ບັນດາສະມາຊິກສະພາສູງສະຫະລັດ ສັງກັດພັກເດໂມແຄຣັດ ໄດ້ຂັດຂວາງຕໍ່ຮ່າງ
ກົດໝາຍທີ່ຈະເກືອດຫ້າມການເຮັດແທ້ງລູກຫຼັງຈາກ 20 ເດືອນ ເພື່ອຄ້ຳປະກັນວ່າ
ຂັ້ນຕອນດັ່ງກ່າວ ຍັງຈະຖືກຕ້ອງຕາມກົດໝາຍ ໄປຈົນກວ່າ ຊ່ວງເວລາທ້າຍໆຂອງ
ການຕັ້ງຄັນ ຂອງພວກແມ່ຍິງນັ້ນ.
ບັນດາຜູ້ນຳພັກຣີພັບບລິກັນ ໃນສະພາສູງ ຮູ້ວ່າ ຮ່າງກົດໝາຍດັ່ງກ່າວນີ້ ມີໂອກາດ
ໜ້ອຍທີ່ຈະຖືກຮັບຜ່ານ ແຕ່ວ່າຢາກຈະກົດດັນໃຫ້ພັກເດໂມແຄຣັດ ເອົາທ່າທີ ກ່ຽວກັບ
ການເຮັດແທ້ງລູກ, ໂດຍສະເພາະ ພັກເດໂມແຄຣັດທີ່ບອບບາງກຳລັງປະເຊີນໜ້າ
ກັບການຮັບເລືອກຕັ້ງ ເພື່ອຈະເຂົ້າຮັບຕຳແໜ່ງຕື່ມ ແລະໃນລັດທີ່ໄດ້ມີການເລືອກເອົາ
ທ່ານດໍໂນລ ທຣຳເປັນ ປະທານາທິບໍດີ ນັ້ນ.
ຮ່າງກົດໝາຍດັ່ງກ່າວ ບໍ່ໄດ້ຖືກຮັບຜ່ານ ດ້ວຍຄະແນນສຽງໜ້ອຍ ໃນ 51 ຕໍ່ 46
ຊຶ່ງຮ່າງກົດໝາຍນີ້ຕ້ອງການ 60 ສຽງເພື່ອຈະປ້ອງກັນການຄັດຄ້ານ.
ການລົງຄະແນນສຽງທີ່ວ່ານີ້ ສ່ວນໃຫຍ່ແລ້ວແມ່ນມີຂຶ້ນຕາມສາຍພັກການເມືອງ ໂດຍທີ່ມີສະມາຊິກສະພາສູງ ຂອງພັກຣີພັບບລິກັນ ລົງຄະແນນສຽງຕໍ່ຕ້ານແຕ່ພຽງ 2 ທ່ານ
ຄືທ່ານນາງຊູແຊນ ຄອລລີນ ຈາກລັດເມນ ແລະທ່ານນາງລີຊາ ມັກຄອບສກີ ຈາກລັດ
ອາລັສກາ. ແລະມີ 3 ຄົນ ຈາກພັກເດໂມແຄຣັດ ລົງຄະແນນສຽງເຫັນພ້ອມ. ສະມາຊິກ
ຂອງພັກເດໂມແຄຣັດທັງ 3 ແມ່ນຮວມມີທ່ານໂຈ ແມນຈິນ ຈາກລັດ ແວັດທ໌ເວີຈີເນຍ
ທ່ານໂຈ ດອນແນລລີ (Joe Donnelly) ຈາກລັດອິນເດຍນາ ແລະທ່ານບອບ ແຄຊີ
ຈາກລັດ ເພັນຊິເວເນຍ ຊຶ່ງທັງສາມລັດດັ່ງກ່າວນີ້ ແມ່ນເປັນລັດທີ່ລົງຄະແນນສຽງເລືອກເອົາທ່ານທຣຳ ໃນປີ 2016 ນັ້ນ.
ມີຫຼາຍກວ່າເຄິ່ງນຶ່ງຂອງສະມາຊິກສະພາສູງສະຫະລັດ ຂອງພັກເດໂມແຄຣັດ ແລະ
ບໍ່ສັງກັດພັກໃດ ແມ່ນກຳລັງປະເຊີນໜ້າກັບການເລືອກຕັ້ງ ເພື່ອຮັບເອົາຕຳແໜ່ງຕື່ມ
ໃນປີນີ້ ແລະ10 ຄົນຂອງພວກເຂົາເຈົ້າ ແມ່ນຢູ່ໃນລັດທີ່ທ່ານທຣຳ ໄດ້ຊະນະ.