ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການສືບສວນ ພົບວ່າ ການຮັກສາຄວາມປອດໄພ ຢູ່ກົງສຸນ ເມືອງເບັງກາຊີ ບໍ່ພຽງພໍ (ວີດິໂອ)


ຊາກເພພັງຂ້າງໃນຂອງ ກົງສຸນສະຫະລັດ ທີ່ຖືກໂຈມຕີ ທີ່ເມືອງ Benghazi ປະເທດລີເບຍ ໃນເດືອນກັນຍາຜ່ານມາ.
ຊາກເພພັງຂ້າງໃນຂອງ ກົງສຸນສະຫະລັດ ທີ່ຖືກໂຈມຕີ ທີ່ເມືອງ Benghazi ປະເທດລີເບຍ ໃນເດືອນກັນຍາຜ່ານມາ.
ຄະນະ​ກໍາມະການ​ອິດສະຫຼະຂອງສະຫະລັດ ທີ່ສືບສວນການ
​ໂຈມ​ຕີຢູ່ລີ​ເບ​ຍ ​ໃນ​ວັນ​ທີ 11 ກັນຍາຜ່ານ​ມາ ທີ່ເຮັດ​ໃຫ້ຊາວ​
ອາ​ເມຣິກັນ 4 ຄົນ​ເສຍຊີວິດໄປ​ນັ້ນ ໄດ້ລົງຄວາມ​ເຫັນ​ວ່າ ​ການ
​ຮັກສາ​ຄວາມ​ປອດ​ໄພຢູ່ ທີ່​ກົງ​ສຸນ ​ໃນ​ເມືອງ Benghzi ນັ້ນບໍ່
“​ເປັນ​ທີ່​ພຽງພໍ​.”

ຄະນະ​ກໍາມະການກວດກາຄວາມຮັບຜິດຊອບກ່າວ​ວ່າ ​ໄດ້​
ເກີດ “ຄວາມ​ລົ້ມ​ແຫຼວຢ່າງ​ເປັນ​ລະບົບ ​ແລະ​ການ​ບໍລິຫານ​ທີ່​
ຂາດ​ປະສິດທິພາບ” ​ໃນ ລະດັບ​ສູງຢູ່​ໃນ​ສອງ​ຫ້ອງການ​ຂອງ
ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທີ່ພາ​ໃຫ້​ເກີດ​ສະພາບ​
ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ບໍ່​ພຽງພໍ​ ເພື່ອ​ຮັບ​ມືກັບ​ການ
​ໂຈມຕີຂອງ​ພວກ​ກໍ່​ການ​ຮ້າຍ ຢູ່​ສະຖານ​ກົງສຸນ​ທີ່​ຫົວ​ເມື​ອງ​
ໃນພາກ​ຕາ​ເວັນ​ອອກ​ຂອງລີ​ເບຍ.

ນອກ​ນັ້ນ ຄະນະ​ກໍາມະການ​ຍັງ​ກ່າວ​ອີກ​ວ່າ ຈໍານວນເຈົ້າໜ້າ​ທີ່​ຮັກສາ ຄວາມ​ປອດ​ໄພ
ດ້ານການ​ທູດ ຢູ່ທີ່​ເມືອງ Benghazi ​ໃນ​ເວລາ​ເກີດ​ເຫດ​ໂຈມ​ຕີ​ນັ້ນ “ບໍ່​ເປັນ​ທີ່​ພຽງພໍ” ​ເຖິງ​ແມ່ນວ່າ​ໄດ້​ມີ​ການຂໍ​ຮ້ອງຊໍ້າ​ແລ້ວ​ຊໍ້າ​ອີກ ​ໂດຍບັນດາ​ນັກ​ການ​ທູດ ຢູ່​ໃນລີ​ເບຍ ​ເພື່ອ​ໃຫ້​ເພີ້​ມ​ເຕີມ​ພະນັກ ງານ​ໃນ​ດ້ານ​ນີ້.

ສະມາຊິກອະວຸ​ໂສສອງ​ທ່ານ​ໃນ​ຄະນະ​ກຳມະ​ການ​ດັ່ງກ່າວ ​ຄື​ອະດີດ​ເອກ​ອັກຄະ​ລັດ​ທະ​ທູດ Thomas Pickering ທີ່​ອອກບໍານານ​ແລ້ວ ​ແລະ​ອະດີດປະທານ​ເສນາ​ທິການ​ຮ່ວມ
ຂອງກອງ​ທັບສະຫະລັດ ນາຍ​ພົນ Mike Mullen ​ໄດ້ໃຫ້ການ​ກ່ຽວ​ກັບການ​ພົບ​ເຫັນຂອງ​ຄະນະ​ກຳມະການ ​ໃນ​ວັນ​ພຸດມື້ນີ້. ​ພວກ​ທ່ານຈະ​ໄປ​ລາຍ​ງານ​ແບບ​ບໍ່​ມີ​ການ​ເປີດ​ເຜີຍຕໍ່
ໜ້າຄະນະ​ກໍາ ມາທິການຄວາມ​ສຳພັນ​ຕ່າງປະ​ເທດຂອງ​ທັງ​ສະພາ​ຕໍ່າ​ແລະ​ສະພາ​ສູງ​ສະຫະລັດ. ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງການຕ່າງປະ​ເທດຈະ​ໃຫ້ການຢ່າງ​ເປີດ​ເຜີຍ ຕໍ່ໜ້າ​
ຄະນະ​ກໍາມາທິການຂອງ​ທັງ​ສອງ​ສະພາ ​ໃນ​ວັນ​ພະຫັດມື້ອື່ນ.

ການພົບ​ເຫັນ​ຂອງ​ຄະນະ​ກໍາມະການ ​ໄດ້​ເປີດ​ເຜີ​ຍ​ໃຫ້​ຊາບ ​ໃນ​ຕອນ​ແລງ​ຂອງ​ວັນ​ອັງຄານ
ວານ​ນີ້.

ຊາ​ວອາ​ເມຣິກັນ 4 ຄົນທີ່​ຖືກ​ສັງຫານ​ໃນ​ການ​ໂຈມ​ຕີ​ຢູ່ເມືອງ Benghazi ​ແມ່ນ ມີ​ຮວມທັງ
ເອກ​ອັກ​ຄະ​ລັດຖະທູດ Christopher Stephens ຊຶ່ງເປັນການ​ສັງ ຫານ​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ​ເທື່ອ​ທໍາ​ອິດ ນັບ​ແຕ່​ປີ 1988​ ​ເປັນຕົ້ນມາ.

Report Slams State Department Handling of Benghazi Security
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ
XS
SM
MD
LG