ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດກັນວ່າ ສະພາສູງສະຫະລັດ ຈະອະນຸມັດໃຫ້ແຕ່ງຕັ້ງ ທ່ານນາງ ແຈັກສັນ ເຂົ້າໄປດຳລົງຕຳແໜ່ງ ໃນສານສູງສຸດ


​ທ່ານນາງເຄທານຈີ ບຣາວ ແຈັກສັນ ​ຜູ້​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເຂົ້າ​ດຳ​ລົງ​ຕຳ​ແໜ່ງໃນ​ສານ​ສູງ​ສຸດໃຫ້​ຄຳ​ສາ​ບານ ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການ​ຢູ່​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ສູງ​ສະ​ຫະ​ລັດໃນ​ວັນ​ທີ 21 ມີ​ນາ, 2022 ທີ່​ຫໍ​ລັດ​ຖະ​ສະ​ພາໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
​ທ່ານນາງເຄທານຈີ ບຣາວ ແຈັກສັນ ​ຜູ້​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເຂົ້າ​ດຳ​ລົງ​ຕຳ​ແໜ່ງໃນ​ສານ​ສູງ​ສຸດໃຫ້​ຄຳ​ສາ​ບານ ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການ​ຢູ່​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ສູງ​ສະ​ຫະ​ລັດໃນ​ວັນ​ທີ 21 ມີ​ນາ, 2022 ທີ່​ຫໍ​ລັດ​ຖະ​ສະ​ພາໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ຄາດ​ກັນ​ວ່າ ສະພາ​ສູງ​ສະຫະລັດ ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ອະນຸມັດ​ການ​ແຕ່ງ​ຕັ້ງ ​ໃຫ້​ທ່ານນາງເຄທານຈີ ບຣາວ ແຈັກສັນ ​ໃຫ້​ເຂົ້າ​ດຳ​ລົງ​ຕຳ​ແໜ່ງໃນ​ສານ​ສູງ​ສຸດ.

ຜູ້​ນຳ​ສຽງ​ສ່ວນ​ຫລາຍ​ຂອງ​ສະ​ພາ​ສູງ, ທ່ານຈ​ຊັກ ຊຸມ​ເມີ (Chuck Schumer) ກ່າວ​ໃນ​ຕອນ​ແລງ​ວັນ​ພຸດ​ວານນີ້​ວ່າ ສະ​ມາ​ຊິກ​ສະ​ພາ​ສູງ​ມີ​ກຳ​ນົດ​ຈະ​ຈັດ​ການ​ລົງ​ຄະ​ແນນ​ສຽງຂັ້ນ​ສຸດ​ທ້າຍ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ມື້ນີ້.

ພວກ​ສັງ​ກັດພັກເດໂມແຄຣັດເປັນ​ຜູ້​ມີ​ສິດ​ໄດ້​ຮັບຄະແນນສຽງສ່ວນຫລາຍຖ້າຫາກ​ຜົນ​ການ​ລົງ​ຄະ​ແນນ​ສະ​ເໝີ​ກັນ ຢູ່ໃນສະພາສູງທີ່ມີສະມາຊິກ 100 ຄົນນັ້ນແລະ ມີສະມາຊິກສະພາສູງຈາກພັກຣີພັບບລີກັນ ສາມຄົນຄື: ສະມາຊິກສະພາສູງ ຊູ​ແຊນ ຄ​ອ​ລລິນ​ສ໌ (Susan Collins), ລີ​ຊາ ເມີ​ຄ​າວສ​ກີ (Lisa Murkowski) ແລະມິດ ຣອມ​ນີ (Mitt Romney) - ທີ່ລ້ວນແລ້ວແຕ່ເວົ້າວ່າ ພວກເພິ່ນຈະລົງຄະແນນສຽງ ຮັບຮອງເອົາການແຕ່ງຕັ້ງ ທ່ານ​ນາງແຈັກ​ສັນ.

ຜູ້ພິພາກສາສານອຸທອນຂອງລັດຖະບານກາງ, ອາຍຸ 51 ປີ ຄົນ​ນີ້ ຈະເປັນແມ່ ຍິງຜິວດຳຄົນທຳອິດ ທີ່ຮັບໃຊ້ໃນສານ​ສູງ​ສຸດ ແລະເປັນຜູ້ພິພາກສາຄົນຜິວດຳ ຄົນທີ 3 ໃນປະຫວັດສາດ ຂອງສານດັ່ງ​ກ່າວ.

ທ່ານນາງ​ຍັງ​ຈະ​ເຂົ້າໄປ​ເຮັດ​ວຽກ ​ຮ່ວມ​ກັບ​ແມ່ຍິງ​ສາມ​ຄົນ ​ທີ່​ກຳ​ລັງຮັບ​ໃຊ້ຢູ່​ໃນ​ຂະນະ​ນີ້ ຄື​ຜູ້​ພິພາກສາໂຊ​ເນຍ ໂຊ​ໂຕ​ເມ​ເຢີ (Sonia Sotomayor), ອີ​ເລ​ນາ ຄາ​ແກນ (Elena Kagan) ​ແລະເອມ​ມີ ຄອນ​ນີ ບາ​ແຣັດ (Amy Coney Barrett) ​ຊຶ່ງ​ເຮັດ​ໃຫ້ເປັນ​ເທື່ອ​ທຳ​ອິດທີ່​ສານສູງ​ສຸດມີ​ຜູ້ຍິງ 4 ຄົນດຳ​ລົງ​ຕຳ​
ແໜ່ງ​ພ້ອມ​ກັນ​.

ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນໄດ້​ສະ​ເໜີແຕ່ງ​ຕັ້ງ​ໃຫ້ທ່ານ​ນາງແຈັກ​ສັນ ໄປ​ຮັບ​ຕຳ ​ແໜ່ງ ແທນ​ໃຫ້​ຜູ້​ພິ​ພາກ​ສາສ​ເຕັ​ຟ​ເຟັນ ເບ​ຣ​ເຢີ (Stephen Breyer) ທີ່​ກຳ​ລັງ​ຈະ​ອອກ​ກິນ​ເບ້ຍ​ບຳ​ນານນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG