ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສູງ ສະ​ຫະ​ລັດ ອະ​ນຸ​ມັດ​​ຄະ​ນະ​ກຳ​ມະ​ການ​ຂອງ​ອົງ​ການ​ສື່​ມວນ​ຊົນ​ໂລກສະ​ຫະ​ລັດ


ໂລ​ໂກ​ຂອງອົງ​ການ​ສື່​ມວນ​ຊົນ​ໂລກສະ​ຫະ​ລັດ ຢູ່​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 22 ພະ​ຈິກ 2019. (VOA)
ໂລ​ໂກ​ຂອງອົງ​ການ​ສື່​ມວນ​ຊົນ​ໂລກສະ​ຫະ​ລັດ ຢູ່​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 22 ພະ​ຈິກ 2019. (VOA)

ສະ​ພາ​ສູງ ສະ​ຫະ​ລັດ ໃນ​ວັນ​ພຸ​ດ​ທີ່​ຜ່ານ​ມາ ​ໄດ້​ອະ​ນຸ​ມັດ​ໃຫ້ 6 ​ຄົນມາ​ປະ​ຕິ​ບັດ​ໜ້າ​ໃນ​ຄະ​ນະ​ກຳ​ມະ​ການ​ຂອງ​ອົງ​ການ​ສື່​ມວນ​ຊົນ​ໂລກສະ​ຫະ​ລັດ ຫຼື USAGM, ເຊິ່ງ​ແມ່ນ​ອົງ​ການ​ຂອງ​ລັດ​ຖະ​ບານ​ທີ່​ຄວບ​ຄວບ​ຄຸມ​ວິ​ທະ​ຍຸ​ສາ​ກົນ 6 ແຫ່ງທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ສະ​ພາ​ ແລະ ອົງ​ກອນ​ເທັກ​ໂນ​ໂລ​ຈີຕ່າງໆ ລວມ​ທັງ​ສຽງ​ອາ​ເມ​ຣິ​ກາ.

ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ກະ​ຈາຍ​ສຽງ​ສາ​ກົນ ຈາກ​ສອງ​ພັກ​ການ​ເມືອງ ຫຼື IBAB, ໄດ້​ອະ​ຮັບ​ການ​ອະ​ນຸ​ມັດ​ໂດຍ​ສະ​ພາ​ສູງທັງ​ໝົດ, ໝ​າຍ​ຄວາມ​ວ່າ​ຜູ້​ຖືກ​ສະ​ເໜີ​ຊື່​ທັງຫຼາຍ​ແມ່ນ​ຖືກ​ອະ​ນຸ​ມັດ​ໂດຍບໍ່​ໄດ້​ມີ​ບັນ​ທຶກ​ການ​ລົງ​ຄະ​ແນນ​ສຽງ.

ໃນ​ອີ​ເມ​ລ໌ ທີ່​ຂຽນ​ເຖິງ​ພະ​ນັກ​ງານ​ໃນ​ວັນ​ພະ​ຫັດ​ວານນີ້, ຜູ້​ບໍ​ລິ​ຫານ​ໃຫຍ່ USAGM ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ ໄດ້​ກ່າວ​ວ່າ​ຄະ​ນະ​ກຳ​ມະ​ການ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃໝ່​ດັ່ງ​ກ່າວ “ຈະ​ນຳ​ເອົາ​ພອນ​ສະ​ຫວັນ, ຄວາມ​ຊ່ຽວ​ຊານ ແລະ ​ຄວາມກະ​ຕື​ລື​ລົ້ນ​ຢ່າງຫຼວງຫຼາຍ​ມາ​ສູ່​ພາ​ລະ​ກິດ​ຂອງ​ພວກ​ເຮົາ, ເຊິ່ງ​ຍັງ​ຄົງ​ຢູ່​ໃນ​ສະ​ພາບ​ທີ່​ອັນ​ຕະ​ລາຍ​ຍ້ອນ​ສົງ​ຄາມ​ດ້ານ​ຂໍ້​ມູນ​ໂລກ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່.”

ທ່ານ​ນາງ​ໄດ້​ກ່າວ​ຕື່ມ​ວ່າ “ໃນ​ຂະ​ນະ​ທີ່ຫຼາຍ​ຮ້ອຍ​ລ້ານ​ຄົນ​ເພິ່ງ​ພາ​ອາ​ໄສ​ຂ່າວ​ທີ່​ອີງ​ໃສ່​ຂໍ້​ເທັດ​ຈິງ​ຂອງ​ພວກ​ເຮົາ​ເພື່ອ​ເອົາ​ຊະ​ນະ​ການ​ຄວບ​ຄຸມ​ຂໍ້​ມູນ ແລະ ການກວດ​ກາ​ນັ້ນ, IBAB ຈະ​ເພີ່ມ​ການກວດ​ກາ ແລະ ແນວ​ທາງ​ແຜ​ນ​ຍຸດ​ທະ​ສາດ​ອີກ​ຊັ້ນ​ນຶ່ງ​ທີ່​ຈະ​ເສີມ​ຂະ​ຫຍາຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ຕໍ່​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ​ອະ​ນາຄົດ.”

ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ລວມ​ມີ​ທ່ານ ເຈ​ມີ ຟ​ລາຍ, ອະ​ດີດ​ຫົວ​ໜ້າ​ວິ​ທະ​ຍຸ​ຢູ​ໂຣບ ເສ​ລີ/​ວິ​ທະ​ຍຸ ເສ​ລີ​ພາບ, ທ່ານ​ນາງ ແຄັດ​ລີນ ຄັນ​ນິງ​ແຮມ ແມັດ​ທິວ​ສ໌, ອະ​ດີດຫົວ​ໜ້າ​ນັກ​ຂ່າວ ແລະ ການ​ສື່​ສານ, ທ່ານ ເຈ​ຟ​ຟ​ຣີ ເກັດ​ມິນ, ນັກ​ຂ່າວ, ນັກ​ຂຽນ​ ແລະ ອະ​ດີດ​ຫົວ​ໜ້າ​ວິ​ທະ​ຍຸ RFE/RL, ທ່ານ​ ເຄັນ​ເນັດ ເອັມ ຈາ​ຣິນ, ຄູ່​ຮ່ວມ​ຢູ່​ບໍ​ລິ​ສັດ​ກົດ​ໝາຍ​ແຫ່ງ​ຊາດ Ballard Spahr, ທ່ານ ຫຼຸຍ ມາ​ຮູ​ແອ​ລ໌ ໂບ​ແຕ​ລ​ໂລ, ອະ​ດີດ​ນັກ​ຂ່າ​ວ​ສືບ​ສວນ​ສອບ​ສວນ ແລະ ທີ່​ປຶກ​ສາ​ສຳ​ລັບ​ສູນ​ກາງ​ເພື່ອ​ນັກ​ຂ່າວ​ສາ​ກົນ ແລະ ທ່ານ​ນາງ ມິ​ແຊ​ລ ມາຍ ເຊ​ເລັ​ສ​ກີ ກິວ​ດາ, ອະ​ດີດຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ແລະ ວ່າ​ການ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG