ພວກເຮົາກຳລັງຢູ່ໃນໄລຍະເລີ້ມຕົ້ນຂອງຍຸກສະໄໝ ລົດຫຸ່ນຍົນ
ແລະພວກເຮົາກໍຄວນຈະເລີ້ມ ມີຄວາມເຄີຍຊິນ ໃນການເຫັນ
ລົດທີ່ຂັບດ້ວຍຕົວມັນເອງ ຢ່າງນ້ອຍຢູ່ຕາມທ້ອງຖະໜົນຫລວງ
ສາຍຕ່າງໆ. ບັນດາຜູ້ຜະລິດລົດເກັງ ແລະລົດບັນທຸກ ໃນປັດຈຸ
ບັນນີ້ ກຳລັງມີການແຂ່ງຂັນກັນຢ່າງຂຸ້ນຂ້ຽວ ເພື່ອເບິ່ງວ່າ ຜູ້ໃດ
ຈະເປັນຄົນທຳອິດ ທີ່ສາມາດນຳເອົາ ລົດຂອງຕົນລົງສູ່ຖະໜົນ
ໄດ້ກ່ອນໝູ່ ໃນຂະນະດຽວກັນ ບັນດາບໍລິສັດ ລົດແທັກຊີ້ ບາງ
ສ່ວນ ໄດ້ມີແຜນການ ທີ່ຈະຍົກລະດັບລົດຂອງພວກເຂົາເຈົ້າ
ຢູ່ແລ້ວ. ຜູ້ສື່ຂ່າວວີໂອເອ George Putic ມີລາຍລະອຽດຕື່ມອີກ
ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຢູ່ທີ່ງານແຂ່ງຂັນ ລົດຂັບດ້ວຍຕົວມັນເອງ ຄັ້ງທຳອິດຂອງໂລກ ເມື່ອປີ 2004 ບໍ່ມີລົດຍົນ
ຄັນໃດເລີຍ ແລ່ນໃນສະໜາມໄດ້ຢ່າງສຳເລັດ ເຖິງແມ່ນວ່າ ຈະມີເຄື່ອງເຊັນເຊີ້ ເຣດາ
ເລເຊີ້ ແລະກ້ອງຖ່າຍພາບຕ່າງໆ ເຫຼົ່ານັ້ນ ຕິດຕັ້ງຢູ່ໃນລົດ ກໍຕາມ.
ໃນປີຕໍ່ມາ ລົດ 5 ຄັນ ໄດ້ແລ່ນໄປຮອດຈຸດໝາຍສຸດທ້າຍ ຂອງສະໜາມ ແລະໃນປີ
2007 ມີລົດ 6 ຄັນ ໄດ້ສຳເລັດການທົດສອບ ທີ່ທ້າທາຍຫຼາຍເກີນກວ່ານັ້ນອີກ ໂດຍ
ຂັບຜ່ານຖະໜົນ ທີ່ຈຳລອງສະພາບການສັນຈອນຕ່າງໆ ແລະ ປະຕິບັດຕາມປ້າຍ
ຈະລາຈອນຕ່າງໆ ນຳດ້ວຍ.
ໃນປັດຈຸບັນນີ້ ບັນດາຜູ້ຜະລິດ ລົດເກັງ ແລະລົດບັນທຸກ ລາຍໃຫຍ່ທີ່ສຸດຂອງໂລກ
ສ່ວນໃຫຍ່ ແມ່ນກຳລັງທົດລອງ ພວກລົດຍົນທີ່ສະຫຼຽວສະຫຼາດ ໂດຍມີເປົ້າໝາຍຫຼັກ
ທີ່ຈະນຳເອົາການຂັບລົດ ທີ່ເມື່ອຍເພຍ ແລະ ໜ້າເບື່ອ ອອກໄປຈາກຖະໜົນຫຼວງ.
ບໍລິສັດ Google ໄດ້ທຳການທົດລອງ ພວກລົດທີ່ຂັບດ້ວຍຕົວມັນເອງ ມາໄດ້ຫຼາຍປີແລ້ວ.
ລົດບັນທຸກ ສະຫຼຽວສະຫຼາດ ທີ່ປະກອບດ້ວຍເຄື່ອງມືຕ່າງໆ ຢ່າງຄົບຖ້ວນ ຜະລິດໂດຍ
ບໍລິສັດ Daimler-Benz ເມື່ອບໍ່ດົນມານີ້ ໄດ້ທຳການເດີນທາງ ເປັນຄັ້ງທຳອິດ ໃນຖະ
ໜົນຫຼວງ ຂອງເຢຍຣະມັນ ທີ່ປະປົນໄປກັບລົດຄັນອື່ນໆ ຢ່າງເປັນອິດສະຫລະ ແລະ
ດ້ວຍຄວາມປອດໄພ ໃນທ້ອງຖະໜົນ ທີ່ມີລົດສັນຈອນ ຢ່າງໜາແໜ້ນ.
ບັດນີ້ ບໍລິສັດ Toyota ຂອງຍີ່ປຸ່ນ ກ່າວວ່າ ພາຍໃນທ້າຍປີນີ້ ຕົນກໍ ຈະເລີ້ມຈຳໜ່າຍ
ລົດຫຼູຫຼາ 3 ລຸ້ນ ຍີ່ຫໍ້ Lexus ທີ່ມີ ເທັກໂນໂລຈີ ຂັບດ້ວຍຕົວມັນເອງ.
ທ່ານ Moritaka Yoshida ຈາກບໍລິສັດ ໂຕໂຍຕ້າ ໂມເຕີ ເວົ້າວ່າ “ເກືອບໝົດທຸກສິ່ງ
ທີ່ຜູ້ຂັບ ຕ້ອງໄດ້ເຮັດ ຢູ່ຕາມທ້ອງຖະໜົນຫຼວງນັ້ນ ແມ່ນຈະສາມາດເຮັດໄດ້ ໂດຍການຂັບອັດໂຕໂນມັດ.”
ດ້ວຍການນຳໃຊ້ເຄື່ອງເຊັນເຊີ້ຕ່າງໆ ເຊັ່ນ ລະບົບບອກຕຳແໜ່ງຂອງໂລກ ຫຼື GPS
ແລະ ເທັກໂນໂລຈີ ໄຮ້ສາຍ ໄລຍະສັ້ນ ຊຶ່ງພວກລົດນີ້ ຈະສື່ສານກັບ ລົດ “ສະຫຼາດ”
ຄັນອື່ນໆ ແລະໂຄງສ້າງຂ້າງຖະໜົນ ເພື່ອຕິດຕາມເບິ່ງການສັນຈອນ ທີ່ຢູ່ອ້ອມແອ້ມ
ແລະເຕືອນຄົນຂັບ ໃຫ້ຮູ້ເຖິງອັນຕະລາຍຕ່າງໆ ທີ່ອາດເກີດຂຶ້ນໄດ້.
ທ່ານ Yoshida ເວົ້າວ່າ “ພວກເຮົາຕ້ອງການ ຢາກຈະຫລຸດຜ່ອນ ອຸບັດຕິເຫດ
ໃນທ້ອງຖະໜົນ ການສູນເສຍຊີວິດ ແລະ ການໄດ້ຮັບບາດເຈັບ ທີ່ມາຈາກ ອຸບັດຕິເຫດຕ່າງໆ ແລະເພື່ອຜ່ອນຄາຍ ສະພາບລົດຕິດ ທີ່ມີຢູ່ທົ່ວໄປຕາມທາງ ດ່ວນຕ່າງໆ. ນອກຈາກນັ້ນ ພວກເຮົາ ຕ້ອງການຢາກຈະສະໜອງ ພາຫະນະ
ປະເພດ ທີ່ເປັນອິດສະຫຼະຫຼາຍຂຶ້ນ ສຳຫລັບໝົດທຸກຄົນ ລວມທັງ ຜູ້ເຖົ້າຜູ້ແກ່
ແລະຜູ້ທີ່ພິການ.”
ໃນຂະນະນີ້ ບໍລິສັດລົດແທັກຊີ້ຕ່າງໆ ທີ່ມີລົດເປັນຈຳນວນຫຼວງຫຼາຍ ໄດ້ວາງແຜນ ທີ່
ຈະຍົກລະດັບລົດ ຂອງພວກເຂົາເຈົ້າແລ້ວ.
ບໍລິສັດ Robot Taxi ຂອງຍີ່ປຸ່ນ ກ່າວວ່າ ຕົ້ນປີໜ້ານີ້ ຕົນຈະເລີ້ມ ທົດລອງລົດຕູ້ ທີ່ຂັບ
ດ້ວຍຕົວມັນເອງ ຢູ່ໃນບໍລິເວນ ທີ່ຍັງບໍ່ມີການຂົນສົ່ງມວນຊົນເທື່ອ.
ໃນຂະນະທີ່ກົດໝາຍຕ່າງໆໃນຍີ່ປຸ່ນ ປັດຈຸບັນນີ້ ບໍ່ອະນຸຍາດໃຫ້ລົດ ທີ່ບໍ່ມີຄົນຂັບ ແລ່ນໄດ້
ຢູ່ເທິງຖະໜົນຫຼວງ ພວກເທັກຊີ້ຫຸ່ນຍົນ ຈະມີ ຄົນຂັບ ທີ່ໄດ້ຮັບການເຝິກອົບຮົມມາ ເປັນພິເສດ ເພື່ອຈະເຂົ້າຄວບຄຸມ ພວງມະໄລ ໃນກໍລະນີທີ່ເກີດເຫດການສຸກເສີນຂຶ້ນ.
New computer applications are changing the ways we live and work, from travel to manufacturing.Mike O'Sullivan spoke with developers at a recent forum in San Francisco about trends in technology that is embedded and connected.
A virtual reality viewer works with a smart phone and another is embedded in eyewear.They're the devices that make news.
(DOUG DAVIS, INTEL)
"Those are the ones that as consumers we see, and those are kind of exciting.But we're starting to see a big impact in areas like industrial or manufacturing.You're now connecting machines in factories and analyzing data in ways you never were able to before."
The German company ProGlove is integrating scanning and motion tracking functions into gloves for factory workers, to keep track of inventory.
(SEBASTIAN PETRUCH, PROGLOVE)
"We mainly focus on automotive manufacturing and logistics, and, in these industries, you have a very high efficiency pressure."
The transformation is far-reaching.The Ebola crisis led to a portable system to store and retrieve patient records at isolated clinics in Africa.
(KEN KRIEGER, HARDWARE ENGINEER)
"Something that can be sterilized, dunked in chlorine to kill the Ebola, and would support being used in very rugged, really hostile environments for technology."
Behind-the-scenes technology keeps track of temperatures in our homes and climate conditions in a farmer's greenhouse.
(GENEVIEVE BELL, INTEL)
"In the future, not right now but in the future, we will have a whole lot of things in our world, in our homes, in our businesses, in our cars that are connected."
She says it is starting to happen, and that from commuting andshipping to energy production, embedded technology is making our systems more efficient.