ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ເລືອກ​ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຄ​ົນ​ຕໍ່​ໄປ ​ຖືກ​ເລື່ອນ​ໄປ ​ເປັນ​ວັນ​ທີ 3


​ຜູ້​ນຳ​ສຽງ​ສ່ວນຫຼາຍ ສະ​ຫະ​ລັດ ທ່ານ ເຄວິນ ແມັກ​ຄາ​ທີ ຖືກ​ຫຸ້ມ​ລ້ອມ​ໂດຍ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ຍ່າງ​ອອກ​ຈາກ​ຫ້ອງ​ການ​ປະ​ທານ​ໄປ​ຫ້ອງ​ສະ​ພາ​ຕ່ຳ ສຳ​ລັບ​ກອງ​ປະ​ຊຸມ​ຕອນ​ແລງ ໃນ​ຂະ​ນະ​ທີ່​ການ​ແຂ່ງ​ເພື່ອ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຕ່ຳ​ດຳ​ເນີນ​ຕໍ່​ໄປ. 4 ມັງ​ກອນ 2023.
​ຜູ້​ນຳ​ສຽງ​ສ່ວນຫຼາຍ ສະ​ຫະ​ລັດ ທ່ານ ເຄວິນ ແມັກ​ຄາ​ທີ ຖືກ​ຫຸ້ມ​ລ້ອມ​ໂດຍ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ຍ່າງ​ອອກ​ຈາກ​ຫ້ອງ​ການ​ປະ​ທານ​ໄປ​ຫ້ອງ​ສະ​ພາ​ຕ່ຳ ສຳ​ລັບ​ກອງ​ປະ​ຊຸມ​ຕອນ​ແລງ ໃນ​ຂະ​ນະ​ທີ່​ການ​ແຂ່ງ​ເພື່ອ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຕ່ຳ​ດຳ​ເນີນ​ຕໍ່​ໄປ. 4 ມັງ​ກອນ 2023.

ຫຼັງ​ຈາກ​ການບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້​ເປັນ​ເວ​ລາ​ສອງວັນ, ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຈະ​ພະ​ຍາ​ຍາມ​ອີກ​ຄັ້ງ​ນຶ່ງ​ເພື່ອ​ຕົກ​ລົງ​ກັນ ກ່ຽວ​ກັບວ່າ​ໃຜ​ຄວນ​ເປັນ​ປະ​ທານ​ສະ​ພາ​ຕ່ຳ​ຄົນ​ຕໍ່​ໄປ.

ການ​ພະ​ຍາ​ຍາມ​ຂອງ​ຜູ້​ນຳ​ສຽງ​ສ່ວນຫຼາຍ​ພັກ​ຣິ​ພັບ​ບ​ລີ​ກັນ ທ່ານ ເຄ​ວິນ ແມັກ​ຄາ​ທີ ໄດ້​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ວັນ​ພຸດ​ວານນີ້ເປັນ​ວັນ​ທີ​ສອງ, ເວ​ລາ​ທີ່​ສະ​ມາ​ຊິກ​ສະ​ພາ​ກຸ່ມ​ນຶ່ງ​ໄດ້​ຂັດ​ຂວາງ​ການ​ສະ​ໜັບ​ສະ​ໜູນ​ທີ່​ສຳ​ຄັນ​ໃນ​ການ​ລົງ​ຄະ​ແນ​ນ​ສຽງຫຼາຍ​ຮອບ.

ທ່ານ ແມັກ​ຄາ​ທີ, ຜູ້​ທີ່​ເປັນ​ສະ​ມາ​ຊິກ​ສະ​ພາ​ມາ​ໄດ້ 16 ປີ​ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ແລະ ຜູ້​ນຳ​ສະ​ພາ​ຕ່ຳ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ກອງ​ປະ​ຊຸມ​ສະ​ພາ​ທີ່​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ໄດ້​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ປະ​ທານ ​ເປັນ​ເວ​ລາ​ດົນ​ນານ. ແຕ່​ທ່ານ​ໄດ້​ສູນ​ເສຍ​ສາມ​ຄະ​ແນນ​ສຽງ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໃນ​ການ​ພະ​ຍາ​ຍາມຢ່າງ​ໜັກ​ຂອງ​ທ່ານ​ເພື່ອ​ໃຫ້​ໄດ້​ສຽງ​ສ່ວນຫຼາຍ 218 ຄະ​ແນນ​ໃນ​ສະ​ພາ​ທີ່​ມີ​ສະ​ມາ​ຊິກ 435 ຄົນ, ແລະ ທ່ານ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ​ການ​ປ່ອນ​ບັດ​ອີກ​ສາມ​ຮອບ​ເພີ່ມ​ເຕີ​ມ​ໃນ​ວັນ​ພຸດ​ວານນີ້.

ທ່ານ ແມັກ​ຄາ​ທີ ໄດ້​ຂາດ​ຄະ​ແນນ​ສຽງ​ ໄປຫຼາຍ​ເຖິງ 17 ຄະ​ແນນ​ ໃນ​ວັນ​ພຸດ​ວານນີ້, ໃນ​ຂະ​ນະ​ສະ​ມາ​ຊິກ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ໃນ​ພັກ​ຂອງ​ທ່ານ​ເອງ​ໄດ້​ສືບ​ຕໍ່​ເວົ້າ​ວ່າ ​ທ່ານບໍ່​ມີ​ຄວາມ​ຄິດ​ທີ່​ແຂງ​ແກ່ນ​ພໍ​ທີ່​ຈະ​ນຳ​ພາ.

ສະ​ພາ​ໄດ້​ເລື່ອນ​ປະ​ຊຸມ​ອອກ​ໄປຫຼາຍ​ຊົ່ວ​ໂມງ​ ໃນ​ຕອນແລງ​ຂອງວັນ​ພຸດ​ວານນີ້ ແລ້ວ​ເລື່ອນ​ໄປ​ຈົນ​ຮອດ​ຕອນ​ບ່າຍ​ຂອງວັນ​ພະ​ຫັດ​ມື້ນີ້.

ມັນ​ໄດ້​ເປັນ 100 ປີ​ນັບ​ຕັ້ງ​ແຕ່ບໍ່​ມີ​ພັກ​ຣີ​ພັບ​ບ​ລີ​ກັນ ຫຼື ເດ​ໂມ​ແຄ​ຣັດ​ຄົນ​ໃດ​ໄດ້​ຊະ​ນະ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຕ່ຳ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທຳ​ອິດ​ເພື່ອ​ກາຍ​ເປັນ​ຜູ້​ນຳ​ຂອງ​ສະ​ພາ​ຕ່ຳ​ນັ້ນ.

ການ​ລົ​ງ​ຄະ​ແນນ​ສຽງ​ຄັ້ງ​ທີ​ສີ່​ໄດ້​ມີ​ຂຶ້ນຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຮຽກ​ຮ້ອງ​ໃຫ້​ເລືອກ​ທ່ານ ແມັກ​ຄາ​ທີ​ ເປັນ​ປະ​ທານ​ສະ​ພາ​ຕ່ຳ​ຢ່າງ​ເປີດ​ເຜີຍ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ທີ່​ທ່ານ​ໄດ້​ອະ​ທິ​ບາຍ​ວ່າ “ເຄວິນ ຂອງ​ຂ້ອຍ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ເຄືອ​ຂ່າຍ​ສື່​ສັງ​ຄົມ​ຂອງ​ທ່ານ​ວ່າ “ມັນ​ຮອດ​ເວ​ລາ​ແລ້ວສຳ​ລັບ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ​ຈະ​ລົງ​ຄະ​ແນນ​ສຽງ​ໃຫ້​ທ່ານ ເຄວິນ, ປິດ​ຂໍ້​ຕົກ​ລົງ, ແລະ ຮັບ​ເອົາ​ໄຊ​ຊ​ະ​ນະ.”

ທ່ານ ທ​ຣຳ ໄດ້​ເຕືອນ​ພັກ​ຣີ​ພັບ​ບ​ລີ​ກັນ ​ທີ່​ມີ​ຄະ​ແນນ​ສຽງ​ສ່ວນຫຼາຍ ​ພຽງ​ໜ້ອຍ​ດ້ວຍ​ໃນ​ກອງ​ປະ​ຊຸມ​ສະ​ພາ​ຕ່ຳ​ຄັ້ງ​ທີ 118 ບໍ່​ໃຫ້ “ປ່ຽນ​ໄຊ​ຊະ​ນະ​ທີ່​ຍິ່ງ​ໃຫຍ່​ເປັນການ​ຜ່າຍ​ແພ້​ທີ່​ໃຫຍ່​ໂຕ ແລະ ໜ້າ​ອັບ​ອາຍ​ຂາຍ​ໜ້າ. ມັນ​ເຖິງ​ເວ​ລາ​ທີ່​ຈະ​ສະ​ເຫຼີມ​ສະຫຼອງ, ພວກ​ເຈົ້າ​ສົມ​ຄວນ​ໄດ້​ຮັບ​ມັນ. ທ່ານ ເຄວິນ ຈະ​ເຮັດ​ວຽກ​ໄດ້​ດີ ແລະ ບາງ​ເທື່ອ​ດີຫຼາຍ​ດ້ວຍ​ຊ້ຳ, ຖ້າ​ເບິ່ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG