ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈະ​ມີ​ການ​ສະ​ຫລອງການຮັບ​ຮອງ​ເອົາ​ ​ຜູ້​​ເຂົ້າດຳ​ລົງຕຳ​ແໜ່ງ​ໃນ​ສານ​ສູງສຸດ ທີ່ເປັນຂີດໝາຍທາງປະຫວັດສາດ ຂອງ ສ​ຫລ ໃນ​ວັນ​ສຸກມື້ນີ້


ປະທານາທິບໍດີໂຈ ໄບ​ເດັນ ແລະຜູ້ພິພາກສາເຄທານຈີ ບຣາວ ແຈັກສັນ​ກຳ​ລັງ​ເບິ່ງ​ການ​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານ​ນາງ​ແຈັກ​ສັນໃຫ້​ເຂົ້າ​ໄປ​ຮັບ​ຕຳ​ແໜ່ງ​ໃນ​ສານ​ສູງດ​ສຸດຂອງ ສ​ຫລ ຜ່ານ​ທາງ​ໂທ​ລະ​ພາບ
ປະທານາທິບໍດີໂຈ ໄບ​ເດັນ ແລະຜູ້ພິພາກສາເຄທານຈີ ບຣາວ ແຈັກສັນ​ກຳ​ລັງ​ເບິ່ງ​ການ​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານ​ນາງ​ແຈັກ​ສັນໃຫ້​ເຂົ້າ​ໄປ​ຮັບ​ຕຳ​ແໜ່ງ​ໃນ​ສານ​ສູງດ​ສຸດຂອງ ສ​ຫລ ຜ່ານ​ທາງ​ໂທ​ລະ​ພາບ

ທ່ານນາງເຄທານຈີ ບຣາວ ແຈັກສັນ, ຜູ້ພິພາກສາສານສູງສຸດຂອງສະຫະລັດທີ່ຫາກໍ່ໄດ້ຮັບການຮັບ​ຮອງ​ເອົາໃໝ່ໆ ຈະສົນທະນາກ່ຽວກັບການ​ແຕ່ງ​ຕັ້ງ​ທີ່​ເປັນຂີດໝາຍປະຫວັດສາດຂອງທ່ານນາງໃນຕອນ ບ່າຍວັນສຸກມື້ນີ້ ທີ່ສະ​ໜາມຫຍ້າກ້ຳໃຕ້ຂອງທຳນຽບຂາວ.

ປະທານາທິບໍດີໂຈ ໄບ​ເດັນ ແລະຮອງປະທານາທິບໍດີຄາມ​າ​ລາ ແຮ​ຣີ​ສ ຈະຍ່າງອອກໄປພ້ອມກັບ ທ່ານນາງ ແລະຍັງຈະກ່າວຄໍາປາໄສ ເພື່ອສະເຫຼີມສະ ຫຼອງ ການເຂົ້າໄປ​ຮັບ​ຕຳ​ແໜ່ງ​ໃນສານດັ່ງ​ກ່າວຂອງທ່ານ​ນາງແຈັກ​ສັນອີກ.

ສະພາສູງໄດ້ຮັບຮອງ​ເອົາ​ການ​ແຕ່ງ​ຕັ້ງທ່ານແຈັກ​ສັນ ໃນວັນພະຫັດວານນີ້ ໂດຍມີ​ຜົນການລົງຄະແນນ ສຽງ 53 ຕໍ່ 47 ຊຶ່ງ​ໄດ້ເຮັດໃຫ້ທ່ານນາງເປັນຜູ້ພິ ພາກສາຍິງ ອາເມຣິກັນເຊື້ອສາຍອາຟຣິກາຄົນ ທໍາອິດ ໃນສານສູງສຸດຂອງປະເທດ.

ທ່ານ​ນາງແຮ​ຣີ​ສ ເປັນປະທານໃນໂອກາດອັນປະຫວັດການນັ້ນ ເຖິງແມ່ນວ່າ ພັກເດໂມແຄຣັດ ບໍ່ຕ້ອງ ການທ່ານ​ນາງ​ໃຫ້ລົງຄະແນນສຽງ ໃນ​ກໍ​ລະ​ນີ​ທີ່ມີ​ຜົນຄະ​ແນນ​ສຽງ​ສະ​ເໝີ​ກັນ​ຢູ່ໃນສະພາສູງທີ່ແບ່ງ ອອກເປັນ​ສອງ​ຝ່າຍເທົ່າທຽມກັນເພື່ອຮັບ​ຮອງເອົາ​ການ​ແຕ່ງ​ຕັ້ງ​ທ່ານ​ນາງແຈັກ​ສັນກໍ​ຕາມ.

ສະມາຊິກສະພາສູງພັກຣີພັບບລີກັນສາມຄົນຄື: ຊູ​ແຊນ ຄ​ອ​ລລິນ​ສ໌ (Susan Collins), ລີ​ຊາ ເມີ​ຄ​າວສ​ກີ (Lisa Murkowski) ແລະມິດ ຣອມ​ນີ (Mitt Romney) ລ້ວນແລ້ວແຕ່ລົງຄະ ແນນສຽງຮັບຮອງເອົາ ການແຕ່ງຕັ້ງຜູ້​ພິ​ພາກ​ສາ ອາຍຸ 51 ປີ ໃຫ້ເປັນພຽງຜູ້ພິພາກສາອາເມຣິ ກັນເຊື້ອສາຍອາຟຣິກາຄົນທີ 3 ໃນປະຫວັດສາດຂອງສານສູງສຸດດັ່ງ​ກ່າວ.

ໃ​ນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ເປັນ​ເວ​ລາ 4 ວັນ ຕໍ່ຫນ້າຄະນະກຳ​ມະ​ການ​ດ້ານຕຸ ລາການຂອງສະ​ພາ​ສູງ ໃນເດືອນແລ້ວນີ້, ພວກ​ສັງ​ກັດພັກເດໂມແຄຣັດໄດ້ສັນ ​ລະ​ເສີນທ່ານ​ນາງແຈັກ​ສັນສໍາລັບປະສົບການ ອັນເລິກເຊິ່ງຂອງທ່ານນາງ, ໂດຍ​ທີ່ໄດ້ຮັບໃຊ້ເປັນຜູ້ພິພາກສາຢູ່ໃນສານລັດຖະບານກາງ ແລະໃນລະດັບ ສານອຸທອນເກືອບ 10 ປີ, ແລະເປັນສະ​ໝຽນ​ ໃຫ້ຜູ້ພິພາກສາສານ ສູງສຸດ ສ​ເຕັ​ຟ​ເຟນ ເບ​ຣ​ເຢີ (Stephen Breyer), ຜູ້ທີ່ເປັນປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ແຕ່ງ​ຕັ້ງທ່ານ​ນາງໃຫ້ໄປ​ດຳ​ລົງຕຳ​ແໜ່ງ​ແທນນັ້ນ.

ທ່ານດິກ​ ເດີບິນ, ປະທານຄະ​ນະ​ກຳ​ມະ​ການ​ດ້ານຕຸລາການຂອງສະພາສູງກ່າວ ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ທ່ານ​ນາງວ່າ "ທ່ານນາງເປັນຜູ້ທີ່ມີພອນສະຫວັນທາງດ້ານກົດໝາຍ ທີ່ຫາ​ໄດ້ຍາກໃນ​ຊົ່ວ​ລຸ້ນ​ຄົນ​ນຶ່ງ."

"ໂດຍມີ​ການ​ຮັບ​ຮອງຂອງຜູ້ພິພາກສາເຄທານຈີ ບຣາວ ແຈັກ​ສັນໃຫ້​ເຂົ້າໄປ​ຮັບ​ຕຳ​ແໜ່ງ​ ໃນສານສູງ ສຸດຂອງແຜ່ນດິນ ພວກເຮົາບໍ່ພຽງແຕ່ສ້າງປະຫວັດສາດ ເທົ່ານັ້ນ ແຕ່ພວກເຮົາຍັງ​ສືບ​ຕໍ່ມູນ​ເຊື້​ອອັນ ດີງາມຂອງອາເມຣິກາ - ຍົກສູງຈິດໃຈ ທາງດ້ານກົດຫມາຍທີ່ດີທີ່ສຸດ ແລະ ສ່ອງໃສທີ່ສຸດຂອງຊາດ ພວກເຮົາໃຫ້ໄປຢູ່​ໃນ ຕໍາແຫນ່ງການຮັບ​ໃຊ້ທີ່ມີກຽດ. ບໍ່ມີໃຜອີກ​ແລ້ວທີ່ຈະສົມຄວນໄດ້ຮັບກຽດ ສັກສີອັນສູງສົ່ງນີ້ ໄປຫລາຍກວ່າທ່ານ​ນາງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເດີ​ບິນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ດັ່ງທີ່ພວກເຮົາໄດ້ຮູ້ໃນເດືອນແລ້​ວນີ້ທ່ານ​ນາງ ເປັນຜູ້ທີ່ ດີທີ່ສຸດຂອງພວກເຮົາ. ທ່ານນາງໄດ້ອຸທິດ ຊີວິດຂອງຕົນເພື່ອຮັບໃຊ້ ປະເທດຊາດ ຂອງ ພວກເຮົາ. ທ່ານນາງໄດ້ເຮັດເຊັ່ນນັ້ນຢູ່ໃນທຸກລະດັບ ຂອງ ອົງການຕຸລາການຂອງລັດຖະ ບານກາງ, ແລະໃນທຸກໆຄັ້ງ ທ່ານນາງໄດ້ເຮັດ​ໃຫ້​ຕົນ​ເອງມີ​ ຄວາມ​ໂດດ​ເດັ່ນ​ຂຶ້ນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG