ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະ​ພາ​ສູງ ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ທີ​່​ສຳ​ຄັນ ເພື່ອ​ແກ້​ໄຂ​ການ​ແຂ່ງ​ກັນ​ຂອງ ສະ​ຫະ​ລັດ ກັບ ຈີນ


US Senate Advances Bill to Boost Microchip Production
please wait

No media source currently available

0:00 0:03:02 0:00

ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ CHIPS ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 64 ຕໍ່ 33 ໃນ​ວັນ​ພຸດ​ວານນີ້, ເປັນ​ຄວາມ​ກ້າວ​ໜ້າ​ດ້ານ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈາກ​ທັງ​ສອງ​ຝ່າຍ​ຂອງ​ສະ​ພາ​ກ່າວ​ວ່າ ຈະ​ເປັນ​ກະ​ແຈ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ການ​ແຂ່ງ​ຂັນ​ທາງ​ເສ​ດ​ຖະ​ກິດ​ຂອງ ສະ​ຫະ​ລັດ ກັບ ຈີນ.

ຮ່າງ​ກົດ​ໝາ​ຍ​ທີ່​ມີ​ມູນ​ຄ່າ 280 ຕື້​ໂດ​ລາ​ຈະ​ສະ​ໜອງ​ທຶນ 52 ຕື້​ໂດ​ລາ ແລະ ແຮງ​ຈູງ​ໃຈ​ຕໍ່​ຜູ້​ຜະ​ລິດ ເຊ​ມີ​ຄອນ​ດັກ​ເຕີ ຫຼື ໄມ​ໂຄ​ຣ​ຊິບ ​ພາຍ​ໃນ​ປະ​ເທດ, ເຊິ່ງ​ແມ່ນ​ອົງ​ປະ​ກອບ​ສຳ​ຄັນ​ໃນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຢ່າງກວ້າງ​ຂວາງ​ທີ່​ຮຽກ​ຮ້ອງ​ໃຫ້​ມີ ໄມ​ໂຄ​ຣ​ຊິບ ແຕ່​ມັກ​ຈະ​ຖືກ​ຜະ​ລິດ​ໃນ​ຕ່າງ​ປະ​ເທດ.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ສຸດ​ທ້າຍ​ວ່າ “ມື້ນີ້​ແມ່ນ​ວັນ​ທີ່​ດີຫຼາຍ​ສຳ​ລັບ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ກ່ຽວ​ກັບ ອະ​ນາ​ຄົດ​ຂອງ​ປະ​ເທດ​ຂອ​ງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ຢ່າງ​ແນ່ນອນ​ວ່າ ເວ​ລາ​ມັນ​ຖືກ​ເຊັນ​ເປັນ​ກົດ​ໝາຍ, ຮ່າງ​ກົດ​ໝາຍ​ນີ້​ຈະ​ປຸກຈິດ​ວິນ​ຍານ​ແຫ່ງການ​ຄົ້ນ​ພົບ ແລະ ​ນະ​ວັດ​ຕະ​ກຳ​ໃໝ່​ທີ່​ໄດ້​ເຮັດ​ໃຫ້ ອາ​ເມ​ຣິ​ກາ ເປັນ​ທີ່​ອິດ​ສາ​ຂອງ​ໂລກ.”

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ຂະ​ນະ​ທີ່​ກຳ​ລັງ​ປະ​ຊຸມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ພັນກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ລັດອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ມິ​ຊິ​ແກັນ ທາງ​ພາກ​ຕາ​ເວັນ​ອອກ​ຕອນ​ກາງວ່າ “ອາ​ເມ​ຣິ​ກາ ຈະ​ບໍ່​ເພິ່ງ​ພາ​ອາ​ໄສ​ສິ່ງ​ໃດ​ສິ່ງ​ນຶ່ງ​ຢູ່​ຕ່າງ​ປະ​ເທດ​ທີ່​ເຄີຍ​ຖືກ​ສ້າງ​ຂຶ້ນ​ຢູ່​ທີ່ນີ້, ເຮັດ​ໃນ ອາ​ເມ​ຣິ​ກາ, ທີ່​ຖືກ​ປະ​ດິດ​ຂຶ້ນ​ຢູ່​ທີ່ນີ້. ແລະ ພວກ​ເຮົາ​ຈະ​ມີ​ວຽກ​ເຮັດ​ງານ​ທຳ​ຢູ່​ທີ່ນີ້​ອີກ​ຄັ້ງ​ນຶ່ງ.”

ຮ່າງ​ກົດ​ໝາຍ CHIPS ແມ່ນ​ການ​ປະ​ນີ​ປະ​ນອມ​ກັນ​ລະ​ຫວ່າງ​ສອງ​ພັກ​ການ​ເມືອງ ຫຼັງ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ໃຊ້​ເວ​ລາ​ເກືອບ​ນຶ່ງ​ປີ​ເຄິ່ງ ເພື່ອ​ພະ​ຍາ​ຍາມ​ບັນ​ລຸ​ຂໍ້​ຕົກ​ລົງ ກ່ຽວ​ກັບ ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ກວ່າ​ເກົ່າ ເພື່ອ​ແກ້​ໄຂ​ການ​ແຂ່ງ​ຂັນ​ຂອງ ສະ​ຫະ​ລັດ ກັບ ຈີນ. ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ມາກ ວໍ​ເນີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ, ໄດ້​ກ່າວ​ວ່າ​ການ​ລົງ​ຄະ​ແນນ​ສຽງ​ຂອງວັນ​ພຸດ​ວານນີ້​ແມ່ນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ຕໍ່​ການ​ແກ້​ໄຂ​ການ​ແຂ່ງ​ຂັນ​ດ້ານ​ຍຸດ​ທະ​ສາ​ໃນ​ຕ່າງ​ປະ​ເທດ.

ທ່ານ ວໍ​ເນີ ໄດ້​ກ່າວ​ຢູ່​ສະ​ພາ​ສູງ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ການ​ໃຫ້​ທຶນນີ້​ຈະ​ສົ່ງ​ຂໍ້​ຄວາມ​ອອກ​ໄປ​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ວາງ​ເງິນ​ມັດ​ຈຳ​ທີ່​ແຂງ​ແກ່ນ​ເພື່​ອ​ຮັກ​ສາ​ຂໍ້​ໄດ້​ປຽບ​ຂອງ​ພວກ​ເຮົາ​ໃນ​ການ​ແຂ່ງ​ຂັນ​ດ້ານ​ເທັກ​ໂນ​ໂລ​ຈີ​ໃນ​ໂລກ ແລະ ປ້ອງ​ກັນ​ຕ່ອງ​ໂສ​ການ​ສະ​ໜອງ​ສິນ​ຄ້າ​ທົ່ວ​ໂລກ​ຈາກ​ການ​ຖືກ​ໃຊ້​ເປັນ​ອາ​ວຸດ​ຕໍ່​ພວກ​ເຮົາ ແລະ ພັນ​ທະ​ມິດ​ຂອງ​ພວກ​ເຮົາ. ໃນ​ປີ​ທີ່​ຜ່ານ​ມາ, ຈີນ ໄດ້​ສືບ​ຕໍ່​ຂະ​ຫຍາຍ​ການ​ລົງ​ທຶນ​ໃນ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ຂອງ​ເຂົາ​ເຈົ້າ ແລະ ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ທີ່​ສ້າງ​ອິດ​ທິ​ພົນ​ດ້ານ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG