ສະພາສູງສະຫະລັດ ໄດ້ລົງຄະແນນສຽງ ຕາມແນວທາງຂອງພັກ ໃນວັນພຸດວານນີ້
ເພື່ອຮັບຮອງເອົາ ທະນາຍຄວາມຜູ້ຊຶ່ງເຄີຍເປັນຕົວແທນຂອງທະນາຄານຣັດເຊຍ
ໃນເວລາສັ້ນໆ ທີ່ມີຄວາມສຳພັນກັບວັງຄຣິມລິນ ຊຶ່ງຈະເປັນຜູ້ນຳພາ ພະແນກອາຊະ
ຍາກຳ ຂອງກະຊວງຍຸຕິທຳສະຫະລັດ.
ການຮັບຮອງເອົາທ່ານໄບຣອັນ ເບັນສໂຄສກີ (Brain Benczkowski) ມີຂຶ້ນສອງວັນ
ຫຼັງຈາກພັກເດໂມແຄຣັດໃນຄະນະກຳມະການຕຸລາການຂອງສະພາສູງ ຮຽກຮ້ອງໃຫ້
ປະທານາທິບໍດີດໍໂນລ ທຣຳ ຖອນຜູ້ທີ່ທ່ານ ສະເໜີຊື່ໄປນັ້ນ ໂດຍກ່າວວ່າ ທ່ານເບັນສ
ໂຄສກີ ນັ້ນແມ່ນຂາດປະສົບພະການດ້ານໄອຍະການ ແລະເປັນຕົວແທນຂອງທະນາ
ຄານແອລຟາ ຊຶ່ງເຮັດໃຫ້ທ່ານບໍ່ມີຄຸນນະວຸດທິສຳລັບວຽກງານນີ້.
ໃນການເປັນຮຸ້ນສ່ວນ ຂອງຫ້ອງການທະນາຍຄວາມເຄີກແລນແລະແອລລິສ ໃນວໍຊິງຕັນ ທ່ານເບັນສໂຄສກີ ໄວ 48 ປີ ເປັນຕົວແທນຂອງທະນາຄານແອລຟາ ໃນຕົ້ນປີກາຍນີ້
ເວລາທີ່ທະນາຄານດັ່ງກ່າວ ໄດ້ຖືກສືບສວນ ໂດຍອົງການສັນຕິບານກາງສະຫະລັດ
ຫຼື FBI ກ່ຽວກັບຂໍ້ມູນຕ່າງໆ ທີ່ສົ່ງຜ່ານ ລະຫວ່າງ ເຄື່ອງຄອມພິວເຕີ ເຊີບເວີ ທີ່ພົວພັນ
ກັບທາງທະນາຄານ ກັບອົງການຂອງທ່ານທຣຳ ໃນຊ່ວງການເລືອກຕັ້ງປະທານາທິບໍດີ
ສະຫະລັດ ປີ 2016.
ຂໍ້ມູນຕ່າງໆທີ່ສົ່ງຜ່ານນັ້ນ ແມ່ນບໍ່ໄດ້ມີຫຼັກຖານໃດໆ ທີ່ສະແດງໃຫ້ເຫັນວ່າ ທະນາ
ຄານແອລຟາ ຊຶ່ງເປັນນຶ່ງຂອງສະຖາບັນການເງິນຣັດເຊຍ ທີ່ໃຫຍ່ສຸດ ທີ່ໄດ້ເຮັດໜ້າ
ທີ່ເປັນສາຍເຊື່ອມ ທີ່ພົວພັນກັບຄະນະໂຄສະນາຫາສຽງຂອງທ່ານທຣຳ ແລະວັງຄຣິມລິນ.
ເຖິງຢ່າງນັ້ນ ກໍຕາມ, ຂ່າວນອງນັນທີ່ວ່ານີ້ ແມ່ນໄດ້ບັ່ນທອນ ການສະເໜີຊື່ທ່ານ
ເບັນສໂຄສກີ.
ສະມາຊິກພັກເດໂມແຄຣັດ 10 ທ່ານ ໃນຄະນະກຳມະການຕຸລາການຂອງສະພາສູງ
ໄດ້ຂຽນໃນຈົດໝາຍ ໃນວັນຈັນຜ່ານມານີ້ ທີ່ວ່າ ທ່ານເບັນສໂຄສກີ “ແມ່ນສະແດງອອກ
ຊຶ່ງຄວາມຕັດສິນທີ່ບໍ່ສະຫຼາດ” ໂດຍການເປັນຕົວແທນຂອງທະນາຄານແອລຟາ ຊຶ່ງໃນ
ຕອນນັ້ນ ທ່ານຍັງຢູ່ໃນການພິຈາລະນາ ທີ່ຈະເປັນຫົວໜ້າຂອງພະແນກອາຊະຍາກຳ.
“ໃນເວລາ ທີ່ພວກເຮົາຕ້ອງການກະຊວງຍຸຕິທຳ ພະແນກອາຊະຍາກຳ ເພື່ອຊ່ອຍໃນ
ການຄົ້ນຫາ, ປົກປ້ອງ ແລະຫັນປ່ຽນການເຂົ້າແຊກແຊງຂອງຣັດເຊຍ ໃນຄວາມມີ
ປະຊາທິປະໄຕຂອງພວກເຮົາ, ການເລືອກເອົາທ່ານເບັນສໂຄສກີ ມາຈົນເຖິງຕອນນີ້
ແມ່ນຍັງບໍ່ໄດ້ກະຕືລືລົ້ນຕໍ່ຄວາມໝັ້ນໃຈ ທີ່ວ່າ ທ່ານແມ່ນຜູ້ທີ່ເໝາະສົມທີ່ຈະນຳພາ
ໃນການຕໍ່ສູ້ນີ້,” ຊຶ່ງນັ້ນແມ່ນຂໍ້ຄວາມທີ່ພວກທ່ານໄດ້ຂຽນໄວ້.
ເຖິງແມ່ນວ່າຈະມີການຄັດຄ້ານ ຂອງພວກຝ່າຍຄ້ານເດໂມແຄຣັດ ການສະເໜີຊື່ຂອງ
ທ່ານເບັນສໂຄສກີ ກໍໄດ້ຮັບການສະໜັບສະໜຸນ ຈາກອະດີດເຈົ້າໜ້າທີ່ກະຊວງຍຸຕິທຳ, ໂດຍອະດີດຫົວໜ້າຂອງພະແນກອາຊະຍາກຳ 5 ທ່ານ ຫວ່າງມໍ່ໆມານີ້ໄດ້ຮຽກ ຮ້ອງໃຫ້
ສະພາສູງຮັບຮອງເອົາການສະເໜີຊື່ທ່ານເບັນສໂຄສກີ, ໂດຍກ່າວສັນລະເສີນທ່ານວ່າ
“ມີປະສົບການແບບມືອາຊີບ, ມີຄວາມສຸຂຸມ ແລະມີກຽດສັກສີ.”