ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ອາດມີເຮືອບໍ່​ມີຄົນ​ຂັບ ອອກມາໃຫ້ຄົນໃຊ້ ໄວກວ່າ​ລົດ​ ທີ່​ບໍ່​ມີຄົນ​ຂັບ ອີກ


ເຮືອກໍ່າປັ່ນທະຫານທີ່ບໍ່ມີຄົນຂັບຍາວ 132 ຟຸດຈອດຢູ່ທ່າເຮືອຂອງທະຫານເຮືອໃນວັນທີ 2 ພຶດສະພາ, 2016 ຢູ່ເມືອງ San Diego, ລັດຄາລິຟໍເນຍ.
ເຮືອກໍ່າປັ່ນທະຫານທີ່ບໍ່ມີຄົນຂັບຍາວ 132 ຟຸດຈອດຢູ່ທ່າເຮືອຂອງທະຫານເຮືອໃນວັນທີ 2 ພຶດສະພາ, 2016 ຢູ່ເມືອງ San Diego, ລັດຄາລິຟໍເນຍ.

​ໃນ​ຂະນະ​ທີ່​ພວກຜູ້ຜະລິດລົດ ​ແຂ່ງຂັນ​ກັນ​ ​ເພື່ອເອົາ​ລົດ​ທີ່​ບໍ່​ມີຄົນ​ຂັບອອກ​ໄປ​ແລ່ນ​
ໃນ​ຖະໜົນ​ຢູ່​ນັ້ນ ພວກ​ນັກຄົ້ນຄວ້າ ​ກໍໄດ້​ກ້າວ​ໄປ​ໄກ​ກວ່າຫັ້ນຫລາຍ ​ໃນ​ການ​ພັດທະ
ນາ​ພາຫະນະ​ທີ່​ບໍ່ມີ​ຄົນ​ຂັບ ທີ່​ຈະສາມາດເລີ້ມບັນທຸກຄົນ​ໂດຍສານ ​ແລະ​ສິນຄ້າ​ຂ້າມ
​ນໍ້າຢູ່ທ່າ​ເຮືອ​ທີ່​ມີ​ການ​ສັນຈອນ​ໄປມາ​ຢ່າງ​ຄັບຄາໜາແໜ້ນນັ້ນ. ​ George Putic
ນັກ​ຂ່າວຂອງ VOA ມີ​ລາຍ​ງານກ່ຽວກັບເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ​ຈະ​ນໍາ​ມາສະ​ເໜີ
ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຖ້າ​ຫາກທ່ານ​ບັງ​ເອີນ​ໄດ້​ໄປ​ຢ້ຽມຊົມ​ທ່າ​ເຮືອ​ເມືອງ​ບອສ​ຕັ​ນ ​ແລະ​ເຫັນ​ເຮືອ​ທີ່​ຂຽນ​ໃສ່
​ຢ່າງ​ຈະ​ແຈ້ງ​ວ່າ “Unmanned Vessel” ຊຶ່ງ​ແປ​ວ່າ ​“ພາຫະນະທີ່​ບໍ່ມີ​ຄົນຂັບ” ຢ່າ​ໄດ້
​ງົງ​ເລີຍ ເມື່ອ​ເຫັນ​ວ່າມີ​ຄົນ​ຢູ່ເທິງ​ເຮືອນັ້ນ. ​ເຮືອ​ລໍາ​ນັ້ນ ຍັງ​ຖືກ​ຂັບ​ໂດຍ​ເຄື່ອງ​ຄອມ​ພີ​ວ
​ເຕີ ຫລື​ປັນຍາ​ປະດິດ. ທ່ານ Jeff Gawrys ນາຍ​ຊ່າງ​ທາງ​ດ້ານ​ການ​ເດີນ​ເຮືອທາງ
​ທະ​ເລ​ເວົ້າວ່າ:
“ຂ້າພະ​ເຈົ້າມາ​ຢູ່​ທີ່​ນີ້ ກໍ​ເພື່ອ​ຮັບປະກັນວ່າ ພວກ​ເຮົາ​ຫລີກ​ລ້ຽງບໍ່​ໃຫ້​ມີການ​ຕໍາ​ກັນ​
ໃດໆ ທີ່​ອາດ​ເກີດ​ຂຶ້ນ​ໄດ້​ໂດຍ​ທີ່​ວ່າ ລະບົບ​ອັດຕະ​ໂນ​ມັດ​ບໍ່ຮູ້ນັ້ນ ​ເກີດ​ຂຶ້ນ​ໄດ້​ເລີຍ.”

ຄືກັນກັບ​ລົດ​ທີ່​ບໍ່ມີ​ຄົນ​ຂັບ​ແທ້ໆ ຢູ່​ໃນ​ໄລຍະ​ການ​ທົດ​ລອງ​ທາງ​ທະ​ເລນີ້ ມັນຍັງ​ຕ້ອງ​
ໄດ້ມີຄົນ​ກວດ​ກາເບິ່ງຢູ່ ​ແຕ່​ພວກ​ນັກຄົ້ນຄວ້າ​ເວົ້າວ່າ ​ໃນ​ອະນາ​ຄົ​ດອັນ​ໃກ້ໆນີ້ ຜູ້​ທີ່
ຢູ່​ໃນ​ເຮືອ​ແບບ​ນັ້ນຈະລ້ວນ​ແລ້ວ​ແຕ່​ແມ່ນ​ຄົນ​ໂດຍສານ​ ​ແລະ​ຜູ້​ກໍາກັບ​ສິນຄ້າ​ເທົ່າ​ນັ້ນ.
ທ່ານ Michael G. Johnson, ນັກ​ຜະລິດ​ຮຸ່ນ​ຍົນ​ເຄື່ອງ​ຈັກ​ໃຊ້​ເດີນ​ທະ​ເລ​ເວົ້າວ່າ:
“ບັນຍາກາດ​ທາງ​ທະ​ເລ​ແມ່ນ​ເປັນ ອານາ​ເຂດ​ສໍາລັບ​ການ​ຄຸ້ມ​ຄອງ​ແບບ​ອັດຕະ​
ໂນ​ມັດ. ມັນ​ມີເນື້ອທີ່​ຫວ່າງ​ ອັນ​ກວ້າງ​ໃຫຍ່​ ເພື່ອ​ໃຫ້ແລ່ນ. ມັນ​ມີ​ຄວາມ​ໄວ​ຂ້ອນ
ຂ້າງຕໍ່າ ​ເມື່ອທຽບກັບ​ລົດ ​ແລະພ້ອມ​ກັນນັ້ນ ​ກໍ​ບໍ່ມີຊີວິດ​ຄົນ ທີ່​ອາດ​ຈະ​ແລ່ນ​ມາ
​ຕັດໜ້າຂອງ​ເຈົ້າໄດ້ເຊັ່ນ​ກັນ.”

ພວກ​ນັກຄົ້ນຄວ້າເວົ້າວ່າ ​ເທັກ​ໂນ​ໂລ​ຈີ ​ທີ່​ຕ້ອງການ​ທັງໝົດ​ ແມ່ນ​ມີ​ຢູ່ໜີ້​ແລ້ວ ​ແລະ
​ເຄື່ອງ​ເ​ລ​ດາ ທີ່ຢູ່​ເທິງ​ເຮືອ, ​ເຄື່ອງ​ເຊັນ​ເຊີ​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ຕ່າງໆ ​ແລະ​ຄອມ​ພີ​ວ
​ເຕີ ​ແມ່ນສາມາດ​ຫລີກ​ສິ່ງ​ກີດຂວາງ​ໄດ້​ຢ່າງ​ງ່າ​ຍດາຍ. ​ແຕ່​ເພື່ອ​ຄວາມ​ປອດ​ໄພ ຜູ້​
ດໍາ​ເນີນ​ງານ​ທີ່ເປັນ​ມະນຸດ​ ທີ່ຢູ່​ເທິງ​ແຄມຝັ່ງ ແມ່ນ​ສາມາດ​ທີ່​ຈະ​ຕິດຕາມເບິ່ງ​ເຮືອ​ໄດ້
ຫລາຍໆລໍາ​ ຢູ່ໄກໆ ​ແລະ​ກໍ​ເຂົ້າປະຕິບັດໜ້າທີ່​ແທນ ຖ້າ​ຫາກ​ມີ​ເຫດການ​ສຸກ​ເສີນ​ເກີດ
​ຂຶ້ນ. ທ່ານ Matthew Johnson-Robertson, ຈາກ​ມະຫາວິທະຍາ​ໄລ Michigan ກ່າວເພີ້ມ​ວ່າ:
“ສິ່ງ​ທີ່​ພວກ​ເຮົາ​ຢາ​ກ​ເຮັດ​ກໍ​ຄື ສ້າງ​ເທັກ​ໂນ​ໂລ​ຈີ​ທີ່​ເຮັດ​ໃຫ້​ມັນ​ປອດ​ໄພ​ກວ່າສິ່ງ​ທີ່​
ພວກ​ເຮົາ​ກໍາລັງ​ເຮັດ​ຢູ່ດຽວນີ້ ​ແລະ ​ທັນທີ​ທັນ​ໃດ ​ທີ່​ມັນ​ປອດ​ໄພ​ກວ່າ​ ແລະ​ຖືກ​ກວ່າ
ຂ້າພະ​ເຈົ້າຄິດ​ວ່າ ທ່ານ​ກໍ​ຈະໄດ້​ເຫັນ​ສິ່ງດັ່ງກ່າວ​ນັ້ນ​ເກີດ​ຂຶ້ນ.”

​ກໍ່າປັ່ນ​ເດີນທາງ​ທະ​ເລ​ທີ່​ບໍ່ມີ​ຄົນ​ຂັບ ອາ​ດຈະ​ເປັນ​ທາງ​ເລືອກ​ອັນ​ນຶ່ງ​ໃນ​ທົດ​ສະ​ວັດໜ້າ
​ແຕ່​ວ່າ ​ເຮືອທີ່ນ້ອຍກວ່າ ​ທີ່​ໃຊ້​ໃນ​ການ​ເຮັດ​ວຽກຄື​ແນວ​ນີ້ ​ແມ່ນ​ມີ​ເທັກ​ໂນໂລ​ຈີ​ ​ພຽບພ້ອມ
ຢູ່​ແລ້ວ.

ເບິ່ງວີໂດໂອກ່ຽວກັບຂ່າວນີ້

XS
SM
MD
LG