ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ສະພາສູງ ພັກເດໂມແຄຣັດ ກຽມຮ່າງກົດໝາຍ ຄວບຄຸມການຊື້ປືນ


ສະມາຊິກສະພາສູງ Tim Kaine ສັງກັດພັກເດໂມແຄຣັດ ຈາກລັດເວີຈີເນຍ.
ສະມາຊິກສະພາສູງ Tim Kaine ສັງກັດພັກເດໂມແຄຣັດ ຈາກລັດເວີຈີເນຍ.

ບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດພວມກະກຽມ
ຮ່າງກົດໝາຍສະບັບນຶ່ງເພື່ອຮັບມືກັບການກໍ່ຄວາມຮຸນແຮງດ້ວຍ
ອາວຸດປືນລຸນຫຼັງການຍິງສັງຫານ ໃນສັບປະດາແລ້ວ ທີ່ວິທະຍາ
ໄລຊຸມຊົນໃນລັດ Oregon.

ທີ່ກອງປະຊຸມຖະແຫຼງຂ່າວໃນວັນພະຫັດວານນີ້ພວກຜູ້ນຳຂອງ
ພັກເດໂມແຄຣັດຮຽກຮ້ອງໃຫ້ອຸດຕັນຊ່ອງຫວ່າງທີ່ອະນຸຍາດໃຫ້
ຜູ້ຊື້ສາມາດຊື້ປືນໄດ້ທາງອິນເຕີແນັດແລະຢູ່ບ່ອນສະແດງອາວຸດ ປືນໂດຍບໍ່ຕ້ອງມີການກວດກາປະຫວັດ.

ສະມາຊິກສະພາສູງ Richard Bluimenthal ທີ່ສັງກັດພັກເດໂມ
ແຄຣັດຈາກ ລັດ Connecticut ກ່າວວ່າ “ພວກເຄາະຮ້າຍແລະຄອບຄົວເຂົາເຈົ້າຄວນຈະ
ໄດ້ຮັບດີກວ່າລັດຖະສະພາທີ່ບໍ່ໃຫ້ຄວາມສົນໃຈແລະລໍຖ້າແຕ່ໂສກນາດຕະກຳຄັ້ງຕໍ່ໄປຈະ
ເກີດຂຶ້ນ.”

ຂໍ້ສະເໜີນີ້ຍັງຈະຮຽກຮ້ອງໃຫ້ມີການປັບປຸງຕື່ມຂຶ້ນກ່ຽວກັບລະບົບການກວດປະຫວັດເພື່ອ ໃຫ້ມີການຄັດເລືອກກັ່ນກອງດີຂຶ້ນກວ່າເກົ່າພວກທີ່ຖືກຂັດຂວາງບໍ່ໃຫ້ມີປືນແລະຫ້າມບໍ່ໃຫ້
ມີການຂາຍປືນແກ່ພວກທີ່ຖືກພົບເຫັນວ່າມີຄວາມຜິດໃນການກະທຳທີ່ບໍ່ດີຕໍ່ຄອບຄົວແລະ
ລູກເຕົ້າ.

ທ່ານ Tim Kaine ສະມາຊິກສະພາສູງພັກເດໂມແຄຣັດຈາກລັດເວີຈີເນຍກ່າວວ່າ “ລະບົບ
ການກວດປະຫວັດທີ່ດີຂຶ້ນເທົ່າໃດ ຍິ່ງຈະເຮັດໃຫ້ຜູ້ຄົນ ມີຄວາມປອດໄພຫຼາຍຂຶ້ນເທົ່ານັ້ນ.
ນີ້ຄວນເປັນເລື້ອງທີ່ງ່າຍໆ. ມະຫາຊົນອາເມຣິກັນ ໃຫ້ການສະໜັບສະໜຸນຢ່າງຖ້ວມລົ້ນ ຕໍ່
ການກວດປະຫວັດ. ເຈົ້າຂອງປືນຄືກັນກັບຂ້າພະເຈົ້ານີ້ ໃຫ້ການສະໜັບສະໜຸນຢ່າງຖ້ວມ
ລົ້ນຕໍ່ການກວດປະຫວັດ.”

ນອກນັ້ນແລ້ວ ພັກເດໂມແຄຣັດຍັງຊອກຫາຊ່ອງທາງເພື່ອຈະຍຸດຕິການໃຫ້ຜູ້ອື່ນຊື້ປືນໃຫ້
ເພື່ອຫຼີກລ່ຽງ ການຈຳກັດທາງດ້ານກົດໝາຍ. ພວກເຂົາເຈົ້າ ຍັງຕ້ອງການ ຢາກໃຫ້ມີການ
ຄວບຄຸມການລັກລອບຄ້າປືນທີ່ເຄັ່ງຄັດຂຶ້ນກວ່າເກົ່າ.

ສ່ວນສະມາຊິກສະພາສູງ Chuck Schumer ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ
ກ່າວວ່າ “ພວກເຮົາໄດ້ເລືອກເອົາຫຼັກການທີ່ມີປະສິດທິຜົນທີ່ຈະຊ່ອຍປົກປັກຮັກສາຊີວິດ
ຂອງຫຼາຍພັນຄົນ ແຕ່ໃນຂະນະດຽວກັນ ຫຼັກການເຫຼົ່ານີ້ ບໍ່ໄດ້ສົ່ງຜົນກະທົບ ຕໍ່ສິດທິຂອງ
ເຈົ້າຂອງປືນທີ່ຖືກຕ້ອງຕາມກົດໝາຍ.”

Why Are Gun Laws So Hard for Congress to Tackle?
please wait

No media source currently available

0:00 0:02:20 0:00

XS
SM
MD
LG