ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນໍາ EU ພະຍາຍາມ 'ປັບ' ສາຍສໍາພັນກັບຈີນຄືນໃໝ່ ໂດຍການໄປຢ້ຽມຢາມ ແບບບໍ່ຄ່ອຍເກີດຂຶ້ນ


ແຟ້ມຮູບ-ປະທານາທິບໍດີຂອງຝຣັ່ງ ທ່ານເອັມມານູເອລ ມາກຣົງ ເຂົ້າຮ່ວມພິທີໃນເມືອງ Versailles, ທາງທິດຕາເວັນຕົກຂອງນະຄອນຫຼວງປາຣີ, ວັນທີ 31 ມີນາ ບັນດາ2023.
ແຟ້ມຮູບ-ປະທານາທິບໍດີຂອງຝຣັ່ງ ທ່ານເອັມມານູເອລ ມາກຣົງ ເຂົ້າຮ່ວມພິທີໃນເມືອງ Versailles, ທາງທິດຕາເວັນຕົກຂອງນະຄອນຫຼວງປາຣີ, ວັນທີ 31 ມີນາ ບັນດາ2023.

ປະທານກໍາມາທິການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ແລະປະທາ ນາທິບໍດີຂອງຝຣັ່ງ ທ່ານເອັມມານູເອລ ມາກຣົງ ໄດ້ນັ່ງເຮືອບິນໄປລົງຈອດຢູ່ປະເທດຈີນໃນວັນພຸດນີ້ ເພື່ອພະຍາຍາມ “ປັບ” ສາຍສໍາພັນກັບພາຄີທາງດ້ານເສດຖະກິດທີ່ສໍາຄັນຄືນໃໝ່ ໃນລະຫວ່າງທີ່ບັນຫາຫຼາຍຢ່າງພົບກັບຄວາມຫຍຸ້ງ ຍາກເຊັ່ນ ຢູເຄຣນ ແລະຄວາມສ່ຽງທາງດ້ານການຄ້າ, ອີງຕາມລາຍງານຂອງອົງການຂ່າວ Reuters.

ທ່ານມາກຣົງ ໄປຢ້ຽມຢາມປະເທດຈີນຄັ້ງຫຼ້າສຸດໃນປີ 2019. ນີ້ ຈະເປັນການເດີນທາງໄປປະເທດຈີນຄັ້ງທໍາອິດຂອງທ່ານນາງວອນ ເດີ ເລເຢັນ ນັບຕັ້ງແຕ່ທ່ານນາງໄດ້ເປັນປະທານກໍາມາທິການຢູໂຣບຕັ້ງແຕ່ປີນັ້ນ.

ນັບແຕ່ນັ້ນມາ, ເນື່ອງຈາກສະພາບຂໍ້ຈໍາກັດໃນການຄວບຄຸມການລະບາດໃຫຍ່ພະຍາດໂຄວິດ-19 ຂອງຈີນ ຈຶ່ງເຮັດໃຫ້ການພົບປະທາງການທູດທັງໝົດຕ້ອງ ເປັນການປະຊຸມທາງອອນລາຍແທນ ໃນຂະນະທີ່ຄວາມສໍາພັນກັບຢູໂຣບ ກໍເລີ້ມຊຸດໂຊມລົງ ທໍາອິດແມ່ນຂໍ້ຕົກລົງການລົງທຶນກ່ຽວກັບຮ້ານຄ້າຍ່ອຍ ໃນປີ 2021, ແລະຈີນ ກໍປະຕິເສດທີ່ຈະປະນາມຣັດເຊຍໃນການຮຸກຮານຢູເຄຣນຂອງປະເທດດັ່ງກ່າວ.

ສໍາລັບທ່ານມາກຣົງ, ແມ່ນກໍາລັງປະເຊີນກັບສິ່ງທີ່ໜ້າອັບອາຍ ກ່ຽວກັບການປະທ້ວງສໍາລັບອາຍຸການອ​ອກບໍານານຢູ່ພາຍໃນປະເທດ, ເຊິ່ງການເດີນທາງຄັ້ງນີ້ ຖືເປັນໂອກາດດີຂອງທ່ານ ທີ່ຈະໄດ້ຮັບໄຊຊະນະບາງອັນ ທາງດ້ານເສດຖະກິດ ໃນຂະນະທີ່ທ່ານເດີນທາງພ້ອມດ້ວຍຄະນະຜູ້ແທນທີ່ເຂັ້ມແຂງທາງທຸລະກິດຮອດ 50 ຄົນ, ເຊິ່ງລວມມີ Airbus ໂດຍຈະມີການເຈລະຈາຕໍ່ລອງກັບການສັ່ງຈອງເຮືອບິນຢ່າງຫຼວງຫຼາຍ, Alstom ແລະນິວເຄລຍຍັກ​ໃຫຍ່ EDE.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG