ໃນຂະນະທີ່ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຕຽມຕົວທີ່ຈະລົງຄະແນນ
ສຽງ ໃນວັນພະຫັດມື້ນີ້ ວ່າຈະຢຸດເຊົາພາລະກິດການຮັກສາສັນຕິພາບຂອງຕົນໃນ
Haiti ຫຼືບໍ່ ໂດຍຈະໃຫ້ມີແຕ່ພຽງກອງຕຳຫຼວດໃນຈຳນວນນ້ອຍໆນັ້ນກໍມອງເຫັນວ່າ
ການຈາກໄປຂອງກອງກຳລັງນາໆຊາດຈະສ້າງຄວາມກັງວົນດ້ານຄວາມປອດໄພຂຶ້ນມາ ໃນໄລຍະຂ້າມຜ່ານ.ແຕ່ພ້ອມດຽວກັນກໍມີຄວາມກະຕືລຶລົ້ນຢ່າງແຜ່ຫຼາຍທີ່ຢາກໃຫ້
ກອງກຳລັງຮັກສາຄວາມສະຫງົບນີ້ໜີໄປ ຍ້ອນການກ່າວຫາຕ່າງໆ ນັ້ງຕັ້ງແຕ່ເລື່ອງ ການກະທຳຜິດທາງເພດເປັນຕົ້ນມາ.
ທ່ານ Menard Eliphete ໄວ 54 ປີ ທີ່ອາໄສຢູ່ໃນພາກກາງເມືອງ Hinche ຂອງ Haiti ໄດ້ບອກກັບພວກນັກຂ່າວຂອງ VOA ຊຶ່ງທ່ານໄດ້ໃຊ້ຊື່ສັ້ນ ທີ່ໝາຍເຖິງອົງການ ທຸ່ນທ່ຽງ
ຂອງ Haiti ວ່າ “ພວກເຮົາປະເຊີນໜ້າກັບຄວາມບໍ່ປອດໄພໃນຕອນກາງຄືນ ມັນໄດ້ ມີການຍິງກັນ ຢ່າງໃຫຍ່ ຫຼັງຈາກ 5 ໂມງແລງໄປແລ້ວ ຕອນທີ່ກອງກຳລັງ
MINUSTAH ບໍ່ໄດ້ປະກົດ ຕົວຢູ່ຕາມ ເມືອງແລະຖະໜົນ,”
ສ່ວນ ທ່ານນາງ Marteine Bastien ຜູ້ອຳນວຍການ ຂອງກຸ່ມແມ່ຍິງ Haiti ໃນ Miami
ກໍເວົ້າວ່າ “ຂໍ້ຄວາມຂອງຂ້າພະເຈົ້າສຳຫຼັບກອງກຳລັງຮັກສາສັນຕິພາບ ແມ່ນ ຂໍໃຫ້
ເດີນທາງໄປດ້ວຍຄວາມສະວັດດີພາບ ຫຼື Bon Voyage,”.
ອົງການທີ່ບໍ່ຫາຜົນກຳໄລ ທີ່ີເປັນກະບອກສຽງສະຫຼັບແມ່ຍິງ Haiti ທີ່ມີສຳນັກງານໃນລັດ
Florida ໃນຕ່າງແດນ ແລະ “ມາຕຸພູມບ້ານເກີດ,” ຊຶ່ງທ່ານ Bastien ທີ່ເປັນຊາວ
Caribbean ກ່າວໄວ້. ໄດ້ກ່າວຜ່ານທາງໂທລະສັບຈາກຫ້ອງການຂອງທ່ານນາງ ໃນວັນພຸດວານນີ້ ທ່ານນາງ Bastien ໄດ້ກ່າວວ່າ ທ່ານນາງ ໄດ້ປະສານງານຮ່ວມມາ
ເປັນເວລາຫຼາຍໆປີແລ້ວ ກັບອົງການເພື່ອສິດທິມະນຸດ ໃນ Haiti ຈົ່ມວ່າ ກອງກຳລັງ
ຮັກສາສັນຕິພາບ ນັ້ນແມ່ນບໍ່ໄດ້ເຂົ້າມາຫ້າມ ຫຼືຈັດການກັບຄວາມຮຸນແຮງ ແລະໃນ
ບາງກໍລະນີ ການທາລຸນທາງເພດຕໍ່ພວກແມ່ຍິງທີ່ບອບບາງ ແລະພວກເດັກນນ້ອຍນຳ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ