ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຍິນດີຕໍ່ການຢຸດຍິງ ໃນປະເທດເຢເມນ


ຜູ້ຊາຍຄົນນຶ່ງຢືນຍາມເຮືອນ ປະທານາທິບໍດີ Ali Abdullah Saleh ທີ່ເພພັງ.
ຜູ້ຊາຍຄົນນຶ່ງຢືນຍາມເຮືອນ ປະທານາທິບໍດີ Ali Abdullah Saleh ທີ່ເພພັງ.

ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ສະແດງຄວາມຍິນ​ດີ
ນຳກາ​ນ​ເລີ້ມ​ຢຸດ​ຍິງ ​ເພື່ອ​ເຫັນແກ່​ມະນຸດສະທຳ​ໃນ​ເຢ​ເມນ ແລະ
​ໄດ້​ຮຽກ​ຮ້ອງ​ໃຫ້​ພັກຝ່າຍ ທີ່ເຮັດສົງ ຄາມຢູ່ໃນປະເທດດັ່ງກ່າວ
ອະນຸຍາດ​ໃຫ້​ນຳ​ເອົາ​ອາຫານ​ທີ່​ຕ້ອງການ​ຢ່າງ​ຮີບ​ດ່ວນ ພ້ອມ
ທັງຢາ​ປົວ​ພະ​ຍາດ ​ແລະ​ເຊື້ອ​ໄຟ​ ເຂົ້າ​ໄປ​ຊ່ວຍ​ພົນລະ​ເຮືອນ.

ຢູ່​ໃນ​ຖະ​ແຫລ​ງການ ຫລັງ​ຈາກ​ການ​ຢຸດ​ຍິງ​ເລີ້ມມີຜົນບັງຄັບໃຊ້
ໃນ​ວັນ​ອັງຄານ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ ຍັງ​ໄດ້​ຮຽກຮ້ອງ​ໃຫ້
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຈັດ
​ກອງ​ປະ​ຊຸມເພື່ອ​ໄກ່ເກ່ຍໃຫ້ມີການແກ້​ໄຂ​ທາງ ດ້ານການ​ເມືອງ
​ຕໍ່​ວິ​ກິດ​ການ​ໃນ​ເຢ​ເມນ.

ການ​ສູ້​ລົບ​ຢູ່​ທີ່​ນັ້ນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວຫລາຍ​ກວ່າ 1,500 ຄົນ ໂດຍທີ່​ ​ພວກ
​ກະບົດ Houthi ​ໄດ້​ປະ​ທະ​ກັນ​ ກັບກຳລັງທະຫານລັດຖະບານ ແລະການ ໂຈມຕີທາງ
ອາກາດຂອງກຳລັງປະສົມພາຍໃຕ້ການນຳພາຂອງ​ຊາ​ອຸ​ດີ ທີ່ໄດ້ເລີ້ມ​ມາ​ຕັ້ງ​ແຕ່​ເດືອນ
​ມີນາ.

​ໂຄສົກ​ກຳລັງ​ປະສົມ ທ່ານ Ahmed al-Assiri ກ່າວ​ວ່າ ຊາ​ອຸ​ດີ ໝາຍ​ໝັ້ນ​ຕໍ່​ການ​ຢຸດ​ຍິງ
​ແຕ່​ຈະ​ສືບຕໍ່​ສັງ​ເກດ​ການເບິ່ງພວກ​ກະບົດ ຜ່ານ​ທາງ​ສືບລັບ ແລະການບິນສອດແນມ.
ພວກກະບົດ Houthis ຍັງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ທຳການ​ຕອບໂຕ້​ເຊັ່ນດຽວ​ກັນ ຖ້າ​ຫາກ
​ການ​ຢຸດ​ຍິງ​ມີການລ່ວງລະເມີດ.

Yemen
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG