ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ອ້າງວ່າ ຕົນປະສົບ ຜົນສຳເລັດ ໃນການທົດລອງ ລະເບີດໄຮໂດຣເຈັນ


North Korea Nuclear
please wait
Embed

No media source currently available

0:00 0:02:54 0:00

ເກົາ​ຫຼີ​ເໜືອກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ຕົນ​ໄດ້​ທຳ​ການ​ທົດ​ລອງ​ລະ
​ເບີດ​ໄຮ​ໂດຣ​ເຈັນ ຢ່າງ​ສຳ​ເລັດ​ຜົນ​ ​ໃນ​ການ​ເຄື່ອນ​ໄຫວ​ທີ່​ຖືກ
​ຕຳ​ໜິຕິຕຽນ​ຢ່າງ​ໜັກ​ຈາກ​ບັນດາ​ປະ ​ເທດ​ມະຫາ​ອຳນາດ​
ຂອງ​ໂລກ.

ການ​ປະກາດ​ທາງ​ໂທລະພາບ​ຂອງ​ລັດຖະບານ ​ເອີ້ນການ​ທົດ
​ລອງ​ໃນ​ຄັ້ງນີ້ວ່າ ​ເປັນ​ການ​ປ້ອງ​ກັນ​ໂຕ​ເພື່ອ​ຄຸ້ມ​ຄອງ​ອະທິປະ
​ໄຕ​ຂອງ​ປະ​ເທດແລະ​ໄດ້ທຳ​ການ ຕ້ອງ​ຕິ​ຢ່າງ​ແຮງ​ທີ່ແນ​ໃສ່​
ເ​ຖິງສະຫະລັດ. ການ​ທົດ​ລອງ​ດັ່ງກ່າວ​ມີ​ຂຶ້ນບໍ່​ຮອດ​ນຶ່ງ ​ເດືອນ
ຫລັງ​ຈາກ​ທ່ານ​ກິມຈົງອຸນ ຜູ້ນຳ​ຂອງ​ເກົາຫລີເໜືອກ່າວ​ອ້າງ​ວ່າ
ປະ​ເທດ ຂອງ​ທ່ານ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ພັດທະນາ
​ລະ​ເບີດ​ໄຮ​ໂດຣ​ເຈັນ ທີ່​ມີ ຄວາ​ມ​ແຮງ​ກວ່າ​ລະ​ເບີດ​ປະລະມານູ.

​ສະຫະລັດ​ແລະ​ຫຼາຍປະ​ເທດບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ກ່າວ​ອ້າງ​ດັ່ງກ່າວຂອງ ​ເກົາຫລີ
​ເໜືອ​ ​ແລະ​ໃນ​ວັນ​ພຸດ​ມື້ນີ້ ​ເຈົ້າໜ້າ​ທີ່​ສືບ​ລັບ​ຂອງ​ເກົາຫລີ​ໃຕ້ແລະ​ພວກ​ນັກ​ຊ່ຽວຊານ​ດ້ານ
​ນິວ​ເຄລຍກ່າວ​ວ່າ​ ​ເມື່ອ​ເວົ້າ​ເຖິງ​ຂະໜາດ​ຄວາມ​ແຮງ​ຂອງ​ການລະ​ເບີດ​ແລ້ວພວກ​ເຂົາ​ເຈົ້າ
ຍັງ​ມີ​ຄວາມ​ສົງ​ໄສ​ເປັນ​ທີ່​ສຸດ​ວ່າ ມັນ​ແມ່ນ​ລະ​ເບີດ​ໄຮ​ໂດຣ​ເຈັນ​ທີ່​ແທ້​ຈິງ​ຫລື​ບໍ່.

ແຜນທີ່ ບ່ອນສ້າງນິວເຄລຍ ຂອງເກົາຫລີເໜືອ.
ແຜນທີ່ ບ່ອນສ້າງນິວເຄລຍ ຂອງເກົາຫລີເໜືອ.

​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ລະ​ເບີດ​ນີວ​ເຄລຍມາ​ແລ້ວ 3
​ເທື່ອ​ໃນ​ປີ​ 2006 ປີ​ 2009ແລະ​ປີ​ 2013.​ ທັງ​ໝົດ​ນີ້​ແມ່ນ​ທົດ​
ລອງ ​ທີ່​ເຂດ Pynggye-ri ຊຶ່ງ​ເປັນບໍລິ​ເວນ​ດຽວ​ກັນ​ກັບທີ່​ອົງ
ການ​ຕິດຕາມ​ຕ່າງໆ ຈັບ​ສັນຍານ​ໄດ້ ​ກ່ຽວ​ກັບ​ກິດຈະການ ທີ່
ເຮັດແຜ່ນດິນ​ໄຫວທີ່​ມະ​ນຸດ​ເຮັດ​ຂຶ້ນໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້.

​ໂຄສົກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ທ່ານ
Ned Price ກ່າວວ່າທຳນຽບຂາວບໍ່​ສາມາດ​ໃຫ້ການ​ຢືນຢັນ​
ກ່ຽວ​ກັບ​ການ​ທົດ​ລອງ​ດັ່ງກ່າວ​ ​ແຕ່​ສະຫະລັດ​ໄດ້​ສະ​ແດງ​ໃຫ້
​ເຫັນ​ຢ່າງ​ຈະ​ແຈ້ງ​ສະ​ເໝີ​ມາ​ວ່າຕົນ​ຈະ​ບໍ່​ຮັບ​ເອົາ​ປະ​ເທດເກົາ
ຫລີ​ເໜືອທີ່​ມີ​ອາວຸດ​ນິວ​ເຄລຍ.

ທ່ານ Price ​ເວົ້າວ່າ​ ພວກ​ເຮົາ​ຈະ​ສືບ​ຕໍ່​ ຄຸ້ມ​ຄອງ​ແລະປ້ອງ
​ກັນ​ພັນທະ​ມິດ​ຂອງ ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດຮວທັງ​ສາທາລະ
ນະ​ລັດ​ເກົາຫລີ ​ແລະ​ພວກ​ເຮົາ​ຈະ​ຕອບ ​ໂຕ້​ຢ່າງ​ເໝາະ​ສົມ​ຕໍ່
​ການ​ທ້າ​ທາຍ​ໃດໆ​ແລະ​ທັງ​ໝົດ​ຂອງ​ເກົາຫລີ​ເໜືອ.

ເກົາຫລີເໜືອ ພາກັນເຕົ້າໂຮມກັນຢູ່ ຈະຕຸລັດ Kim Il Sung ຫລັງຈາກຜູ້ນຳເຂົາເຈົ້າ ທ່ານ Kim Jong Un ກ່າວຖະແຫລງໃນວັນປີໃໝ່ ທີ່ນະຄອນ Pyongyang ເກົາຫລີເໜືອ ວັນອັງຄານ ທີ 5 ມັງກອນ 2016.
ເກົາຫລີເໜືອ ພາກັນເຕົ້າໂຮມກັນຢູ່ ຈະຕຸລັດ Kim Il Sung ຫລັງຈາກຜູ້ນຳເຂົາເຈົ້າ ທ່ານ Kim Jong Un ກ່າວຖະແຫລງໃນວັນປີໃໝ່ ທີ່ນະຄອນ Pyongyang ເກົາຫລີເໜືອ ວັນອັງຄານ ທີ 5 ມັງກອນ 2016.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ລົງ​ໂທດ​ເກົາຫລີ​ເໜືອ​ແລະ​ຮຽກຮ້ອງ
​ໃຫ້​ລັດຖະບານ​ຂອງ​ປະ​ເທດ​ດັ່ງກ່າວ ປະຖິ້ມ​ໂຄງການ​ນິວ​ເຄລຍຂອງ ຕົນ​ມາ​ຫລາຍ​ເທື່ອ
​ແລ້ວ ​ແລະ​ມີ​ກຳນົດ​ທີ່​ຈະ​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ຂຶ້ນ ກ່ຽວ​ກັບ ການ​ເຄື່ອນ​ໄຫວ​ຄັ້ງຫລ້າ​
ສຸດ​ ​ໃນ​ວັນ​ພຸດ​ມື້ນີ້.​ ສະມາຊິກ​ຖາວອນ 5 ປະ​ເທດ​ໃນ ສະພາ​ຄວາມ​ໝັ້ນຄົງ​ແມ່ນ​ປະກອບ
​ດ້ວຍ ສະຫະລັດ ອັງກິດ ຈີນ ຝຣັ່ງ ​ແລະ​ຣັດ​ເຊຍ​ ຕ່າງ​ກໍ​ໄດ້​ປະນາມ ການ​ທົດ​ລອງ​ຂອງ​
ເກົາຫລີ​ເໜືອ ​ໃນ​ວັນ​ພຸດ​ມື້ນີ້.

North Korea Nuclear Abe
please wait

No media source currently available

0:00 0:00:06 0:00

XS
SM
MD
LG