ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ອາດລົງ ຄະແນນ ກ່ຽວກັບ ຮ່າງ ກ.ມ. ບໍ່ໃຫ້ປິດ ລັດຖະບານ (ວີດີໂອ)


ຜູ້ນຳສຽງສ່ວນຫລາຍ ໃນສະພາສູງ ສຫລ ທ່ານ Harry Reid ກໍາລັງຖະແຫຼງ ກ່ຽວກັບຄວາມເປັນໄປໄດ້ ທີ່ໂຮງການລັດຖະບານ ອາດຈະຖືກປິດ
ຜູ້ນຳສຽງສ່ວນຫລາຍ ໃນສະພາສູງ ສຫລ ທ່ານ Harry Reid ກໍາລັງຖະແຫຼງ ກ່ຽວກັບຄວາມເປັນໄປໄດ້ ທີ່ໂຮງການລັດຖະບານ ອາດຈະຖືກປິດ
ສະພາ​ສູງ ສະຫະລັດ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກມື້​ນີ້
ກ່ຽວ​ກັບ​ມາດ​ຕະການທີ່​ແນໃສ່​ເພື່ອປ້ອງ​ກັນ​ບໍ່​ໃຫ້​ມີ​ການປິດ​ໂຮງ
ການ​ລັດຖະບານ ຫລັງ​ຈາກໄດ້​ມີ​ການ​ຖົກ​ຖຽກັນ​ມາ​ໄດ້ຫລາຍໆ​
ມື້ກ່ຽວ​ກັບກົດໝາຍ​ຮັກສາສຸຂະພາບ​ຂອງປະທານາທິບໍດີສະຫະ
ລັດ ທ່ານ Barack Obama ຊຶ່ງ​ສະມາຊິກ​ລັດຖະສະພາ​ສັງກັດ
ພັກຣີພັບ​ບລິ​ກັນ ​ແນ​ໃສ່ເພື່ອ​ຈະຢຸດ​ຢັ້ງນັ້ນ.

ຖ້າ​ຫາກ​ວ່າສະພາ​ສູງຮັບຜ່ານຮ່າງ​ກົດໝາຍປ້ອງ​ກັນ​ບໍ່​ໃຫ້​ມີ​ການ​
ປິດການ​ປະຕິ ບັດ​ງານ​ຂອງລັດຖະບານ​ໃນ​ວັນ​ສຸກມື້ນີ້​ແລ້ວ ຮ່າງ​
ກົດໝາຍ​ດັ່ງກ່າວ​ກໍຈະ​ຖືກ​ສົ່ງ ກັບຄືນໄປຍັງສະພາ​ຕໍ່າ ທີ່​ຕ້ອງ​ໄດ້​
ໃຫ້ການ​ອະນຸມັດ ພາຍໃນເວລາ ສ​ອງສາມ​ມື້ຂ້າງ​ໜ້າ ເພື່ອ​ຫລີກ
ລ່ຽງບໍ່​ໃຫ້​ມີການ​ປິດລັດຖະບານ​.

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ Obama ​ໄດ້​ຕິຕຽນພັກຣີ
ພັບ​ບລິ​ກັນ ທີ່​ຍັງ​ສືບ​ຕໍ່​ຄັດ​ຄ້ານ​ ກົດໝາຍ​ຮັກສາສຸຂະ​ພາບ​ຂອງ​
ທ່ານ. ທ່ານ​ໄດ້ກ່າວຫາ ພັກຣີພັບ​ບລິ​ກັນວ່າ ​ພະຍາຍາມຂົ່ມຂູ່
ທ່ານ​ໃຫ້​ຍົກ​ເລີກ ຫລືບໍ່​ໃຫ້​ເງິນສະໜັບສະໜຸນ ​ຕໍ່ກົດ ໝາຍຮັກສາ​ສຸຂະພາບ​ທີ່​ທຸກ​ຄົນ
​ສາມາດ​ເຂົ້າຮ່ວມ​ໄດ້ ​ໂດຍ​ຂົ່ມຂູ່​ທີ່​ຈະ​ປິດ​ການປະຕິບັດ​ງານ​ເປັນ​ບາງສ່ວນຂອງ​ລັດຖະ
ບານ ​ເລີ້ມໃນວັນ​ທີ 1 ​ເດືອນ​ຕຸລາ.

​ຜູ້ນຳ​ຂອງພັກຣີພັບ​ບລິ​ກັນ ​ໃນສະພາ​ຕໍ່າສະຫະລັດ ທ່ານ John Boehner ກ່າວ​ວ່າ ບໍ່​ມີ​
ທ່າ​ທາງ​ວ່າ​ສະພາ​ຕໍ່າ​ທີ່​ຄວບ​ຄຸມ​ໂດຍພັກຣີພັບ​ບລິ​ກັນຈະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ກ່ຽວ
​ກັບການ​ໃຊ້​ຈ່າຍ​ຊົ່ວ​ຄາວທີ່​ຈະ​ໃຫ້​ທຶນ​ສະໜັບສະໜຸນລັດຖະບານ​ກາຍວັນ​ອັງຄານຈະ​ມາ
ນີ້. ຖ້າ​ຫາກ​ບໍ່​ສາມາດບັນລຸການ​ຕົກ​ລົງກັນ​ພາຍ​ໃນ​ວັນ​ທີ 17 ​ເດືອ​ນຕຸລາ ສະຫະລັດອາດ​
ຈະ​ຜິດສັນຍາ​ກ່ຽວ​ກັບ​ການ​ຈ່າຍ​ໜີ້ສິນ​ຂອງ​ຕົນ​ເປັນ​ເທື່ອ​ທໍາ​ອິດ​.

​ເປັນ​ທີ່​ຄາດ​ກັນ​ວ່າ ສະພາ​ຕໍ່າ​ສະຫະລັດ​ຈະ​ໃຫ້ການ​ອະນຸມັດ​ຕໍ່​ມາດ​ຕະການ​ດັ່ງກ່າວ​ພາຍ​
ໃນ​ທ້າຍອາທິດ​ນີ້ ທີ່​ຈະ​ອະນຸຍາດ​ໃຫ້ກະຊວງ​ການ​ເງິນ ​ສາມາດ​ກູ້ຢືມ​ເງິນ​ເພີ້ມຂຶ້ນເພື່ອ​ມາ
ຈ່າຍໜີ້​ສິນ​ຂອງລັດຖະບານ ຂະນະ​ທີ່​ເລື່ອນ​ເວລານຶ່ງ​ປີ ໃນ​ການຈັດຕັ້ງປະຕິບັດກົດໝາ​ຍ
ຮັກສາສຸຂະພາບ ທີ່​ຂະຫຍາຍ​ການປະກັນ​ໄພ​ສຸຂະພາບກວມ​ເອົາຊາວ​ອາ​ເມຣິກັນ​ຫລາຍ​
ລ້ານ​ຄົນ ທີ່​ບໍ່​ມີ​ປະກັນ​ໄພ ​ໃນ​ປັດຈຸ ບັນ​ນີ້.

Congress Battle Over Health Care Threatens Budget Stability
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG