ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຄາດໝາຍວ່າ ສະພາສູງ ຈະບໍ່ຮັບເອົາ ຄຳປະກາດ ພາວະສຸກເສີນແຫ່ງຊາດ ຂອງ ປະທານາທິບໍດີທຣຳ


ຜູ້ນຳສຽງສ່ວນໜ້ອຍໃນສະພາສູງ ທ່ານ Chuck Schumer ຈາກນິວຢັອກ ກ່າວຄຳປາໄສຕໍ່ພວກນັກຂ່າວທີ່ລັດຖະສະພາ ໃນນະຄອນຫລວງວໍຊິງຕັນ.
ຜູ້ນຳສຽງສ່ວນໜ້ອຍໃນສະພາສູງ ທ່ານ Chuck Schumer ຈາກນິວຢັອກ ກ່າວຄຳປາໄສຕໍ່ພວກນັກຂ່າວທີ່ລັດຖະສະພາ ໃນນະຄອນຫລວງວໍຊິງຕັນ.

ມີການຄາດວ່າ ສະພາສູງສະຫະລັດ ຈະສົ່ງຮ່າງກົດໝາຍ ທີ່​ປະ​ຕິ​ເສດ ໄປຫາ ປະທາ
ນາທີບໍດີ ດໍໂນລ ທຣຳໃນວັນພະຫັດມື້ນີ້ ເວລາຕົນໄດ້ລົງຄະແນນສຽງບໍ່ ຮັບຮອງເອົາ
ຄຳປະກາດພາວະສຸກເສີນແຫ່ງຊາດ ຂອງປະທານາທິບໍດີ ເພື່ອເອົາ ທຶນໄປສ້າງກຳ
ແພງເລາະຕາມຊາຍແດນສະຫະລັດ ຕິດ​ກັບເມັກຊິກໂກນັ້ນ.

ໄດ້ມີສະມາຊິກສະພາສູງພັກຣິພັບບລິກັນຈຳນວນຫຼາຍ ພາກັນເຂົ້າຮ່ວມກັບພັກ ເດໂມ
ແຄຣັດ ໃນການຄັດຄ້ານຄຳປະກາດ​ພາ​ວະສຸກເສີນດັ່ງກ່າວ ທີ່ພາກັນຄັດ ຄ້ານບໍ່ເຫັນດີ
ທັງໝົດ ໃຫ້ມາດຕະການດັ່ງກ່າວຜ່ານ ຢູ່ໃນສະພາບ່ອນທີ່ພວກຣິ ພັບບລິກັນມີສຽງລື່ນ
ໜ້ອຍດຽວ ຄື 53 ຕໍ່ 47 ສຽງນັ້ນ. ທ່ານ

ທ່ານ Chuck Schumer ຜູ້ນຳສຽງສ່ວນໜ້ອຍ ພັກເດໂມແຄຣັດ ຈາກລັດ ນິວຢອກ
ກ່າວວ່າ “ຈັ່ງແມ່ນເປັນຕາໜ່າຍ.”

ພວກຣິພັບບລິກັນຫລາຍຄົນ ໄດ້ສະແດງຄວາມບໍ່ສະບາຍໃຈອອກມາ ກ່ຽວກັບ ຄຳປະ
ກາດພາວະສຸກເສີນ ໂດຍໃຫ້ຂໍ້ສັງເກດວ່າ ລັດຖະທຳມະນູນຂອງສະຫະ ລັດ ອະນຸມັດ
ອຳນາດໃຫ້ສະພາກ່ຽວກັບເລື້ອງການໃຊ້ຈ່າຍ. ແຕ່ມີການຄາດກັນ ວ່າ ຄົນສ່ວນຫຼາຍ
ຈະພາກັນລົງຄະແນນສຽງຄັດຄ້ານ ມາດຕະການທີ່ບໍ່ເຫັນດີ ໂດຍກ່າວວ່າ ມັນມີຄວາມ
ຈຳເປັນຢ່າງຮີບດ່ວນເພື່ອຄວາມປອດໄພໃນຊາຍແດນ ທາງພາກໃຕ້ຂອງອາເມຣິກາ.

ທ່ານເຈມສ໌ ອິນໂຮເຟ ສະມາຊິກສະພາສູງຣິພັບບລິກັນ ຈາກລັດໂອກລາໂຮມາໄດ້ສົ່ງ
ທວີດເຕີ້ ອອກມາວ່າ “ຂ້າພະເຈົ້າລົງຄະແນນສຽງໄປຕາມທ່ານ ທ່ານປະ ທານາທິບໍດີ. ມັນບໍ່ມີປະເທດໃດ ທີ່ບໍ່ມີພົມແດນ.”

ສະພາຕໍ່າ ທີ່ນຳພາໂດຍພັກເດໂມແຄຣັດ ໄດ້ຮັບຜ່ານແລ້ວ ມາດຕະການດັ່ງ ກ່າວ ທີ່
ຄາດວ່າ ຈະ​ພາໃຫ້ມີການ​ໃຊ້​ສິດ​ຢັບ​ຢັ້ງ​ຫຼືວີໂຕ້​ເປັນ​ເທື່ອ​ທຳ​ອິດໂດຍປະ ທານາທິບໍດີ
ທຣຳ ຖ້າມັນຕົກໄປເຖິງໂຕະຂອງເພິ່ນ.

ທ່ານທຣຳໄດ້ສະແດງອອກມາ ຕໍ່ພວກຣິພັບບລິກັນວ່າ ພວກເຂົາເຈົ້າບໍ່ຕ້ອງເປັນ ຫ່ວງ
ກ່ຽວກັບວ່າ ຈະເປັນການເຮັດໃຫ້ມີແນວໃໝ່ບົ່ມຊ້ອນຂຶ້ນມາໄວ້ແລະໄດ້ຂຽນ ລົງໃນທວີດ
ເຕີ້ວ່າ “ພວກສະມາຊິກສະພາສູງຂອງຕົນກຳລັງຄິດທວນຄືນໃໝ່ຢູ່.”

ທ່ານກ່າວວວ່າ “ມັນເປັນເລື້ອງຄວາມປອດໄພ ຊາຍແດນທີ່ງ່າຍໆ ບໍ່ມີອາດຊະ ຍາກຳ ບໍ່ຄວນຄິດຫາແນວອື່ນ.” “ພວກເຮົາມີພາວະສຸກເສີນແຫ່ງຊາດໃຫຍ່ໆທີ່ສຳຄັນໃນຊາຍ
ແດນຂອງພວກເຮົາ ແລະປະຊາຂົນຂອງປະເທດພວກເຮົາຮູ້ດີທີ່ສຸດ.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG