ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊເນກາລ ຮຽກຕົວ ທູດສະຫະລັດ ເຂົ້າພົບ (ເບິ່ງວີດີໂອ)


ເຫດການປະທ້ວງຂັ້ນຮຸນແຮງໃນເຊເນກາລ ປະທ້ວງບໍ່ໃຫ້ທ່ານ Wade
ສະໝັກເລືອກຕັ້ງປະທານາທິບໍດີສະໄໝທີ່ສາມ.
ເຫດການປະທ້ວງຂັ້ນຮຸນແຮງໃນເຊເນກາລ ປະທ້ວງບໍ່ໃຫ້ທ່ານ Wade ສະໝັກເລືອກຕັ້ງປະທານາທິບໍດີສະໄໝທີ່ສາມ.

ລັດຖະບານເຊ​ເນ​ກາລ​ໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍານະຄອນຫຼວງດາ​
ກາ​ເຂົ້າພົບ ​ເມື່ອ​ວັນ​ອັງຄານ​ວານ​ນີ້ ຫຼັງຈາກ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ລົງພິມ​ບົດ​ສໍາພາດ​ ຊຶ່ງ​
ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້​ຕໍາ​ໜິ ຕິຕຽນ ຄວາມ​ພະຍາ​ຍາມ​ທີ່ເປັນ​ບັນຫາ​ຖົກ​ຖຽງ​ໂຕ້
ແຍ້​ງ ຂອງ​ປະ​ທາ​ນາ​ທິບໍດີ Abdoulaye Wade ​ເພື່ອ​ສະໝັກ​ເລືອກ​ຕັ້ງ​ສະ​ໄໝ​ທີ່​ສາມ​ນັ້ນ.

ເອກ​ອັກ​ຄະ​ລັດຖະທູດ Lewis Lukens ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທ້ອງ​ຖິ່ນວ່າ ປະທານາທິບໍ
ດີ Wade ​ໄດ້​ປັບ​ປ່ຽນ​ການ​ເລືອກ​ຕັ້ງ​ແລະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ໂດຍ​ຢືນ
ຢັດ​ທີ່​ຈະ​ສະມັກ​ເຂົ້າ​ແຂ່ງຂັນເອົາ​ຕຳ ​ແໜ່​ງປະທານາທິບໍດີ​ເປັນ​ສະ​ໄໝ​ທີ 3 ​ໃນ​ວັນ​ທີ 26
ກຸມພາ​ນີ້.

ນອກ​ນີ້​ແລ້ວກະຊວງ​ຕ່າງປະ​ເທດ​ສະຫະ​ລັດ ຍັງ​ໄດ້​ຮຽກຮ້ອງໃຫ້​ທ່ານ Wade ຈົ່ງ​ມອບ​ອໍາ
ນາດ​ໃຫ້​ແກ່​ພວກ​ຄົນ​ລຸ້ນຕໍ່​ໄປ ຊຶ່ງ​ນັ້ນ​ໄດ້​ພາ​ໃຫ້​ມີ​ ການ​ຈົ່ມທຸກ​ໂດຍ​ທັນທີ​ວ່າ ​ມີ​ການ​ແຊກ
ແຊງ​ຂອງ​ຕ່າງປະ​ເທດ​ ໂດຍ​ລັດຖະບານ​ຂອງທ່ານ Wade.

ການ​ປະ​ທ້ວງ​ທີ່ຮຸນ​ແຮງ​ໄດ້​ລະ​ເບີດຂຶ້ນ​ໃນ​ປະ​ເທດ​ເຊ​ເນ​ກາລ​ ເມື່ອ​ເດືອນ​ຜ່ານ​ມາ ຫຼັງ​ຈາກ
ສານ​ໄດ້​ຕັດສິນ​ໃຫ້​ທ່ານ Wade ສະໝັກ​ເລືອກຕັ້ງ​ສະ​ໄໝ​ທີ່​ສາມ​ໄດ້ ​ເຖິງ​ແມ່ນ​ກົດໝາຍ​ໄດ້​
ບົ່ງ​ໄວ້​ວ່າ​ໃຫ້​ມີ​ພຽງ​ສອງສະ​ໄໝ​ນັ້ນ​ກໍ​ຕາມ ໂດຍ​ທີ່​ທ່ານ Wade ​ໄດ້​ໂຕ້​ແຍ້​ງວ່າ​ຂໍ້​ກໍາໜົດ​
ສອງ​ປີ​ດັ່ງກ່າວ​ນັ້ນ​ໃຊ້​ກັບ​ທ່ານ​ບໍ່​ໄດ້ ​ເພາະ​ວ່າ​ກົດ​ນີ້ມີ​ຜົນ​ບັງຄັບ​ໃຊ້​ຫຼັງຈາກທ່ານ​ໄດ້​ຖືກ
ເລືອກ​ຕັ້ງ​ສະ​ໄໝ​ທໍາ​ອິດ​ໃນ​ປີ 2000 ​ແລ້ວນັ້ນ.

ຜູ້​ນໍາ​ເຊ​ເນ​ກາລທີ່​ມີ​ອາຍຸ 85 ປີ ຈັດການໂຮມ​ຊຸມນຸມ​ຂຶ້ນ ຢ່າງ​ກະທັນຫັນ ຢູ່​ທົ່ວ​ນະຄອນ
ຫຼວງ​ດາ​ກາ​ເມື່ອ​ຕອນ​ບ່າຍ​ວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ການ ​ໂຄສະນາ​ຫາ​ສຽງເລືອກ​
ຕັ້ງປະທານາທິບໍດີ​ກໍາລັງ​ດໍາ​ເນີນ​ໄປຢູ່​ນັ້ນ. ປະກົດ​ວ່າມີ​ປະຊາຊົນ​ຫລາຍ​ພັນ​ຄົນ​ອອກ​ມາ
ໂຮ​ມຊຸມນຸມ​ເພື່ອ​ສະໜັບສະໜຸນ​ທ່ານ Wade ຊຶ່ງ​ຝຸງ​ຊົນ​ດັ່ງກ່າວ​ມີ​ຈໍານວນ​ໜ້ອຍ​ຫລາຍ
ກວ່າ​ຄັ້ງ​ທີ່​ທ່ານ​ເຄີຍ​ໃຊ້ ຈູງ​ໃຈ​ປະຊາຊົນ​ ໃນ​ຖານະ​ຜູ້​ນໍາ​ຝ່າຍ​ຄ້ານມາ​ດົນ​ນານ.

ມີ​ຜູ້​ສະມັກ​ເລືອກ​ຕັ້ງ 13 ຄົນ ​ແຂ່ງ​ກັບ​ທ່ານ Wade ຊຶ່ງ​ໂຮມ​ທັງ​ພວກ ອະດີດ​ພັນທະ​ມິດ
ຂອງ​ທ່ານ ຄືທ່ານ Macky Sall ​ແລະທ່ານ Idrissa Seck ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ
ຊີ້​ຂາດ​ຈະ​ຈັດ​ໃຫ້​ມີ​ຂຶ້ນ ຖ້າ​ຫາກ​ວ່າ​ບໍ່​ມີ​ໃຜຊະນະ​ຄະ​ແນນຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ຄະ​ແນນ
ສຽງ​ທັງ​ໝົດນັ້ນ.

XS
SM
MD
LG