ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາສູງ ຮັບຮອງເອົາ ຜູ້ຖືກສະເໜີຊື່ ເຂົ້າຮັບຕຳແໜ່ງສານສູງສຸດ ຂອງທ່ານ ທຣຳ ດ້ວຍການລົງຄະແນນສຽງ ຂອງພັກດຽວ


ທ່ານນາງເອມີ ຄອນນີ ບາແຣັດ ຖືກຮັບຮອງເອົາ ເປັນຜູ້ພິພາກສາສານສູງສຸດ ໃນຄືນວັນຈັນນີ້

ສະພາສູງ ສະຫະລັດ ໄດ້ຢືນຢັນຜູ້ພິພາກສາສານອຸທອນລັດຖະບານກາງ ທ່ານນາງ ເອມີ ໂຄນີ ບາເຣັດ ເພື່ອຮັບຕຳແໜ່ງໃນສານສູງສຸດດ້ວຍຄະແນນສຽງ 52 ຕໍ່ 48 ໃນຕອນແລງວັນຈັນວານນີ້.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານນາງ ຊູຊານ ຄອລລິນສ໌ ຈາກ ລັດ ເມນ ໄດ້ເຂົ້າ ຮ່ວມກັບສະມາຊິກພັກເດໂມແຄຣັດທັງໝົດ ໃນການລົງຄະແນນສຽງຄັດຄ້ານການຢືນຢັນຕຳແໜ່ງ ຂອງທ່ານນາງ ບາເຣັດ. ທ່ານນາງ ຄອລລິນສ໌ ໄດ້ກ່າວວ່າລາວບໍ່ຄວນລົງຄະແນນສຽງຢືນຢັນຕຳ ແໜ່ງໃຫ້ທ່ານ ນາງ ບາເຣັດ ຍ້ອນການລົງຄະແນນສຽງແມ່ນໃກ້ກັບການເລຶືອກຕັ້ງປະທານາທິບໍດີ ໃນອາທິດໜ້າ.

ອີງຕາມອົງການຂ່າວ AP ນັ້ນ, ບໍ່ມີຜູ້ພິພາກສາສານສູງສຸດຄົນອື່ນໆໄດ້ຮັບການຢືນຢັນຕຳແໜ່ງໃນການລົງຄະແນນສຽງທີ່ຖືກບັນທຶກໄວ້ທີ່ບໍ່ໄດ້ຮັບການສະໜັບສະໜູນຈາກພັກສຽງສ່ວນນ້ອຍພາຍ ໃນຢ່າງໜ້ອຍ 150 ປີ.

ທ່ານນາງ ບາເຣັດ ແມ່ນຜູ້ພິພາກສາຄົນທີສາມໃນສານທີ່ມີສະມາຊິກ 9 ຄົນ ທີ່ຖືກສະເໜີຊື່ໂດຍປະທານາທິບໍດີ ດໍໂນລ ທຣຳ ແລະ ຈະອຽງຄວາມສົມດຸນດ້ານອຸດົມການໄປຫາຝ່າຍອະນຸລັກນິຍົມຢ່າງໃຫຍ່ດ້ວຍສຽງສ່ວນຫຼາຍ 6 ຕໍ່ 3.

ຜູ້ພິພາກສາສານສູງສຸດ ທ່ານ ແຄຼເຣັນສ໌ ທອມມາສ ໄດ້ເຮັດພິທີສາບານຕົວໃຫ້ກັບທ່ານນາງ ບາເຣັດ ຢູ່ທຳນຽບຂາວ ເຊິ່ງເປັນພິທີທີ່ຖືກວາງແຜນຈັດຂຶ້ນໃນຕອນຄໍ່າວັນຈັນວານນີ້.

ພັກເດໂມແຄຣັດໄດ້ໂຕ້ແຍ້ງວ່າການຕັດສິນໃຈ ກ່ຽວກັບ ການເລືອກຜູ້ຖືກສະເໜີຊື່ສຳລັບຕຳແໜ່ງດັ່ງກ່າວຄວນຖືກຈົ່ງໄວ້ໃຫ້ຜູ້ລົງແຂ່ງຂັນຜູ້ໃດກໍຕາມທີ່ໄດ້ຊະນະການເລືອກຕັ້ງປະທານາທິບໍດີ, ເປັນການຢືນຢັນທີ່ພັກຣີພັບບລີກັນໄດ້ກ່າວໃນເວລາທີ່ມີຕຳແໜ່ງຫວ່າງລົງໃນປີການເລືອກຕັ້ງເມື່ອຕົ້ນປີ 2016. ຕໍ່ມາພັກຣີພັບບລີກັນໄດ້ປະຕິເສດທີ່ຈະພິຈາລະນາການສະເໜີຊື່ຜູ້ພິພາກສາສານອຸທອນອີກຄົນນຶ່ງຂອງປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ບາຣັກ ໂອບາມາ, ເຊິ່ງແມ່ນ ທ່ານ ເມີຣິກ ກາແລນ.

ຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ ແມັກຄອນແນລ ໄດ້ກ່າວໃນເວລາດຳເນີນການຢືນຢັນຕຳແໜ໋ງຂອງທ່ານນາງ ບາເຣັດ ໃນວັນອາທິດທີ່ຜ່ານມາວ່າ, “ສະພາສູງແມ່ນໄດ້ເຮັດສິ່ງທີ່ຖືກຕ້ອງ, ພວກເຮົາຈະດຳເນີນການສະເໜີຊື່ນີ້ໄປໜ້າ.”

ອົງການຂ່າວ AP ໄດ້ລາຍງານວ່າ “ສະມາຊິກສະພາສູງທ່ານນາງ ເອລິຊາ- ເບັດ ວໍເຣັນ, ສັງກັດພັກເດໂມແຄຣັດ ຈາກລັດ ແມສຊາຈູເຊັດສ໌, ໄດ້ເອີ້ນການລົງຄະແນນສຽງທີ່ວ່ານີ້ “ບໍ່ຖືກຕ້ອງຕາມກົດໝາຍ” ແລະ ເປັນ “ການດີ້ນຮົນຄັ້ງສຸດທ້າຍຂອງພັກການເມືອງທີ່ຈົນຕາແຈ.”

ທ່ານນາງ ບາເຣັດ ອາດພິຈາລະນາຄວາມຂັດແຍ້ງ ຂອງການເລືອກຕັ້ງທີ່ປະກອບມີທ່ານ ທຣຳ, ເຖິງແມ່ນວ່າມັນຈະບໍ່ກະຈ່າງແຈ້ງວ່າລາວອາດຖອນຕົນເອງອອກຫຼືບໍ່ ໃນເມື່ອທ່ານ ທຣຳ ໄດ້ແຕ່ງ ຕັ້ງລາວເຂົ້າຮັບຕຳແໜ່ງໃນສານດັ່ງກ່າວ. ທ່ານນາງ ໄດ້ປະຕິເສດທີ່ຈະເວົ້າໃນການໃຫ້ການຢືນ ຢັນຕຳແໜ່ງຂອງລາວຕໍ່ໜ້າຄະນະກຳມະການຕຸລາການສະພາສູງ ເມື່ອສອງອາທິດທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG