ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ສຫລ ຮັບຜ່ານ ຂໍ້ຕົກລົງ ງົບປະມານ ເປັນເວລາ​​​ 2 ປີ


ຜູ້ນຳສຽງສ່ວນຫລາຍໃນສະພາສູງ ທີ່ສັງກັດ ພັກຣິພັລບບລິກັນ ທ່ານ Mitch McConnell.
ຜູ້ນຳສຽງສ່ວນຫລາຍໃນສະພາສູງ ທີ່ສັງກັດ ພັກຣິພັລບບລິກັນ ທ່ານ Mitch McConnell.

ສະພາ​ສູງ​ສະຫະລັດ ຮັບຜ່ານ​ຮ່າງ​ກົດໝາຍ ​ໃນ​ຕອນ​ເຊົ້າ​ວັນ
​ສຸກ​ມື້​ນີ້ ທີ່​ຈະ​ເຮັດ​ໃຫ້ການ​ຕໍ່ສູ້​ທາງດ້ານງົບປະມານຂອງວໍຊິງ​
ຕັນ ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ຍຸດຕິ​ລົງ ​ໄປ​ຈົນ​ຮອດ
​ການ​ເລືອກ​ຕັ້ງ​ປີໜ້າ ​ແລະກາຍ​ນັ້ນໄປ​ອີກ. ມາດຕະ ການ​ດັ່ງ
ກ່າວ ເວລາ​ນີ້ ​ພວມ​ຖືກສົ່ງໄປໃຫ້ປະ​ທາ​ນາ​ທິບໍດີ Barack
Obama ​ເພື່ອ​ເຊັ​ນ​ເປັນ​ກົດໝາຍ.

ສະພາ​ສູງ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ນີ້ ດ້ວຍ​ຄະ
ແນນ​ສຽງ​ 64 ຕໍ່ 35 ບໍ່​ດົນ​ຫລັງ​ຈາກ​ເວລາ 2 ​ໂມງ​ເຄິ່ງຕອນ
​ເຊົ້າມື້ນີ້.

ຮ່າງ​ກົດໝາຍນີ້ ​ໄດ້​ກຳນົດລະດັບ​ການ​ໃຊ້​ຈ່າຍໃຫ້ລັດຖະບານ​ສະຫະລັດ ​ເປັນ​ເວລາ​ສອງ
​ປີແລະ​ເພີ້ມຂີດຈຳກັດໃນ​ການ​ກູ້ຢືມ​ໄປຈົນ​ເຖິງ​ປີ 2017 ​ເພື່ອ​ຫລີ​ກ ລ່ຽງ ການຂົ່ມຂູ່ຕໍ່​ປິດ​
ພາກ​ສ່ວນຂອງລັດຖະບານ​ກາງ ຫລືການ​ບໍ່​ຊຳລະ​ໜີ້ສິນ ຂອງ​ສະຫະລັດ​ທີ່​ມີ​ຄວາມ​ເສຍ
​ຫາຍ​ຢ່າງ​ໜັກ ສຳລັບເວລາ​ທີ່​ຍັງ​ເຫລືອ​ຂອງ​ການເປັນ​ປະທານາທິບໍດີຂອງ​ທ່ານ Obama.

​ສ​ະພາ​ຕໍ່າສະຫະລັດ ​ໄດ້ໃຫ້ການ​ອະນຸມັດ​ຕໍ່​ມາດ​ຕະການດັ່ງກ່າວ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.
ພັກ​ຣີ​ພັບ​ບລິ​ກັນທີ່​ຄວບ​ຄຸມ​ທັງສອງສະພາ ​ແລະ​ໄດ້ຕົກ​ຢູ່​ໃນ​ສະພາບບໍ່​ໄປ​ບໍ່​ມາ​ກ່ຽວກັບ
ບັນຫາ​ງົບປະມານ​ປະຈຳ​ປີ​ ກັບພັກ​ເດ​ໂມ​ແຄ​ຣັດ ມາ​ເປັນ​ເວ ລາ​ຫລາຍ​ປີີ​ແລ້ວ.

​ສະ​ມາ​ຊິກ​ສະພາ​ສູງ ພັກ​ຣີພັບ​ບລິ​ກັນ ທີ່​ນິຍົມ​ແນວທາງ​ເດີມ ​ໄດ້​ປະນາມຂໍ້​ຕົກລົງນີ້​ວ່າ ​ເປັນງົບປະມານ​ປະຈຳປີທີ່​ບໍ່​ມີ​ຄວາມ​ຮັບຜິດຊອບ ​ແລະເປັນ​ການ​ຍອມ​ຈຳນົນ ໃຫ້​ແກ່​ພັກ
​ເດ​ໂມ​ແຄ​ຣັດ.

ຜູ້ນຳ​ພັກ​ສຽງ​ສ່ວນ​ຫລາຍຂອງ​ສະພາ​ສູງ ທ່ານ Mitch McConnell ທີ່​ໄດ້​ເຂົ້າຮ່ວມ​ໃນ
ການ​ເຈລະຈາອາທິດ​ນີ້ ລະຫວ່າງບັນດາ​ຜູ້ນຳ​ລັດຖະສະພາ​ແລະ​ທຳນຽບຂາວ ​ເພື່ອ​ຫາ
​ທາງ​ໃຫ້​ບັນລຸຂໍ້​ຕົກລົງນີ້ກ່າວ​ວ່າ “ຂໍ້​ຕົກລົງ​ດັ່ງກ່າວ​ນີ້ ບໍ່​ເປັນຂໍ້​ຕົກ ລົງ​ທີ່ດີ​ເລີດ.”

​ເຖິງ​ແມ່ນ​ວ່າ​ຍັງມີ​ຂໍ້ຂາດ​ຕົກ​ບົກ​ຜ່ອງ ທ່ານ McConnell ກ່າວ​ວ່າ ຮ່າງ​ກົດ​ໝາຍນີ້ “ປະຕິ
​ເສດຕໍ່​ການ​ຂື້ນ​ພາສີ ຄ້ຳປະກັນ​ກາ​ນກູ້​ຢືມໃນ​ລະຍະ​ຍາວ ຜ່ານ​ການ​ປະຕິ​ຮູບໃນ​ດ້ານ​ສິດ
ທິ​ກ່ຽວ​ກັບ​ການໄດ້​ຮັບການ​ຊ່ວຍ​ເຫຼືອ​ຕ່າງໆ ​ແລະ​ເພີ້​ມ​ການ​ໃຫ້​ຄວາມ​ສະໜັບສະໜູນ
​ແກ່ທະຫານ​ຂອງ​ພວກ​ເຮົາ.

ທ່ານ​ກ່າວ​ເພີ້​ມອີກ​ວ່າ “​ແຕ່ລະ​ຢ່າງ​ເຫລົ່າ​ນີ້ໄດ້​ເປັນ​ເປົ້າ​ໝາຍ​ຂອງ ​ພັກ​ຣີພັບ​ບລິກກັນ ທີ່
​ນຳ​ເຂົ້າໄປ​ສູ່ການ​ເຈລະ​ຈາ.”

XS
SM
MD
LG