ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາມ ​ຮັກສາ​ຄວາມ​ປອດ​ໄພ ໃນນະຄອນ Kabul ສັງຫານ ຊາວອາເມຣິກັນ 3 ຄົນ (ສະໄລດ໌)


ສະຖານທູດ​ສະຫະລັດ​ໃນ​ນະຄອນຫຼວງກາ​ບູລ ກ່າວ​ວ່າ ມີ​ຊາວ
​ອາ​ເມຣິກັນ 3 ຄົນ ຖືກ​ສັງຫານໃນ​ວັນ​ພະຫັດ​ມື້ນີ້ ​ໃນ​ການໂຈມ
​ຕີ​ທີ່ໂຮງພະຍາບານ​ໃນ​ເມືອງ​ຫຼວງ​ຂອງອັຟກາ​ນີສຖານ.

ຕຳຫຼວດອັຟກາ​ນີສຖານ ກ່າວ​ວ່າ ຍາມ​ຮັກສາ​ຄວາມ​ປອດ​ໄພ
ຄົນນຶ່ງ ​ໄດ້​ເປີດ​ສາກ​ຍິງ​ປືນ ໃສ່ຜູ້ຄົນທີ່ໂຮງໝໍ​ Cure Hospital ​ໃນເຂດກ້ຳຕາເວັນຕົກຂອງນະຄອນຫຼວງ Kabul ທີ່ບໍລິຫານ​ໂດຍ​ອົງການ​ກຸສົນຂອງສະຫະລັດ. ຢ່າງ​ນ້ອຍ​ນຶ່ງ​ໃນພວກ​ເຄາະ​ຮ້າຍ​ທີ່​ຖືກ​ສັງຫານ​ແມ່ນ​ທ່ານໝໍ.

​ໂຄສົກ​ຂອງ​ກະຊວງ​ພາຍ​ໃນ​ອັຟກາ​ນີສຖານ ທ່ານ Sedig Sediggi ​ກ່າວ​ວ່າ ຍາມ​ຮັກສາ​ຄວາມ​ປອດ​ໄພ​ຄົນນີ້ ​ໄດ້​ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ຕຳຫຼວດ​ແລ້ວ ​ແລະ​ການ​ສືບສວນສອບ​ສວນ​ ກຳລັງ​ດຳ​ເນີນ​ໄປ ຢູ່​ໃນ​ຂະນະ​ນີ້.

ທ່ານ Sediggi ​ກ່າວ​ເພີ່ມ​ຕື່ມ​ວ່າ: “​ເຫດຮ້າຍໃນເຊົ້າ​ມື້​ນີ້ ​ແມ່ນເປັນທີ່ໜ້າເສຍໃຈ ຜູ້​ທີ່ໂຈ​ມຕີ ນັ້ນ ​ແມ່ນ​ຕຳຫຼວດ​ ຍາມຮັກສາ​ຄວາມ​ປອດ​ໄພ ​ແລະ​ກໍ​ໄດ້​ເປີດ​ສາກ​ຍິງ​ປືນ​ໃສ່​ຊາວ​ຕ່າງ​ຊາດ​ ໃນໂຮງພະຍາບານ​ແຫ່ງ​ນັ້ນແລະ​ບໍ່ເປັນຈັ່ງໂຊກ ​ໄດ້​ມີ​ 3 ຄົນ ເສຍຊີວິດ. ມີຜູ້ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ແລະກໍ​ໄດ້​ທຳ​ການ​ຮັກສາ​ພະຍາບານ​ໃນໂຮງພະຍາບານ​ແລ້ວ ​ແລະ​ຕຳຫຼວດ​ກໍ​ໄດ້​ຈັບ​ກຸມ​ຜູ້​ໂຈມ​ຕີ​ແລ້ວ ເວລານີ້
ພວກເຮົາກຳລັງດຳເນີນການ​ສືບສວນສອບ​ສວນ​ ກ່ຽວ​ກັບ​ວ່າ​ແມ່ນ​ຫຍັງ​ຄືຈຸດ ປະສົງຂອງການໂຈມ​ຕີ​ຄັ້ງ​ນີ້.”


ຍັງ​ບໍ່​ທັນ​ມີ​ຄວາມ​ກະຈ່າງ​ແຈ້ງ​ເທື່ອ​ວ່າ ກຸ່​ມ Taliban ມີ​ສ່ວນຮັບຜິດຊອບ​ໃນ​ການ​
ໂຈມ​ຕີ ຄັ້ງ​ນີ້​ຫຼື​ບໍ່?

ພົນລະ​ເຮືອນ​ຊາວ​ຕ່າງ​ຊາດ​ໃນອັຟກາ​ນີສຖານໄດ້​ຕົກ​ເປັນ​ເປົ້າຂອງ​ການ​ໂຈມ​ຕີ
ທີ່ພວມເພີ້ມທະວີຂຶ້ນ​ໃນ​ປີ​ນີ້.
XS
SM
MD
LG