ໃນຂະນະທີ່ລັດຖະບານ ປະທານາທິບໍດີ ດໍໂນລ ທຣໍາ ກຳລັງຊອກຫາເຫດຜົນ ທີ່ຈະ
ຮັກສາ ກຳລັງທະຫານອາເມຣີກັນໄວ້ຢູ່ໃນອັຟການິສຖານ ຫລັງຈາກ 16 ປີ ຂອງສົງ
ຄາມ ບັນດາເຈົ້າໜ້າທີ່ສະຫະລັດຍັງໄດ້ພິຈາລະນາເບິ່ງທາງເລືອກ ໃຫ້ການຂັດແຍ້ງ
ຢູ່ໃນຂົງເຂດ ມີຄວາມທຸ່ນທ່ຽງ ຮວມທັງການໂອ້ລົມທີ່ຈະດຳເນີນໃນຂັ້ນຕໍ່ໄປ ກ່ຽວກັບ
ຂັ້ນຕອນການສ້າງສັນຕິພາບ. ນັກຂ່າວວີໂອເອ ປະຈຳກະຊວງການຕ່າງປະເທດສະ
ຫະລັດ Nike Ching ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງ ກິ່ງສະຫວັນ ຈະນຳມາສະ
ເໜີທ່ານ.
ການໂຈມຕີສະຫຼະຊີບ ຍັງດຳເນີນຢູ່ຕໍ່ມາ ຢ່າງບໍ່ລົດລະຕໍ່ ໃນຄວາມຮຸນແຮງຢູ່ໃນ
ອັຟການິສຖານ ໃນຂະນະທີ່ສະຫະລັດ ທົບທວນເບິ່ງນະໂຍບາຍຂອງຕົນ ຢູ່ໃນສົງ
ຄາມທີ່ດົານນານທີ່ສຸດຂອງປະເທດດັ່ງກ່າວ.
ໃນຂະນະທີ່ນັກການທູດສູງສຸດສະຫະລັດ ລັດຖະມົນຕີກະຊວງຕ່າງປະເທດ ທ່ານ
Rex Tillerson ບໍ່ໄດ້ໃຫ້ການສະໜັບສະໜູນ ຕໍ່ທາງເລືອກທະຫານ ແຕ່ທ່ານຢາກ
ໃຫ້ເປີດການເຈລະຈາລະຫວ່າງ Kabul ແລະ ກຸ່ມ Taliban.
ໂຄສົກກະຊວງຕ່າງປະເທດ ທ່ານນາງ Heather Nauert ກ່າວວ່າ "ໃນທີີ່ສຸດກໍຄື
ສະຖານະການຢູ່ໃນຫຼາຍໆປະເທດ ທາງເລືອກທາງທະຫານ ຫລືຍຸດທະສາດທາງ
ທະຫານຂອງພວກເຮົາ ບໍ່ມີຄວາມຈຳເປັນ ທີ່ຈະເອົາຊະນະບັນດາປະເທດເຫລົ່າ
ນັ້ນແລະຊຸກຍູ້ໃຫ້ມີການສ້າງສັນຕິພາບກັນຄືນ. ມັນເປັນພາກສ່ວນນຶ່ງ. ແຕ່ວ່າໃນ
ໄລຍະຍາວ ທ່ານຕ້ອງໄດ້ນຳເອົາທັງສອງຝ່າຍມານັ່ງຢູ່ໂຕະ ຫລືຫລາຍໆຝ່າຍມາ
ນັ່ງຢູ່ໂຕະນຳກັນ ເພື່ອຕັດສິນໃຈກ່ຽວກັບອະນາຄົດຂອງເຂົາເຈົ້າ.”
ເວລາມີການຖາມ ປະທານາທິບໍດີທຣໍາວ່າ ທ່ານຈະສົ່ງທະຫານອາເມຣິກັນໄປເພີ້ມ
ເຕີມຢູ່ອັຟການິສຖານຫລືບໍ່ ປະທານາທິບໍດີໄດ້ຕອບວ່າ “ເຮົາຈະລໍເບິ່ງກ່ອນ.”
ບັນດານັກວິເຄາະຈຳນວນນຶ່ງເຕືອນເຖິງໄພອັນຕະລາຍ ໃນການໃຫ້ຄວາມສຳຄັນ
ດ້ານຄວາມປອດໄພກ່ອນການທູດ ໂດຍກ່າວວ່າ ລັດຖະບານປະທານາທິບໍດີທຣໍາ
ອາດໄດ້ຮັບຄວາມເສຍຫາຍດ້ານການເມືອງ ໃນການໃຫ້ຄວາມໝັ້ນໝາຍທະຫານ
ແບບບໍ່ມີມື້ສິ້ນສຸດ ຢູ່ໃນອັຟການິສຖານ.
ເຂົາເຈົ້າໂຕ້ຖຽງວ່າ ວໍຊິງຕັນຄວນຊອກຫາຍຸດທະສາດຢ່າງກວ້າງຂວາງ ຊຶ່ງຈະຮັບ
ມືກັບບັນຫາທ້າທາຍຫຼາຍໆຢ່າງທີ່ Kabul ກຳລັງປະເຊີນໜ້າຢູ່.
ທ່ານ Michael Kugelman ຈາກສູນກາງ Wilson ກ່າວວ່າ “ຂ້າພະເຈົ້າຄິດວ່າ
ພວກເຮົາຕ້ອງການທີ່ຈະຄິດກ່ຽວກັບຍຸດທະສາດທາງການທູດ ແລະໂດຍສະ
ເພາະແລ້ວ ຈະພົວພັນກັບລັດຖະບານອັຟການິສຖານຢ່າງໃດ ຊຶ່ງກຳລັງປະສົບ
ກັບຫຼາຍໆບັນຫານັ້ນ. ຮວມທັງວິກິດການທີ່ສຳຄັນ.”
ຢູ່ໃນການສຳພາດຫວ່າງມໍ່ໆມານີ້ກັບວີໂອເອ ອະດີດປະທານາທິບໍດີອັຟາການິສຖານ
ທ່ານ Hamid Karzai ຄັດຄ້ານຢ່າງແຮງ ຕໍ່ນະໂຍບາຍທີ່ສົ່ງສານ ທີ່ຈະເຮັດໃຫ້ສົງ
ຄາມແຮງຂຶ້ນ. ທ່ານກ່າວວ່າ ທ່ານສະໜັບສະໜູນຍຸດທະສາດຂອງສະຫະລັດ ທີ່ຊອກ
ຫາຊ່ອງທາງສ້າງສັນຕິພາບ ສົ່ງເສີມຄວາມເປັນເອກກະພາບ ແລະຮັກສາຄວາມສຳ
ພັນທີ່ດີ ກັບບັນດາເພື່ອນບ້ານຂອງອັຟການິສຖານ.
ໃນການຕອບໂຕ້ຕໍ່ລາຍງານທີ່ວ່າ ອັຟການິສຖານມີແຮ່ທາດສຳຮອງຢ່າງຫລວງຫລາຍ
ນັ້ນ ອາດຈະຊັກຊວນໃຫ້ປະທານາທິບໍດີທຣໍາ ຍັງຈະພົວພັນທາງທະຫານຕໍ່ໄປຢູ່ໃນປະເທດດັ່ງກ່າວ ໂຄສົກະຊວງຕ່າງປະເທດ ທ່ານນາງ Heather Nauerte ປະຕິເສດທີ່
ຈະກ່າວ ກ່ອນຈະມີການຕັດສິນໃຈ ຂັ້ນສຸດທ້າຍໃດໆ ຂອງປະທານາ ທິບໍດີ.