ສະພາສູງສະຫະລັດ ໄດ້ຮັບຮອງເອົາ ທ່ານ Christopher Wray ດ້ວຍຄະແນນສຽງ
ຢ່າງຖ້ວມລົ້ນ ໃຫ້ເປັນຫົວໜ້າຄົນໃໝ່ຂອງອົງການສັນຕິບານກາງຫຼື FBI ໃນວັນ
ອັງຄານວານນີ້.
ການລົງຄະແນນສຽງເພື່ອໃຫ້ທ່ານ Wray ເຂົ້າຄວບຄຸມອົງການ FBI ແມ່ນໄດ້ມີຂຶ້ນ
ດ້ວຍຄະແນນສຽງ 92 ຕໍ່ 5 ຊຶ່ງອົງການດັ່ງກ່າວ ໄດ້ເປັນຈຸດສູນກາງຂອງເລື່ອງໂຕ້ຖຽງ
ນັບຕັ້ງແຕ່ການເລືອກຕັ້ງ ປະທານາທິບໍດີ ປີ 2016 ເປັນຕົ້ນມາ.
“ນີ້ແມ່ນເວລາທີ່ຫຍຸ້ງຍາກ ທີ່ຈະຮັບເອົາວຽກຍາກ” ນັ້ນແມ່ນຄຳເວົ້າຂອງສະມາຊິກ
ສະພາສູງ ສັງກັດພັກເດໂມແຄຣັດ ທ່ານນາງ Amy Klobuchar ທີ່ໄດ້ກ່າວ ໃນ
ລະຫວ່າງ ການອະພິປາຍ ຮັບເອົາການແຕ່ງຕັ້ງທ່ານ Wray. ທ່ານນາງ ກ່າວຕື່ມວ່າ
“ຜູ້ອຳນວຍການ ອົງການ FBI ຄົນກ່ອນ ດັ່ງທີ່ພວກເຮົາຮູ້ຈັກ ໄດ້ຖືກປົດຍ້ອນ
ເຫດຜົນ ໃນການສືບສວນເລື່ອງຣັດເຊຍ.”
ແຕ່ທ່ານ Wray ໄດ້ກ່າວໃນລະຫວ່າງການພິຈາລະນາຮັບຮອງເອົາທ່ານ ເມື່ອເດືອນ
ແລ້ວນີ້ ວ່າ ມີພຽງແຕ່ “ທາງດຽວທີ່ຖືກຕ້ອງ” ເພື່ອຈະເຮັດວຽກນີ້ “ດ້ວຍການເປັນ
ອິດສະຫລະ ຢ່າງດຽວ, ໂດຍຕາມຫລັກການ, ປະຕິບັດຢ່າງຊື່ກົງ, ຊື່ສັດຕໍ່ກົດໝາຍ
ຂອງພວກເຮົາ ແລະ ຊື່ສັດຕໍ່ການປະຕິບັດ ທີ່ດີທີ່ສຸດຂອງສະຖາບັນ.”
ທ່ານ Wray ອາຍຸ 50 ປີ ມີປະຫວັດອາຊີບ ທີ່ດີເດັ່ນ ອັນຍາວນານ ໃນຂະນະທີ່ເປັນ
ໄອຍະການລັດຖະບານກາງ ແລະ ໃນຖານະເປັນທະນາຍຄວາມສ່ວນຕົວໂດຍໄດ້ຮັບ
ປະລິນຍາ ດ້ານກົດໝາຍ ຈາກມະຫາວິທະຍາໄລ Yale ຊຶ່ງເປັນນຶ່ງ ໃນມະຫາ
ວິທະຍາໄລ ກົດໝາຍ ອັນດັບສູງຂອງສະຫະລັດ.
ທ່ານເຄີຍໄດ້ເປັນ ຜູ້ຊ່ວຍວ່າການ ລັດຖະມົນຕີ ກະຊວງຍຸຕິທຳ ພາຍໃຕ້ ລັດຖະບານ
ປະທານາທິບໍດີ George W. Bush ແລະ ໄດ້ມີປະສົບການຫຼາຍພໍສົມຄວນ ໃນຄະດີ
ຕ່າງໆ ດ້ານຄວາມໝັ້ນຄົງແຫ່ງຊາດ.
ທ່ານ Wray ໄດ້ເຂົ້າຮັບໜ້າທີ່ແທນ ທ່ານ James Comey. ປະທານາທິບໍດີດໍໂນລ
ທຣຳ ໄດ້ປົດທ່ານ Comey ໃນເດືອນພຶດສະພາ ຜ່ານມານີ້ ໃນລະຫວ່າງ ການສືບ
ສວນຂອງອົງ ການ FBI ກ່ຽວກັບຂໍ້ກ່າວຫາວ່າ ຄະນະໂຄສະນາຫາສຽງ ຂອງທ່ານທຣຳ
ໄດ້ສົມຮູ້ຮ່ວມຄິດ ກັບຣັດເຊຍ ເພື່ອແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ
ເມື່ອປີກາຍນີ້.
ທ່ານທຣຳ ໄດ້ກ່າວວ່າ ອົງການ FBI ຕົກຢູ່ໃນຄວາມວຸ້ນວາຍພາຍໃຕ້ທ່ານ Comey
ແລະ ວ່າ ພວກພະນັກງານ ແລະ ບຸກຄົນອື່ນໆໃນອົງການດັ່ງກ່າວ ໄດ້ສູນເສຍຄວາມ
ເຊື່ອໝັ້ນທີ່ມີຕໍ່ທ່ານ Comey ແລ້ວ.
ບັນດາເຈົ້າໜ້້າທີ່ອົງການ FBI ໄດ້ປະຕິເສດຕໍ່ຄຳເຫັນອັນນັ້ນ ທີ່ພາໃຫ້ຫຼາຍໆຄົນ ຢູ່
ວໍຊິງຕັນ ເກີດຄວາມສົງໄສວ່າ ການປົດທ່ານ Comey ໂດຍທ່ານທຣຳ ແມ່ນຍ້ອນ
ທ່ານ Comey ບໍ່ຍອມຈະປະຕິບັດຕາມຄວາມຕ້ອງການຂອງທ່ານທຣຳເພື່ອໃຫ້
ອົງການ FBI ຖອນໂຕຈາກການສືບສວນກ່ຽວກັບເລື່ອງຣັດເຊຍ.
ທ່ານທຣຳ ຍັງໄດ້ຕຳນິທ່ານ Comey ໃນການຕັດສິນໃຈຂອງທ່ານທີ່ຈະບໍ່ດຳເນີນ
ຄະດີທ່ານນາງ Hillary Clinton ອະດີດຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ
ສັງກັດພັກເດໂມແຄຣັດ ກ່ຽວກັບເລື່ອງບັນຊີອີແມວຂອງທ່ານນາງ ໃນຂະນະເປັນ
ລັດຖະມົນຕີການຕ່າງປະເທດ ຢູ່ນັ້ນ.
ບັດດາຜູ້ອຳນວຍການອົງການ FBI ແມ່ນຖືກແຕ່ງຕັ້ງ ໃຫ້ຮັບໜ້າທີ່ເປັນເວລາ 10 ປີ
ແລະ ຄາດວ່າ ຈະເປັນບຸກຄົນ ທີ່ບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ແລະ ອີງຕາມຄວາມ
ເປັນຈິງ.