ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກກະສານລັບເປີດເຜີຍ ຄວາມສຳພັນຂອງ ບິນ ລາເດນ ກັບກຸ່ມກໍ່ການຮ້າຍອື່ນໆ (ວີດີໂອ)


ເອກກະສານລັບ ເປີດເຜີຍໃຫ້ເຫັນເຖິງຄວາມຍຸ່ງຍາກຂອງ ນາຍ Bin Laden ໃນຄວາມສໍາພັນລະຫວ່າງແກນນໍາຂອງ ກຸ່ມ al-Qaida ແລະກຸ່ມທີ່ເປັນເຄືອຂ່າຍຕ່າງໆ
ເອກກະສານລັບ ເປີດເຜີຍໃຫ້ເຫັນເຖິງຄວາມຍຸ່ງຍາກຂອງ ນາຍ Bin Laden ໃນຄວາມສໍາພັນລະຫວ່າງແກນນໍາຂອງ ກຸ່ມ al-Qaida ແລະກຸ່ມທີ່ເປັນເຄືອຂ່າຍຕ່າງໆ

ການ​ສຶກສາ​ກ່ຽວ​ກັບເອກ​ກະສາ​ນລັບທີ່​ຫາ​ກໍ​ມີ​ການ​ເປີດ​ເຜີຍ​ໃຫ້​ຊາບ ທີ່ໄດ້ຖຶກ
ຄົ້ນ​ພົບ​ຢູ່​ໃນເຮືອນຂອງນາຍ Bin Laden ຢູ່ປາ​ກິ​ສຖານ ຫລັງ​ຈາກ​ທີ່​ລາວ​ໄດ້​
ເສຍ​ຊີວິດ​ໄປ​ແລ້ວໃນ​ປີ​ກາຍ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ ໃນເວລາ​ນັ້ນ ເຖິງ
​ອັນ​ທີ່​ປະກົດ​ວ່າ​ ເປັນຄວາມ​ຍຸ່​ງຍາກໃນ​ຄວາມສໍາພັນ​ ລ​ະຫວ່າງແກນນຳ ຂອງ
ກຸ່ມ al-Qauda ​ແລະກຸ່ມ​ຕ່າງໆທີ່ຮວມຢູ່ໃນ​ເຄືອ​ຂ່າຍ.

​ເອກ​ກະສາ​ນ​ໃນ​ຮູບ​ຂອງຈົດໝາຍຕ່າງໆ ທີ່​ໄດ້​ຖືກ​ວິ​ໃຈ​ແລະ​ເປີດ​ເຜີຍ ​ໃຫ້​ຊາບ​
ໂດຍສະ​ຖາ​ບັນ​ຂອງກອງທັບສະຫະລັດ ໃນ​ວັນ​ພະຫັດວານ​ນີ້ ສະ​ແດງ​ໃຫ້​ເຫັນວ່າ
ມື້ລາງ​ຜູ້​ນໍາກຸ່ມ​ກໍ່​ການ​ຮ້າຍ al-Qaida ມີຄວາມ ຫງຸດຫງິດບໍ່ພໍ​ໃຈ​ນໍາຍຸດ​ທະສາດ
ແລະ​ກົນລະຍຸດຂອງ​ບັນດາ​ກຸ່ມ​ກໍ່​ການ ຮ້າຍ​ຕ່າງໆ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ
ແລະອາ​ຟຣິກາ​ເໜືອ ​ຕະຫຼອດ ທັງການ​ທີ່​ຜູ້ກ່ຽວ ບໍ່​ສາມາດ​ກຸ່ມ​ຕ່າງໆ​ເຫຼົ່ານີ້​ໄດ້.

​ນຶ່ງໃນ​ຈໍານວນ​ຂອງ​ບັນດານັກ​ຂຽນທີ່ເຂົ້າຮ່ວມ​ການສຶກສາ ທ່ານ​ນາງ Nelly
Lahoud ກ່າວ​ວ່າ ນາຍ Bin Laden ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປະ​ເຊີນ​ໜ້າ​
ກັບ​ກຸ່ມກໍ່​ການ​ຮ້າຍ​ລຸ້ນ​ໃໝ່ຢູ່ໃນ​ຂົງ​ເຂດ. ທ່ານນາງ Lahoud ກ່າວ​ອີກ​ວ່ານາຍ
Bin Laden ຕ້ອງການຢາກໃຫ້​ເຄືອ​ຂ່າຍ ກຸ່ມ​ກໍ່​ການ​ຮ້າຍ​ເຫຼົ່ານີ້ ​ເພັ່ງ​ເລັງ​ການ
​ດຳ​ເນີນຄວາມພະຍາຍາມຂອງເຂົາ ເຈົ້າໃສ່ສະຫະລັດ ແລະລາວຍັງໄດ້ສະແດງ
ຄວາມບໍ່ພໍໃຈ ທີ່ມີການຂ້າ ຊາວມຸສລິມດ້ວຍກັນ. ​

ນອກ​ນັ້ນ ຍັງ​ເປັນ​ທີ່​ປະກົດ​ວ່າ ນາຍ Bin Laden ຍັງ​ໄດ້​ຕຳ​ໜິຕິຕຽນ ຢ່າງ​ແຮງ​
ຕໍ່​ພວກ​ກໍ່​ການ​ຮ້າຍ​ດ້ວຍ​ກັນ ​ເຊັ່ນນາຍ Anwar al-Awlaki ທີ່​ເກີດ​ຢູ່​ສະຫະລັດ
​ແລະໄດ້ຖືກຂ້າຕາຍ​ໂດຍເຮືອບິນທີ່ບໍ່ມີຄົນຂັບທີ່ ເຢ ເມນໃນປີແລ້ວນີ້ ພ້ອມທັງ
ກຸ່ມ​ຕາລິບານ​ໃນ​ປາກິສຖານ ແລະລາວຍັງບໍ່ ຮັບຮູ້ຕໍ່ພວກທີ່​ໃຊ້ການໂຈມຕີ
“​ແບບຜູ້ດຽວຕາມ​ລຳພັງ” ໂດຍທົ່ວໄປ.

ຄໍາຖາມທີ່​ສຳຄັນ​ອີກ​ອັນ​ນຶ່ງ ທີ່ຍັງບໍ່ທັນ​ໄດ້​ຮັບ​ຄຳຕອບນັ້ນກໍຄືນາຍ Bin Laden
ສາມາດລົບລີ້ການການຕາມ​ລ່າໄດ້ຢ່າງໃດ ໃນລະຍະທີ່ອາ​ໄສ ຢູ່ຫລາຍປີ ທີ່
ເມືອງ Abbottabad ​ໃນພາກເໜືອຂອງປາກິສຖານ ບໍ່ ຫ່າງ​ໄກຈາກສະຖາບັນ
ການສຶກສາຂອງທະຫານນັ້ນ. ລາຍງານຂອງ ທ່ານ Stuart Caudill ຊຶ່ງ​ເປັນ
ຜູ້​ຮ່ວມ​ຂຽນ ກ່າວວ່າ ເອກກະສານບໍ່ ໄດ້ບັນທຶກຮ່ອງຮອຍ​ທີ່​ວ່າ ສະຖາບັນໃດໆ
ສະມາຊິກຂອງລັດຖະບານ ຫລືກໍາລັງຮັກສາຄວາມປອດ​ໄພ ໃຫ້ການສະໜັບສະ
ໜຸນ​ແກ່​ຜູ້ກ່ຽວ. ທ່ານກ່າວອີກວ່າ ​ໄດ້​ມີ​ການ​ອ້າງ​ອີີງ​ກ່ຽວ​ກັບການພົວພັນຂອງ
ໜ່ວຍສືບ ລັບປາກິສຖານພຽງຢ່າງດຽວນັ້ນກໍຄື ​ການຫລີກລ້ຽງຈາກການຕິດ
ຕາມຫາ.

ເບິ່ງວີດີໂອລາຍງານ ການສັງຫານນາຍບິນລາເດນຍັງມີຜົນກະທົບຕໍ່
ຄວາມສໍາພັນລະຫວ່າງສະຫະລັດກັບປາກິສຖານ ນຶ່ງປີຕໍ່ມາ:

XS
SM
MD
LG