ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດ ອີກຄົນນຶ່ງ ເຜົາຕົນເອງຕາຍ


ພາບນຶ່ງຂອງຊາວທິເບດ ທີ່ເຜົາຕົນເອງຕາຍ ເພື່ອປະທ້ວງການປົກຄອງຂອງຈີນ.
ພາບນຶ່ງຂອງຊາວທິເບດ ທີ່ເຜົາຕົນເອງຕາຍ ເພື່ອປະທ້ວງການປົກຄອງຂອງຈີນ.
ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງ ທີ່ຕັ້ງຢູ່ນະຄອນລອນດອນເວົ້າວ່າ
ພໍ່ຕູ້ຂອງພະສົງທິເບດ ອົງນຶ່ງທີ່ຜູ້ຄົນສັກກາລະບູຊາ ໄດ້ເຜົາຕົນ
ເອງຕາຍ ເພື່ອປະທ້ວງການປົກຄອງຂອງຈີນ.

ກຸ່ມ Free Tibet ຫລື ປົດປ່ອຍທິເບດ ເວົ້າໃນວັນອາທິດມື້ນີ້ວ່າ
ທ່ານ Tamdrin Dorjee ອາຍຸ 52 ປີ ໄດ້ເສຍຊີວິດກັບທີ່ ໃນ
ວັນເສົາວານນີ້ ຢູ່ໃກ້ວັດແຫ່ງນຶ່ງ ໃນແຂວງ Gansu, ຢູ່ພາກຕາ ເວັນຕົກສຽງເໜືອຂອງຈີນ.

ເຊື່ອກັນວ່າ ທ່ານ Tamdrin Dorjee ເປັນພໍ່ຕູ້ຂອງພະທີ່ເປັນ
ສັກກາລະບູຊາຂອງຊາວ ທິເບດ ຫລື Gungthang Rinpoche
ທີ 7 ຊຶ່ງເປັນຜູ້ນໍາທາງສາສະໜາທີ່ມີຊື່ສຽງທີ່ສຸດຜູ້ນຶ່ງ ໃນແຂວງ
Amdo ໃນພາກຕາເວັນອອກສຽງເໜືອຂອງທິເບດ. ຊາວພຸດທິ
ເບດເຊື່ອກັນວ່າ ພະ Rinpoche ແມ່ນບຸກຄົນສໍາຄັນໃນສາສະໜາພຸດຄົນນຶ່ງກັບຊາດມາ ເກີດ.
ຊາວທິເບດຜັດຖິ່ນຢູ່ເມືອງທໍາມະສາລາໃນອິນເດຍ ພາກັນທໍາພິທີໄຕ້ທຽນ ໄວ້ອາໄລແກ່ດວງວິນຍານຂອງທ່ານ Tamdrin Dorjee ອາຍຸ 52 ປີ ທີ່ເຜົາຕົນເອງຕາຍນັ້ນ
ຊາວທິເບດຜັດຖິ່ນຢູ່ເມືອງທໍາມະສາລາໃນອິນເດຍ ພາກັນທໍາພິທີໄຕ້ທຽນ ໄວ້ອາໄລແກ່ດວງວິນຍານຂອງທ່ານ Tamdrin Dorjee ອາຍຸ 52 ປີ ທີ່ເຜົາຕົນເອງຕາຍນັ້ນ


ພວກທີ່ເຫັນເຫດການເວົ້າວ່າ ລຸນຫລັງເອົາໄຟຈູດໂຕເອງແລ້ວ
ທ່ານ Dorjee ຮ້ອງຂຶ້ນ ວ່າ “ອົງດາໄລລາມາ ຈົ່ງໝັ້ນຍືນ”
“ປົດປ່ອຍທິເບດ” ແລະ “ຈົ່ງອະນຸຍາດໃຫ້ອົງດາໄລລາມາ ກັບ
ຄືນມາທິເບດ.”

ການປະທ້ວງຄັ້ງຫລ້າສຸດນີ້ ໄດ້ເຮັດໃຫ້ຈໍານວນຄົນເຜົາໂຕເອງ
ໃນເຂດທິເບດຂອງຈີນ ເພິ່ມຂຶ້ນເປັນ 55 ຄົນ ນັບແຕ່ເດືອນກຸມ
ພາປີ 2009 ເປັນຕົ້ນມາ. ລັດຖະບານພັດຖິ່ນ ຂອງທິເບດເວົ້າວ່າ
45 ຄົນໃນຈໍານວນຜູ້ທີ່ເຜົາຕົນເອງນັ້ນ ແມ່ນໄດ້ເສຍຊີວິດໄປ.
XS
SM
MD
LG