ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ເຄທີ ບຣິທທ໌ ຈາກລັດອາລາບາມາ ຖະແຫຼງການຕອບໂຕ້ ແບບມີຊີວິດຊີວາ ແລະ ມີລັກສະນະວິພາກວິຈານ ຕໍ່ຄຳປາໄສ ທ່ານ ໄບເດັນ


ສະມາຊິກສະພາສູງ ເຄທີ ບຣິທທ໌ ຈາກລັດອາລາບາມາ ຖະແຫຼງການຕອບໂຕ້ຂອງພັກຣີພັບບລີກັນ ຕໍ່ຄຳປາໄສຕໍ່ສະພາ ແລະ ປະເທດຊາດຂອງທ່ານ ໄບເດັນ, ວັນທີ 7 ມີນາ 2024.
ສະມາຊິກສະພາສູງ ເຄທີ ບຣິທທ໌ ຈາກລັດອາລາບາມາ ຖະແຫຼງການຕອບໂຕ້ຂອງພັກຣີພັບບລີກັນ ຕໍ່ຄຳປາໄສຕໍ່ສະພາ ແລະ ປະເທດຊາດຂອງທ່ານ ໄບເດັນ, ວັນທີ 7 ມີນາ 2024.

ພັກຣີພັບບລີກັນໄດ້ເລືອກ ທ່ານນາງ ເຄທີ ບຣິທທ໌ (Katie Britt), ສະມາຊິກສະພາສູງທີ່ອາຍຸນ້ອຍທີ່ສຸດຄົນນຶ່ງ ຈາກລັດ ອາລາບາມາ, ເພື່ອສະແດງການຕອບໂຕ້ທີ່ເຈັບແສບຂອງພັກຕໍ່ຄຳປາໄສຕໍ່ລັດຖະສະພາ ແລະ ປະເທດຊາດ ຂອງປະທານາທິບໍດີ ໂຈ ໄບເດັນ - ແລະທ່ານນາງກໍໄດ້ເຮັດເຊັ່ນນັ້ນ, ໂດຍໃຊ້ເວລາ 15 ນາທີຂອງທ່ານນາງ ຢູ່ເທິງເວທີລະດັບຊາດ ເພື່ອເອີ້ນ ທ່ານ ໄບເດັນ ຢ່າງກະຕືລືລົ້ນວ່າ “ຜູ້ນຳທີ່ເຊື່ອມໂຊມ ແລະ ຖົດຖອຍ” ໃນຂະນະທີ່ສ້າງຄວາມຢ້ານກົວ ກ່ຽວກັບນະໂຍບາຍ ດ້ານຄົນເຂົ້າເມືອງຂອງທ່ານ ແລະວິພາກວິຈານການຮັບມືດ້ານເສດຖະກິດ, ຄວາມຍຸຕິທໍາ ແລະການຕ່າງປະເທດຂອງທ່ານ.

ທ່ານ ນາງ ບຣິທທ໌, ຜູ້ທີ່ໄດ້ກ່າວຄຳປາໄສທີ່ໄດ້ຖືກບັນທຶກໄວ້ກ່ອນແລ້ວຂອງທ່ານນາງ ຈາກສິ່ງທີ່ເບິ່ງຄືວ່າ ເປັນເຮືອນຄົວໃນເຮືອນ ກ່າວວ່າ "ລາວກໍາລັງເຮັດໃຫ້ພວກເຮົາກາຍເປັນໂຕຕະຫຼົກຢູ່ໃນເວທີໂລກ."

"ປະເທດທີ່ພວກເຮົາຮູ້ຈັກ ແລະຮັກ ເບິ່ງຄືວ່າຈະຄ່ອຍໆ ເລື່ອນຫາຍໄປ," ແມ່ລູກນ້ອຍ 2 ຄົນ, ອາຍຸ 42 ປີກ່າວ. ທ່ານນາງກ່າວອີກວ່າ “ມັນ​ຮູ້​ສຶກຄື​ວ່າ​ຄົນ​ລຸ້ນ​ຕໍ່​ໄປ​ຈະ​ມີ​ໂອ​ກາດ – ແລະ​ອິດ​ສະ​ຫຼະ​ຫນ້ອຍ – ​ກວ່າທີ່ພວກ​ເຮົາເຄີຍມີ. ຂ້ອຍກັງວົນວ່າລູກຂອງຂ້ອຍ ອາດຈະບໍ່ມີໂອກາດແມ່ນແຕ່ໄດ້ໃຊ້ຊີວິດຕາມຄວາມຝັນແບບອາເມຣິກັນຂອງພວກເຂົາ ນຳອີກ."

ໃນການເຄື່ອນໄຫວທີ່ບໍ່ປົກກະຕິນີ້, ສະມາຊິກພັກຣີພັບບລີກັນທີ່ມີຊື່ສຽງ ສາມຄົນ ໄດ້ອອກສິ່ງທີ່ບາງຄົນເອີ້ນວ່າ "ການກໍເຫດ" ກ່ອນການກ່າວຄໍາປາໄສຂອງ ທ່ານ ໄບເດັນ.

ປະທານສະພາຕ່ຳ ທ່ານ ໄມຄ໌ ຈອນສັນ ກ່າວໃນຕອນເຊົ້າວັນພະຫັດວານນີ້ວ່າ “ໃນເວລາພຽງສາມປີເທົ່ານັ້ນ, ນະໂຍບາຍຂອງປະທານາທິບໍດີ ໄບເດັນ ໄດ້ເລັ່ງໃຫ້ ສະຫະລັດ ຕົກຕໍ່າລົງຢ່າງວ່ອງໄວ ໃນທຸກດ້ານ ນັບຕັ້ງແຕ່ເສດຖະກິດ ໄປຈົນເຖິງຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດ.

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ ມິຈ ແມັກຄອນແນລ (Mitch McConnell) ໄດ້ກ່າວຈາກສະພາສູງ ແລະໄດ້ວິພາກວິຈານນະໂຍບາຍການຕ່າງປະເທດ, ການຕັດສິນໃຈທາງດ້ານເສດຖະກິດ ແລະຕຳແໜ່ງ “ຝ່າຍຊ້າຍ” ຂອງ ທ່ານ ໄບເດັນ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG