ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ສຫລ ຊຶ່ງ​ເຄີຍເປັນ ນັກລົບ​ເກົ່າ ທະ​ຫານ​ອາ​ກາດ ກ່າວ​ວ່າ ທ່ານນາງ ເຄີຍຖືກລວນລາມ ທາງເພດ


ທ່ານນາງ Martha McSally ສະມາຊິກສະພາສູງ ສະຫະລັດ
ຈາກ ອາຣີໂຊນາ ເຄີຍຖືກລວນລາມທາງເພດໃນເວລາເປັນ
ພັນເອກທະຫານອາກາດ​ ພວມໃຫ້ການ ຢູ່ສະພາ ໃນວໍຊິງຕັນ ວັນທີ 6 ມີນາ 2019.
ທ່ານນາງ Martha McSally ສະມາຊິກສະພາສູງ ສະຫະລັດ ຈາກ ອາຣີໂຊນາ ເຄີຍຖືກລວນລາມທາງເພດໃນເວລາເປັນ ພັນເອກທະຫານອາກາດ​ ພວມໃຫ້ການ ຢູ່ສະພາ ໃນວໍຊິງຕັນ ວັນທີ 6 ມີນາ 2019.

ສະມາຊິກສະພາສູງ ສະຫະລັດ ທ່ານນາງມາທາ ແມັກແຊລລີ ນັກລົບເກົ່າ ​ອາ ​ຍຸ 26
ປີ ທັງເປັນນັກບິນສູ້ລົບແມ່ຍິງຄົນທຳອິດ ໄດ້ກ່າວຢູ່ໃນການໃຫ້ການ ໃນວັນພຸດວານ
ນີ້ ວ່າທ່ານນາງໄດ້ຖືກລວນລາມທາງເພດໂດຍນາຍທະຫານຂັ້ນສູງ ຢູ່ໃນກອງທັບ
ອາກາດສະຫະລັດ.

ທ່ານນາງ ແມັກແຊລລີ ໄດ້ເປີດເຜີຍເລື້ອງການລວນລາມ ຢູ່ໃນການໃຫ້ການຕໍ່ ສະພາ
ສູງ ເລື້ອງການໂຈມ​ຕີທາງເພດ ຢູ່ໃນກອງທັບ ແລະ ຄວາມພະຍາຍາມ ທີ່ຈະປ້ອງກັນ ພວກເຂົາເຈົ້າເອງ. ທ່ານນາງເວົ້າວ່າ ເພິ່ນບໍ່ໄດ້ລາຍງານ ເລື້ອງ ການລວນລາມດັ່ງກ່າວ ກໍເພາະວ່າ ເຊັ່ນດຽວກັນກັບພວກໄດ້ຮັບເຄາະຄົນອື່ນໆ ເພາະວ່າພວກເຂົາເຈົ້າ ບໍ່ມີ
ຄວາມເຊືຶ່ອໝັ້ນຕໍ່ລະບົບດັ່ງກ່າວ.

ທ່ານນາງເວົ້າວ່າ “ຂ້າພະເຈົ້າຕິຕົວເອງ. ຂ້າພະເຈົ້າໜ້າອາຍ ແລະສັບສົນ.”

ທ່ານນາງໄດ້ເວົ້າໃນຫຼາຍໆປີຕໍ່ມາວ່າ ທ່ານນາງໄດ້ປາກເວົ້າອອກມາ ກ່ຽວກັບ ການ
ໂຈມຕີດັ່ງກ່າວ ແລ້ວກໍຕົກໃຈ ທີ່ໄດ້ເຫັນວິທີທີ່ທາງຂັ້ນສູງຮັບມື ກັບຂ່າວ ດັ່ງກ່າວຂອງ
ທ່ານນາງ.

ທ່ານນາງເວົ້າວ່າ “ຂ້າພະເຈົ້າເກືອບໜີອອກຈາກກອງທັບອາກາດ ລຸນຫຼັງໄດ້ ຮັບໃຊ້
ມາ 18 ປີ. ຂ້າພະເຈົ້າຮູ້ສຶກວ່າ ລະບົບນີ້ລວນລາມຂ້າພະເຈົ້າອີກຕື່ມ.”

ທ່ານນາງແມັກແຊລລີ ເວົ້າວ່າ ປະສົບການຂອງເພິ່ນ ໄດ້ຫຼໍ່ຫຼອມເພິ່ນ ໃຫ້ຕັດ ສີນໃຈ
ເປັນປາກເປັນສຽງ ໃຫ້ພວກທີ່ໄດ້ຮັບເຄາະ ຈາການລວນລາມທາງເພດ ຢູ່ໃນກອງທັບ ໂດຍການໃຊ້ຕຳແໜ່ງທາງດ້ານກົດໝາຍເພື່ອຕໍ່ສູ້ໃຫ້ມີການປ່ຽນ ແປງ.

ທ່ານນາງເວົ້າວ່າ “ພະລັງຊຸກຍູ້ໃຫ້ຂ້າພະເຈົ້າຕໍ້ສູ້ ຕ້ານການລວນລາມທາງເພດ ຢູ່ໃນ
ຖັນແຖວ ບໍ່ແມ່ນມາຈາກພາຍນອກ. ມັນເປັນເລື້ອງສ່ວນຕົວທີ່ແທ້ຈິງ.”

ທ່ານນາງແມັກແຊລລີກ່າວວ່າ ພວກນາຍທະຫານຂັ້ນສູງ ບໍ່ຄວນເປັນຜູ້ລົບລ້າງ ຄວາມ
ຮັບຜິດຊອບຂອງບັນຫາດັ່ງກ່າວ ແຕ່ແທນທີ່ຈະເຮັດແນວນັ້ນ ມັນຄວນ ບັງຄັບ ໃຫ້ມີ
ສ່ວນຢູ່ໃນການແກ້ໄຂບັນຫາ.

ໃນປີກາຍນີ້ ທຳນຽບຫ້າແຈເວົ້າວ່າ ຕົນໄດ້ຮັບລາຍງານ 6,769 ສະບັບກ່ຽວ​ກັບ ການ
ລວນລາມທາງເພດ ທີ່ພົວພັນກັບສະມາຊິກໃນກອງທັບ ໃນ​ສົກ​ງົບ​ປະ​ມານປີ 2017
ຊຶ່ງມີຈຳນວນເພີ້ມຂຶ້ນ 9 ຈຸດ 7 ເປີເຊັນ ເກີນສົກ​ງົບ​ປະ​ມານ ​ປີ 2016.

ກອງ​ທັບສະຫະລັດ ໄດ້ຖືກຕ້ອງຕິມາ ສຳລັບເລື້ອງການຮັບມືກັບການລວນລາມ ທາງ
ເພດ ລວມທັງຜົນ ໃນທາງທີ່ບໍ່ດີ ທີ່ພວກກ່າວຫາຢູ່ໃນກອງທັບໄດ້ຮັບ ກ່ຽວກັບຄວາມ
ຮຸນແຮງທາງເພດ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG