົກລົງຮ່ວມກັນ ຄື: ປາລາອູ (Palau), ໄມໂກຣເນເຊຍ (Micronesia) ແລະຫມູ່ເກາະ ມາໂຊ (Marshall).

"ທຸກໆມື້ ມັນບໍ່ໄດ້ຮັບການອະນຸມັດໃຫ້ເຂົ້າໄປສ້າງຄວາມກ້າວໜ້າໃຫ້ກັບເປົ້າໝາຍຂອງ CCP ຫຼືພັກກອມມູນິດຈີນ ແລະຜູ້ນໍາຢູ່ທີ່ນີ້ (ບາງຄົນ ໄດ້ເຮັດທຸລະກິດກັບ ສປ ຈີນ ຫຼື PRC) ຜູ້ທີ່ຕ້ອງການທີ່ຈະຮັບເອົາຂໍ້ສະເຫນີທາງດ້ານເສດຖະກິດທີ່ໜ້າດຶງດູດໃຈ - ໂດຍຍອມແລກກັບການ​ປ່ຽນ​ແປງ​ພັນທະ​ມິດ, ​ໂດຍເລີ່​ມຕົ້ນ​ຈາກ​ການ​ເສຍ​ສະລະ​ໄຕ້​ຫວັນ,” ປະທານາທິບໍດີຂອງປາລາອູ ທ່ານ ຊູຣັນແອງເຈລ ວິປສ໌ ເຈອາ (Surangel Whipps Jr.), ​ຂຽນໃນ​ຈົດໝາຍ​ທີ່ VOA ​ໄດ້​ຮັບ ​ແລະຖືກສົ່ງ​ເຖິງ​ສະມາຊິກ​ສະພາ​ສູງ​ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG