ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ເຫັນພ້ອມນຳ ການແຕ່ງຕັ້ງ ທ່ານ Brennan ເປັນ ຫົວໜ້າ ຊີໄອເອ


ທ່ານ John Brennan ​ໄດ້ຖືກສະພາສູງສະຫະລັດ ໃຫ້ເປັນ​ຫົວໜ້າອົງການສືບ​ລັບ CIA ຄົນ​ໃໝ່
ທ່ານ John Brennan ​ໄດ້ຖືກສະພາສູງສະຫະລັດ ໃຫ້ເປັນ​ຫົວໜ້າອົງການສືບ​ລັບ CIA ຄົນ​ໃໝ່
ສະພາ​ສູງ​ຂອງສະຫະລັດ ​ໄດ້ໃຫ້ການ​ອະນຸມັດ ​ຕໍ່​ການ​ແຕ່ງຕັ້ງ
ທ່ານ John Brennan ​ເປັນ​ຫົວໜ້າອົງການສືບ​ລັບ CIA
ຄົນ​ໃໝ່ຫລັງ​ຈາກ ສະມາຊິກ​ສະພາ​ສູງ​ຄົນ​ນຶ່ງໄດ້ຂູ່​ວ່າ​ຈະ​ບໍ່
ຍອມໃຫ້​ມີ​ການລົງ​ຄະ​ແນນ​ສຽງ​ຢ່າງ​ບໍ່​ມີ​ກໍາໜົດ ຍ້ອນນະ​ໂຍ
ບາຍ​ການ​ໃຊ້​ເຮື​ອບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງ​ທຳ ນຽບຂາວ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະຫັດ​ວານ​ນີ້ ​ແມ່ນ 63 ຕໍ່ 34
ຊຶ່ງສະພາ ສູງ​ໄດ້​ຈັດ​ຂື້ນ ​ເພື່ີອຍຸຕິ​ບໍ່​ໃຫ້​ມີ​ການ​ອະພິປາຍ​ກັນ​
ເພີ້ມຕື່ມ ​ແລະ​ດຳ​ເນີນ ການ​ຕໍ່​ໄປ ກ່ຽວ​ກັບ​ການ​ອະນຸມັດ​ການ
​ແຕ່ງຕັ້ງດັ່ງກ່າວ.

ສະມາຊິກ​ສະພາ​ສູງຈາກລັດ Kenturky ທ່ານ Ron Paul
​ໄດ້​ຂັດ ຂວາງບໍ່​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ຮັບຮອງ​ເອົາ
​ການແຕ່ງຕັ້ງທ່ານ Brennan ​ໂດຍ​ການ​ຂື້ນ​ກ່າວ​ເປັນ​ເວລາ
13 ຊົ່ວ​ໂມງ ຢ່າງ​ບໍ່​ຢຸດ​ເຊົາ ​ໃນ​ວັນ​ພຸດຜ່ານ​ມາ. ທ່ານ​ໄ​ດ້ຮຽກ
ຮ້ອງໃຫ້ລັດຖະບານ ທ່ານ Obama ​ກຳນົດ​ຂ​ອບ​ເຂດ​ຈໍາກັດ ​
ໃນການ​ນໍາໃຊ້​ເຮືອບິນທີ່​ບໍ່​ມີ​ຄົນ​ຂັບ ​ໂຈມ​ຕີ​ຜູ້​ຕ້ອງ​ສົງໄສ​ກໍ່​
ການ​ຮ້າຍ​ສະຫະລັດ ຢູ່​ໃ​ນດິນ​ແດນ​ຂອງສະຫະລັດ.

ລັດ​ຖະມົນ​ຕີກະ​ຊວງ​ຍຸ​ຕິ​ທໍາຂອງ​ສະຫະລັດ ທ່ານ Eric Holder ​ໄດ້​ສົ່ງ​ໜັງສື​ໄປ​ຫາ
ທ່ານ Paul ກ່າວວ່າ ປະ​ທາ​ນາ​ທິບໍດີບໍ່​ມີ​ອໍານາດ ທີ່​ຈະສັງຫານປະຊາ ຊົນອາ​ເມຣິກັນ ຄົນ​ໃດ​ຄົນ​ນຶ່ງ ​ທີ່​ບໍ່​ພົວພັນ​ກັບ​ການ ​ໃນAbu Ghaith ສູ້​ລົບ​ຢູ່​ໃນ​ດິນ​ແດນ​ຂອງ ສະຫະລັດ.
XS
SM
MD
LG