ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສະ​ມາ​ຊິກ​ສະ​ພາ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ເສຍ​ໄຊ​ໃນ​ການ​ອອກ​ສຽງ ​ຮອບທີ 11 ເພື່ອ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ຄົນ​ຕໍ່​ໄປ​ຂອງ​ສະ​ຫະ​ລັດ


ສະ​ມາ​ຊິກ​ສະ​ພາ​ຕ່ຳ ແຄວັນ ແມັກ​ຄາ​ທີ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ໂອ້​ລົມ​ກັບ​ນັກ​ຂ່າວ ຂະ​ນະ​ທີ່​ທ່ານ​ພວມ​ຍ່າງ​ໄປ​ຫ້ອງ​ປະ​ຊຸມ​ສະ​ພາ​ຕ່ຳ ເພື່ອ​ປະ​ຊຸມ​ເລືອກ​ເອົາ​ປະ​ທານ​ສະ​ພາ​ຕ່ຳ​ເປັນ​ມື້​ທີ 3 ເມື່ອ​ວັນ​ທີ 5 ມັງ​ກອນ 2023.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ແຄວັນ ແມັກ​ຄາ​ທີ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ໂອ້​ລົມ​ກັບ​ນັກ​ຂ່າວ ຂະ​ນະ​ທີ່​ທ່ານ​ພວມ​ຍ່າງ​ໄປ​ຫ້ອງ​ປະ​ຊຸມ​ສະ​ພາ​ຕ່ຳ ເພື່ອ​ປະ​ຊຸມ​ເລືອກ​ເອົາ​ປະ​ທານ​ສະ​ພາ​ຕ່ຳ​ເປັນ​ມື້​ທີ 3 ເມື່ອ​ວັນ​ທີ 5 ມັງ​ກອນ 2023.

ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຂວາ​ກຸ່ມ​ນຶ່ງ​ ຈຳ​ນວນ 20 ຄົນ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ຂັດ​ຂວາງອີກ​ເທື່ອ​ນຶ່ງ ​ເພື່ອບໍ່​ໃຫ້ທ່ານເຄ​ວິນ ແມັກ​ຄາ​ທີ ຖືກ​ເລືອກ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ໃນ​ການ​ປະ​ທ້ວງ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ທີ່​ວ່າ​ທ່ານ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຢ່າງ​ເຄັ່ງ​ຄັດ​ພຽງ​ພໍ​ຕໍ່​ຫຼັກການ​ນິ​ຍົມ​ແນວ​ທາງ​ເດີມ.

ມື້​ທີ​ສາມ​ຂອງ​ການອອກ​ສຽງຄັດ​ເລືອກ​ ຜູ້​ນຳ​ຄົນ​ໃໝ່​ຂອງ​ສະ​ພາ​ຕ່ຳ​ທີ່​ມີສະ​ມາ​ຊິກ​ທັງ​ໝົດ 435 ຄົນ ໃນ​ວັນ​ພະ​ຫັດ​ວານນີ້ ​ເບິ່ງ​ແລ້ວກໍ​ຄ້າຍໆ​ຄື​ກັນ ​ກັບ​ສອງມື້​ທຳ​ອິດ ສຳ​ລັບທ່ານແມັກ​ຄາ​ທີ ຜູ້​ທີ່​ເປັນ​ສະ​ມາ​ຊິກ​ສະ​ພາ​ມາ​ໄດ້ 16 ປີ​ ຈາກ​ລັດ​ຄາ​ລິ​ຟໍ​ເນຍແລະ​ໃນ​ປັດ​ຈຸ​ບັນ​ນີ້​ເປັນ​ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນນັ້ນ ​ແມ່ນ​ບໍ່​ໄດ້​ຮັບ​ຄະ​ແນນ​ພຽງ​ພໍ 218 ສຽງ ທີ່​ຈະ​ເຂົ້າ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ໄດ້.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ທັງ​ໝົດ 201 ຄົນ ສະ​ໜັບ​ສະ​ໜຸນ​ທ່ານໃນ​ການ​ອອກ​ສຽງ​ຄັດ​ເລືອກ​ຮອບ​ທີ 7 ຊຶ່ງ​ເປັນ​ຈຳ​ນວນ​ເທົ່າກັນ​ກັບ​ທີ່​ທ່ານ​ໄດ້​ຮັບ​ໃນ​ການ​ອອກ​ສຽງ 6 ຮອບ​ທຳ​ອິດໃນ​ວັນ​ອັງ​ຄານ​ແລະ​ວັນ​ພຸດ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ສະ​ເໜີ​ໃຫ້ການ​ຜ່ອນ​ຜັນ​ກ່ຽວ​ກັບ​ກົດ​ລະ​ບຽບ​ຄຸ້ມ​ຄອງ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ຕ່ຳຕໍ່​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ທີ່​ຄັດ​ຄ້ານໃນ​ຄວາມ​ພະ​ຍາ​ຍາມເພື່ອ​ຈະ​ເອົາ​ຊະ​ນະ​ໃຈ​ພວກ​ເຂົາ​ເຈົ້າ. ໃນ​ການ​ອອກ​ສຽງ​ຮອບ​ທີ 9 ທີ 10 ແລະ 11 ນັ້ນທ່ານ​ແມັກ​ຄາ​ທີ​ໄດ້​ຮັບ ແຕ່​ພຽງ 200 ສຽງຍ້ອນ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ເຄັນ ບັກ ບໍ່​ໄດ້​ມາ​ອອກ​ສຽງ​ຍ້ອນ​ມີ​ໝາຍ​ນັດ​ກັບ​ໝໍ.

ຫຼັງ​ຈາກ​ການ​ອອກສຽງ​ຮອບ​ທີ 11 ແລ້ວ ສະ​ພາ​ຕ່ຳ​ກໍ​ໄດ້​ລົງ​ຄະ​ແນນ​ສຽງ ເພື່ອ​ເລື່ອນ​ການ​ປະ​ຊຸມ​ມາ​ໃສ່​ຕອນ​ບ່າຍ​ຂອງວັນ​ສຸກມື້ນີ້.

ທ່ານ​ແມັກ​ຄາ​ທີ​ບໍ່​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃດໆ​ໃຫ້​ເຫັນ​ວ່າ ທ່ານ​ຈະ​ຖອນ​ຕົວ​ຈາກ​ການ​ແຂ່ງ​ຂັນ​ເພື່ອ​ເປັນ​ຜູ້​ນຳ​ຂອງ​ສະ​ພາ​ຕ່ຳ ຊຶ່ງ​ພາຍ​ໃຕ້​ຂໍ້​ກຳ​ນົດລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດແລ້ວ ​ຈະ​ເຮັດ​ໃຫ້​ທ່ານ​ເປັນ​ບຸກ​ຄົນ​ທີ​ສອງ ໃນ​ການ​ສືບ​ທອດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ.

ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນ​ຫຼາຍ ລື່ນ​ພັກ​ເດ​ໂມ​ແຄ​ຣັດ 222 ຕໍ່ 212 ສຽງ​ຢູ່​ໃນລັດ​ຖະສະ​ພາ​ສະ​ໄໝ​ທີ 118 ​ທີ່​ຍັງ​ມີ​ນຶ່ງ​ບ່ອນ​ນັ່ງຫວ່າງ​ຢູ່ ຊຶ່ງ​ໝາຍ​ຄວາມ​ວ່າ​ທ່ານ​ແມັກ​ຄາ​ທີ​ ສາ​ມາດ​ທີ່​ຈະ​ສູນ​ເສຍ​ການ​ສະ​ໜັບ​ສະ​ໜຸນ​ ຈາກ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຫຼາຍໄປກວ່າ​ 4 ຄົນ ແລະ​ຍັງ​ສາ​ມາດ​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ 218 ສຽງ​ໄດ້.

ທ່ານ​ແມັກ​ຄາ​ທີ​ໄດ້​ຍອມ​ປະ​ຕິ​ບັດ​ຕາມ ​ການ​ຮຽກ​ຮ້ອງ​ຂອງ​ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຂວາຫຼາຍ​ໆ​ຄົນ ຮວມ​ທັງ​ອະ​ນຸ​ຍາດ​ໃຫ້​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ນຶ່ງ ຮຽກ​ຮ້ອງ​ໃຫ້ສິ້ນ​ສຸດ​ການ​ເລືອກ​ຕັ້ງ​ພາຍ​ໃນ ​ຂອງ​ສະ​ພາ​ຕ່ຳ ເພື່ອ​ປົດ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຕ່ຳ ຖ້າ​ພວກ​ເຂົາ​ເຈົ້າ​ບໍ່​ເຫັນ​ພ້ອມ​ກັບ​ນະ​ໂຍ​ບາຍ​ນິ​ຕິ​ບັນ​ຢັດ​ຫຼື​ວິ​ທີ​ທາງ​ທີ່ຜູ້​ກ່ຽວ​ກັບ​ກຳ​ກັບ​ນຳ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG