ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາສູງ ແຕ່ງຕັ້ງ ທ່ານນາງ ຊິນດີ ແມັກເຄນ ແລະ ທ່ານ ແຈຟ ຟເລກ ເປັນເອກອັກຄະລັດຖະທູດ


ທ່ານນາງຊິນດີ ແມັກເຄນ ພັນລະຍາມື້ລາງ ອະດີດສະມາຊິກສະພາສູງ ລັດອາຣີໂຊນາ ທ່ານຈອນ ແມັກເຄນ ໂບກມື ຢູ່ສະພາສູງລັດອາຣີໂຊນາ ວັນທີ 13 ມັງກອນ 2020.
ທ່ານນາງຊິນດີ ແມັກເຄນ ພັນລະຍາມື້ລາງ ອະດີດສະມາຊິກສະພາສູງ ລັດອາຣີໂຊນາ ທ່ານຈອນ ແມັກເຄນ ໂບກມື ຢູ່ສະພາສູງລັດອາຣີໂຊນາ ວັນທີ 13 ມັງກອນ 2020.

ອົງການຂ່າວ AP ລາຍງານວ່າ ສະພາສູງໄດ້ຢັ້ງຢືນໃຫ້ສະມາຊິກພັກຣີພັບບລິ ກັນສອງ
ທ່ານ ທີ່ຕໍ່ຕ້ານອະດີດປະທານາທິບໍດີ ທຣໍາ ຮັບໃຊ້ໜ້າທີ່ຢູ່ໃນລັດຖະບານ ທ່ານໄບເດັນ
ໃນວັນອັງຄານວານນີ້ ພ້ອມດ້ວຍອະດີດສະມາຊິກສະພາສູງ ທ່ານ ເຈັຟ ຟເລກ (Jeff
Flake) ຈາກລັດອາຣີໂຊນາ ໄດ້ຖືກອະນຸມັດໃຫ້ປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະ
ທູດປະຈຳປະເທດ ເທິກີ ແລະ ທ່ານນາງ ຊິນດີ ແມັກເຄນ (Sindy McCain) ພັນລະຍາ
ມື້ລາງ ສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ (John McCain) ໃຫ້ເປັນເອກອັກ
ຄະລັດຖະທູດປະຈຳອົງການ ອາຫານ ແລະກະສິກຳ ຂອງ ສະຫະປະຊາຊາດ.

ສະພາສູງຍັງໄດ້ລົງຄະແນນສຽງເພື່ອຢືນຢັນອະດີດສະມາຊິກສະພາສູງ ທ່ານ ທອມ
ຢູດານ (Tom Udan) ຈາກລັດນິວແມັກຊິໂກ ໃຫ້ປະຕິບັດໜ້າທີ່ເປັນ ເອກອັກຄະລັດ
ຖະທູດປະຈຳປະເທດ ນິວຊີແລນ ແລະ ທ່ານນາງ ວິກຕໍເຣຍ ເຣັກຈີ (Victoria Reggie)
ເປັນເອກອັກຄະລັດຖະທູດປະຈຳ ອອສເຕຣເລຍ.

ການສະເໜີນັ້ນໄດ້ຖືກອະນຸມັດຜ່ານການລົງຄະແນນດ້ວຍສຽງ, ເຊິ່ງແມ່ນຂັ້ນຕອນທີ່
ໃຊ້ເວລາພຽງບໍ່ເທົ່າໃດນາທີ ທີ່ສາມາດໃຊ້ໃນຂະນະທີ່ບໍ່ມີສະມາຊິກສະພາສູງຄົນໃດ
ຄັດຄ້ານ. ສະມາຊິກພັກຣີພັບບລິກັນ ທີ່ນຳພາໂດຍສະມາຊິກສະພາສູງ ທ່ານ ເທດ
ກຣຸສ (Ted Cruz) ຢາກໃຫ້ຜູ້ສະເໜີຊື່ສ່ວນຫຼາຍໃນກະຊວງການຕ່າງປະເທດຂອງ
ທ່ານ ໄບເດັນ ໄປຜ່ານຂະບວນການທີ່ຄວບຄຸມ ແລະ ໃຊ້ເວລາຫຼາຍກວ່ານີ້.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ ຄຣິສ ຄູນ (Chris Koon) ໄດ້ຂອບໃຈບັນ
ດາສະມາຊິກສະພາສູງ ສຳລັບການດຳເນີນການຢ່າງວ່ອງໄວຕໍ່ການສະເໜີສີ່ທ່ານ ແຕ່
ໄດ້ ກ່າວວ່າ ທ່ານຍັງມີຄວາມເປັນຫ່ວງກ່ຽວກັບຄວາມໄວໂດຍລວມຂອງການຢືນຢັນ
ສຳລັບຄະນະທູຕານຸທູດຂອງປະທານາທິບໍດີ.

ທ່ານ ຄູນ ກ່າວວ່າ “ມີຫຼາຍສິບປະເທດ ບ່ອນທີ່ບໍ່ມີເອກອັກຄະລັດຖະທູດ ອາເມຣິກັນ
ທີ່ໄດ້ຮັບການການຢືນຢັນ ແລະ ຂ້າພະເຈົ້າຫວັງວ່າຊ່ວງເວລາແຫ່ງຄວາມກ້າວໜ້ານີ້
ຈະເປັນສິ່ງທຳນາຍ ກ່ຽວກັບ ຄວາມກ້າວໜ້າອື່ນໆທີ່ຈະມາເຖິງໃນໄວໆນີ້.

ທ່ານ ຟເລກ ໄດ້ເປັນຜູ້ທີ່ບໍ່ຄ່ອຍມັກຕຳໜິອະດີດປະທານາທິບໍດີດໍໂນລ ທຣໍາ ໃນບັນ
ດາສະມາຊິກພັກຣີພັບບລິກັນ. ທ່ານໄດ້ປະຕິບັດໜ້າທີ່ພຽງສະໄໝດຽວ ໃນສະພາສູງ,
ໄດ້ເລືອກທີ່ຈະບໍ່ລົງແຂ່ງຂັນເລືອກຕັ້ງອີກ ຍ້ອນສິ່ງທີ່ຈະເປັນການເລືອກຕັ້ງຂັ້ນຕົ້ນທີ່
ຫຍຸ້ງຍາກຂອງພັກຣີພັບບລີກັນ.

ທ່ານນາງ ແມັກເຄນ ໄດ້ສະໜັບສະໜູນ ທ່ານ ໄບເດັນ ໃນການເລືອກຕັ້ງປະທານາທິ
ບໍດີ ຊຶ່ງເວລານັ້ນຖືກພິຈາລະນາວ່າ ແມ່ນຄວາມເປັນໄປໄດ້ທີ່ໃຫ້ການຊ່ວຍເຫຼືອແກ່
ທ່ານໄບເດັນ ໃນ ການດຶງດູດເອົາຜູ້ສະໜັບສະໜູນພັກຣີພັບບລີກັນ ແລະອິດສະຫຼະ
ໃນລັດ ອາຣິໂຊນາ, ເຊິ່ງແມ່ນລັດທີ່ມີຜູ້ສະໜັບສະໜູນສອງພັກການເມືອງເທົ່າທຽມກັນ
ທີ່ສາມີຂອງທ່ານນາງໄດ້ເປັນຕົວແທນໃນລັດຖະສະພາເປັນເວລາ 35 ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG