ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພໍ່ແມ່ ທ. ວອມເບຍ ຂໍຮ້ອງໃຫ້ ສຫລ ຢຶດກຳປັ່ນຂົນສົ່ງສິນຄ້າ ຂອງເກົາຫຼີເໜືອ ເພື່ອຊົດໃຊ້ ຕໍ່ການຕາຍຂອງລູກຊາຍ


ພາບນີ້ຖ່າຍໃນວັນທີ 3 ພຶດສະພາ 2018, ສະແດງໃຫ້ເຫັນ ທ່ານແຟຣດ ວອມເບຍ, ຂວາ, ກຳລັງນັ່ງຟັງ ຂະນະທີ່ ພັນລະຍາຂອງທ່ານ ຊິນດີ ວອມເບຍ, ກ່າວກ່ຽວກັບທ້າວອໍໂຕ ວອມເບຍ, ຊາວອາເມຣິກັນ ຜູ້ທີ່ໄດ້ເສຍຊີວິດໃນປີ 2017 ບໍ່ເທົ່າໃດວັນ ຫຼັງຈາກຖືກສົ່ງກັບຄືນມາຍັງ ສຫລ ໃນສະພາບເປັນອຳມະພາດ.
ພາບນີ້ຖ່າຍໃນວັນທີ 3 ພຶດສະພາ 2018, ສະແດງໃຫ້ເຫັນ ທ່ານແຟຣດ ວອມເບຍ, ຂວາ, ກຳລັງນັ່ງຟັງ ຂະນະທີ່ ພັນລະຍາຂອງທ່ານ ຊິນດີ ວອມເບຍ, ກ່າວກ່ຽວກັບທ້າວອໍໂຕ ວອມເບຍ, ຊາວອາເມຣິກັນ ຜູ້ທີ່ໄດ້ເສຍຊີວິດໃນປີ 2017 ບໍ່ເທົ່າໃດວັນ ຫຼັງຈາກຖືກສົ່ງກັບຄືນມາຍັງ ສຫລ ໃນສະພາບເປັນອຳມະພາດ.

ພໍ່ແມ່ຂອງທ້າວອໍໂຕ ວອມເບຍ ໄດ້ຍື່ນຄຳຮ້ອງຂໍໃຫ້ຢຶດເອົາ ກຳປັ່ນຂົນສົ່ງສິນຄ້າຂອງ
ເກົາຫຼີເໜືອ ເພື່ອເປັນຄ່າຊົດໃຊ້ ຫຼາຍລ້ານໂດລາສະຫະລັດ ຕາມຄຳພິພາກສາຂອງ
ສານ ໃນຄະດີການເສຍຊີວິດຂອງທ້າວວອມເບຍ ຜູ້ທີ່ເປັນນັກສຶກສາ ມະຫາວິທະຍາໄລ
ອາເມຣິກັນ.

ບັນດາທະນາຍຄວາມ ວ່າຄວາມໃຫ້ແກ່ຄອບຄົວວອມເບຍ ໄດ້ກ່າວໃນການຍື່ນຄຳ
ຮ້ອງຕໍ່ສານ ໃນວັນພຸຸດຜ່ານມາ ວ່າ ຄອບຄົວວອບເບຍ ມີສິດຕໍ່ຊັບສິນໃດຂອງເກົາຫຼີ
ເໜືອ ຫຼັງຈາກທີ່ ເກົາຫຼີເໜືອ ບໍ່ໄດ້ໃຫ້ຄຳຕອບໂຕ້ແຍ້ງຕໍ່ການກ່າວອ້າງ ໃນການຕາຍ
ທີ່ບໍ່ຊອບທຳຂອງທ້າວວອມເບີຍນັ້ນ.

ຄອບຄົວວອມເບຍ ກ່າວວ່າ ລູກຊາຍຂອງພວກເພິ່ນ ໄດ້ຖືກທໍລະມານ ຫຼັງຈາກໄດ້
ຖືກຕັດສິນວ່າຜິດ ໃນການລັກເອົາໂປສເຕີ້ ໂຄສະນາຊວນເຊື່ອ ແລະໄດ້ຖືກຄຸມຂັງ
ເປັນເວລາຫຼາຍເດືອນ.

ທ້າວວອມເບຍ ໄດ້ເສຍຊີວິດ ບໍ່ພໍເທົ່າໃດມື້ ພາຍຫຼັງຈາກໄດ້ຖືກນຳສົ່ງຄືນມາຍັງ
ສະຫະລັດ ໃນສະພາບເປັນອຳມະພາດ ເມື່ອປີ 2017. ຜູ້ພິພາກສາ ສະຫະລັດ
ໄດ້ສັ່ງໃຫ້ເກົາຫຼີເໜືອ ຈ່າຍຄ່າຊົດໃຊ້ ຫຼາຍກວ່າ 500 ລ້ານໂດລາສະຫະລັດ ຕໍ່
ການເສຍຊີວິດທີ່ບໍ່ຊອບທຳດັ່ງກ່າວ ອີງຕາມຄຳຮ້ອງຟ້ອງ.

ເກົາຫຼີເໜືອ ໄດ້ປະຕິເສດ ໃນການກະທຳທີ່ບໍ່ຊອບທຳໃດໆ ຕໍ່ທ້າວວອມເບຍ.

ສະຫະລັດ ໄດ້ຢຶດເອົາກຳປັ່ນຂົນສົ່ງສິນຄ້າຂອງເກົາຫຼີເໜືອ ໃນເດືອນພຶດສະພາຜ່ານ
ມາ ຍ້ອນວ່າ ກຳປັ່ນດັ່ງກ່າວໄດ້ບັນທຸກຖ່ານຫີນ ອັນເປັນການລະເມີດ ຕໍ່ມາດຕະການ
ລົງໂທດຂອງອົງການສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG