ປະຊາຊົນໃນຫຼາຍໆຫົວເມືອງຂອງສະຫະລັດ ອາດຈະປະຫຼາດ
ໃຈ ທີ່ເຫັນ ລົດຍົນແລ່ນຢູ່ຕາມຖະໜົນຫົນທາງເອງໂດຍທີ່ບໍ່ມີຄົນ
ຂັບ. ບັດຈຸບັນນີ້ ການທົດລອງລົດຍົນທີ່ຄົນບໍ່ຂັບດັ່ງກ່າວ ແມ່ນ
ເຮັດໄດ້ຢ່າງຖືກຕ້ອງຕາມກົດ ໝາຍ ຢູ່ໃນລັດ Florida, Neva
da ແລະລັດ California. ດັ່ງທີ່ຜູ້ສື່ຂ່າວວີໂອເອ Mike
O’Sullivan ລາຍງານມາຈາກນະຄອນ Los Angeles ລັດ
ແຄລິຟໍເນຍນັ້ນ ກໍແມ່ນວ່າ ອະນາຄົດທີ່ຈະມີລົດທີ່ຂັບມັນເອງ
ແລ່ນຢູ່ ຕາມຖະໜົນຫົນທາງນັ້ນ ກໍາລັງຫຍັບໃກ້ເຂົ້າມາແລ້ວ.
ບໍລິສັດໄຮເທັກ Google ມີລົດຍົນທີ່ຄົນບໍ່ຕ້ອງຂັບຫຼາຍໆຄັນ.
ມາຮອດເດືອນສິງຫາຜ່ານມານີ້ ລົດເຫລົ່ານັ້ນໄດ້ທົດລອງແລ່ນ
ຢູ່ຕາມຖະໜົນ ມາໄດ້ໄລຍະທາງ 480,000 ກິໂລແມັດແລ້ວ.
ບັນດາບໍລິສັດຜະລິດລົດລາຍໃຫຍ່ໆໃນສະຫະລັດແລະຢູ່ໂຣບ ກໍກໍາລັງພາກັນຄົ້ນຄ້ວາ ແລະທົດລອງເທັກໂນໂລຈີ ສໍາລັບລົດທີ່ຂັບມັນເອງໄດ້. ໃນນັ້ນ ບໍລິສັດ Volvo ແມ່ນກໍາ
ລັງທົດລອງແລ່ນລົດບໍ່ມີຄົນຂັບຢູ່ຕາມຖະໜົນແລ້ວ ແລະມີແຜນຈະນໍາລົດຂັບເອງນີ້ ອອກຈໍາໜ່າຍພາຍໃນປີ 2020.
ໃນເດືອນກັນຍາຜ່ານມາ ຜູ້ວ່າການລັດແຄລິຟໍເນຍ ທ່ານ Jerry Brown ໄດ້ລົງນາມໃນ ຍັດຕິສະບັບນຶ່ງ ທີ່ອະນຸຍາດໃຫ້ລົດຂັບໄປເອງໄດ້ດັ່ງກ່າວນີ້ ສາມາດແລ່ນຢູ່ຕາມຖະໜົນ ຫົນທາງໃນລັດແຄລິຟໍເນຍໄດ້. ຜູ້ວ່າການລັດ Jerry Brown ເວົ້າວ່າ:
“ພວກເຮົາກໍາລັງເຫັນສິ່ງທີ່ມີຢູ່ໃນນິຍາຍວິທະຍາສາດ ກໍາລັງຈະກາຍເປັນຈິງໃນ
ອະນາຄົດ. ນັ້ນກໍຄືລົດຍົນ ທີ່ຂັບໄປເອງໄດ້.”
ເທັກໂນໂລຈີທີ່ໃຊ້ໃນລົດເຫຼົ່ານີ້ ມີໂຮມທັງ ກ້ອງຖ່າຍຮູບ ເຣດາ ແລະ ເຄຶ່ອງຈັບການ ເຄຶ່ອນໄຫວເໜັງຕິງ.
ລະບົບຕ່າງໆເຫລົ່ານີ້ ໄດ້ຖືກປັບປຸງໃຫ້ດີຂຶ້ນ ພາຍໃຕ້ການແຂ່ງຂັນທີ່ອຸບປະຖໍາໂດຍອົງ
ການ DARPA ຫຼື ອົງການໂຄງການຄົ້ນຄ້ວາລະດັບກ້າວໜ້າ ຂອງກະຊວງປ້ອງກັນປະເທດສະຫະລັດ.
Richard Mason ວິສະວະກອນປະຈໍາບໍລິສັດຄົ້ນຄ້ວາ Rand Corporation ໄດ້ຊ່ວຍ
ອອກແບບລົດຍົນສໍາລັບການແຂ່ງຂັນຂອງອົງການ DARPA ໃນລະຫວ່າງປີ 2004 ຫາ
ປີ 2007. ທ່ານ Mason ເວົ້າວ່າ:
“ທຸກປີ 2 ປີ ພວກລົດດັ່ງກ່າວກໍກັບຄືນມາ ພ້ອມກັບເກັບກໍາຂໍ້ມູນຕ່າງໆໄດ້ຫຼາຍກວ່າ
ແຕ່ກ່ອນ ເຖິງ 10 ເທົ່າ ແລະຫຼັງຈາກອີກສີ່ປີ ກໍຈະໄດ້ຂໍ້ມູນຫຼາຍເຖິງ 100 ເທົ່າ ຊຶ່ງບັດ
ນີ້ກໍຕ້ອງໃຊ້ເງິນຫຼາຍຂຶ້ນ ແຕ່ຈະເຫັນການເພີ່ມສູງຂຶ້ນໃນຄວາມສາມາດຂອງມັນ.”
ພວກໄປຊົມງານສະແດງລົດຍົນທີ່ Los Angeles ເມື່ອບໍ່ດົນມານີ້ ໄດ້ເຫັນລົດທີ່ຈະມີໃຊ້
ໃນອະນາຄົດ ເຖິງແມ່ນວ່າເວລານີ້ ມັນຍັງຕ້ອງການ ຄົນຂັບຢູ່ ກໍຕາມ.
ນາງ Angie Nucci ຢູ່ບໍລິສັດ Honda America ເວົ້າວ່າ ລົດຍົນຄືກັບລົດຍີ່ຫໍ້ Mitsubishi ຄັນນ້ອຍໆນີ້ ເປັນລົດທີ່ປະຢັດນໍ້າມັນໄດ້ຫຼາຍຂຶ້ນ ແລະລະບົບອີເລັກໂທຣ ນິກໃໝ່ໆ ກໍຊ່ວຍໃຫ້ລົດ Honda ປອດໄພກວ່າເກົ່າ. Angie Nucci ເວົ້າວ່າ:
“ກ້ອງທີ່ຕິດຕັ້ງຢູ່ໃນກະຈົກເບື້ອງຂວາ ແທ້ໆແລ້ວແມ່ນຕໍ່ ໃສ່ຈໍທີ່ສະແດງທາງແລ່ນ
ຂອງລົດ ສະນັ້ນທ່ານກໍສາມາດປ່ຽນເລນໄດ້ຢ່າງປອດໄພ.”
ລະບົບຄວາມປອດໄພອື່ນໆກໍມີໂຮມທັງລະບົບເຕືອນໃຫ້ລະວັງລົດຕໍາກັນ ທີ່ຕິດຕັ້ງຢູ່ທາງ ໜ້າ ທາງຫລັງ ແລະທັງສອງຂ້າງຂອງລົດ.
ລະບົບດັ່ງກ່າວນີ້ຊ່ວຍຄົນຂັບແຕ່ກໍຈະບໍ່ແທນຄົນຂັບ. Leslie Kendall ຜູ້ກໍາກັບດູແລ ພິພິທະພັນລົດຍົນ Petersen Automotive Museum ເວົ້າວ່າ ລົດທີ່ຂັບມັນເອງນັ້ນ ຈະກ້າວໜ້າໄປອີກຂັ້ນນຶ່ງ ແລະເຮັດໃຫ້ທ້ອງຖະໜົນຫຼວງມີຄວາມປອດໄພຂຶ້ນກວ່າເກົ່າ.
ນາງ Kendal ເວົ້າວ່າ:
“ໂດຍການເອົາຄົນອອກຈາກການບັງຄັບລົດນັ້ນ ເຮົາຍັງສາມາດກໍາຈັດໂອກາດທີ່ຈະເກີດ
ອຸບັດເຫດນັ້ນໄດ້ເປັນສ່ວນໃຫຍ່.”
ແຕ່ໃນເບື້ອງຕົ້ນນັ້ນພວກຂັບລົດອາດຈະຍັງລັງເລໃຈບໍ່ຢາກຖິ້ມການບັງຄັບລົດເອງ.
ນາງ Kendal ເວົ້າອີກວ່າ:
“ມັນຕ້ອງໃຊ້ເວລາຢູ່ ທີ່ຈະໃຫ້ເຂົາເຈົ້າຮູ້ສຶກວ່າເທັກໂນໂລຈີນັ້ນ ໄວ້ໃຈໄດ້ແທ້ໆ ແລະ ມັນກໍຕ້ອງພິສູດໃຫ້ເຫັນກ່ອນ.”
Richard Mason ເວົ້າວ່າ ເທັກໂນໂລຈີລົດຂັບເອງນີ້ ແມ່ນໃຊ້ການໄດ້ດີແລ້ວ ແຕ່ສິ່ງ ທ້າທາຍອັນໃຫຍ່ຫຼວງນັ້ນ ກໍຄືຜ່ອນລາຄາລົດຂັບເອງນີ້ລົງ ຈາກຫຼາຍແສນໂດລາ ລົງມາ ຢູ່ໃນລາຄາທີ່ພໍຊື້ໄດ້.