ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ລົງໂທດ ບໍລິສັດ ແລະສ່ວນບຸກຄົນ ໃນເກົາຫຼີເໜືອ


ທູດຂອງປະເທດຕ່າງໆ ຍົກມືຂຶ້ນ ໃນການລົງຄະແນນສຽງ ຮັບຮອງເອົາມະຕິ ການລົງໂທດ ຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ເກົາຫຼີເໜືອ.
ທູດຂອງປະເທດຕ່າງໆ ຍົກມືຂຶ້ນ ໃນການລົງຄະແນນສຽງ ຮັບຮອງເອົາມະຕິ ການລົງໂທດ ຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ເກົາຫຼີເໜືອ.

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ໄດ້​ເພີ່ມ​ຄວາມ​ກົນ​ດັນ​ຂອງນາໆຊາດ
​ຕໍ່​ເກົາຫຼີ​ເໜືອ​ໃນ​ວັນ​ສຸກ​ວານ​ນີ້​ເພື່ອ​ໃຫ້​ປະ​ເທດ​ດັ່ງກ່າວ​ຍຸຕິ​ໂຄງການ​ອາວຸດນິວ​ເຄລຍ
​ໂດຍ​ໄດ້​ຕື່ມ​ລາຍ​ຊື່​ຂອງ 14 ສ່ວນ​ບຸກຄົນ ​ແລະ 4 ບໍລິສັດ ​ເຂົ້າ​ໃນບັນຊີ​ການ​ລົງ​ໂທດ.

ສະພາ​ຄວາມ​ໝັ້ນຄົງ ​ໄດ້​ລົງ​ຄະ​ແນນ​ສຽງ​ ຢ່າງ​ເປັນ​ເອກ​ກະ​ສັນ ຫ້າມ​ການ​ເດີນທາງ
​ແລະ​ກັກ​ຊັບ​ສິນ​ຂອງ​ສ່ວນ​ບຸກຄົນ​ແລະ​ບໍລິສັດ​ດັ່ງກ່າວ ຫລັງ​ຈາກ​ເກົາຫຼີ​ເໜືອ​ໄດ້​ທຳ
​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ​ເພີ່ມ​ຕື່ມ ​ໃນ​ປີນີ້. ການ​ທົດລອງ ທີ່​ຮວມທັງ 3
ຄັ້ງ​ໃນ​ເດືອນ​ແລ້ວນີ້ ພຽງ​ເດືອນ​ດຽວ​ເທົ່າ​ນັ້ນ ​ແມ່ນ​ລະ​ເມີດຕໍ່​ມະຕິ​ຕ່າງໆ​ຂອງ​ສະພາ​
ຄວາມ​ໝັ້ນຄົງ ທີ່​ທວງ​ໃຫ້​ພຽງ​ຢາງຢຸດ​ເຊົາ​ການ​ກະທຳດັ່ງກ່າວ.

ສະຫະລັດ ຊຶ່ງ​ເປັນ​ຜູ້​ຮ່າງ​ຍັດຕິ​ດ້ວຍ​ການ​ປຶກສາ​ຫາລື​ກັບ​ຈີນ ​ໄດ້​ເອົາ​ທ່າ​ທີ​ຢ່າງແຂງ
​ຂັນໂດຍ​ທີ່​ທ່ານ​ນາງ Nikki Haley ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ອົງການ​
ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ວ່າ “ທຸກທາງ​ເລືອກ​ ເພື່ອ​ຕອບ​ໂຕ້​ຕໍ່ການ​ທ້າ​ທາຍ​ໃນ
​ອະນາຄົດ ​ແມ່ນ​ຍັງ​ຢູ່​ເທິງ​ໂຕະ.”

UN North Korea
please wait
Embed

No media source currently available

0:00 0:02:07 0:00

ທ່ານ​ນາງ Haley ກ່າວ​ຕື່ມ​ວ່າ “ນອກ​ເໜືອ​ໄປ​ຈາກ​ຜົນ​ທີ່​ຕິດຕາມ​ມາ​ທາງ​ດ້ານການ
​ທູດ​ແລະ​ດ້ານ​ການ​ເງິນ​ແລ້ວ ສະຫະລັດ​ຍັງ​ກະກຽມ ​ທີ່​ຈະ​ເອົາ​ບາດກ້າວ​ຕໍ່ຕ້ານການ
​ຮຸກ​ຮານ​ຂອງ​ເກົາຫຼີ​ເໜືອ ​ໂດຍ​ຜ່ານ​ວິທີ​ການ​ຕ່າງໆ ຖ້າ​ຫາກ​ຈຳ​ເປັນ.”

ທ່ານ​ນາງ​ກ່າວ​ຕື່ມ​ອີກ​ວ່າ “ສະຫະລັດ​ແມ່ນ​ມີ​ຄວາມ​ໝັ້ນໝາຍ​ຢ່າງ​ເຕັມທີ່ໆຈະປ້ອງ​
ກັນ​ໂຕ​ເອງ ​ແລະ​ພັນທະ​ມິດ​ຂອງ​ພວກ​ເຮົາ ຕໍ່​ການ​ຮຸກ​ຮານ​ຂອງ​ເກົາຫລີ​ເໜືອ.”

ທ່ານ​ນາງ Haley ກ່າວ​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟ ຫຼືອາວຸດ​ນິວ​ເຄລຍ​ໃນ​ອະນາ
ຄົດ​ແມ່ນ “​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ຢ່າງ​ເດັດຂາດ” ​ແລະ​ທ່ານ​ນາງ​ຮຽກຮ້ອງໃຫ້​ພຽງ​ຢາງ ​
ເລືອກ​ເອົາ “​ເສັ້ນທາງ​ທີ່​ສ້າງສັນ​ກວ່າ​ເກົ່າ ​ໄປ​ສູ່​ການ​ມີ​ສະຖຽນ​ລະພາບ, ຄວາມ​ໝັ້ນ
ຄົງ ​ແລະ​ສັນຕິພາບ.”

ຫລາຍໆ​ສ່ວນ​ບຸກຄົນ ​ທີ່​ມີ​ຊື່​ເພີ່ມ​ເຂົ້າ ​ໃນບັນຊີ​ການ​ລົງ​ໂທດ ​ແມ່​ນພວກ​ທີ່​ມີ​ອາຍຸ​ສູງ
​ແລ້ວ ຮວມທັງ​ຊາຍ​ຄົນ​ນຶ່ງ​ທີ່​ມີ​ຊື່ວ່າ Ri Yong Mu ອາຍຸ 92 ປີ ຊຶ່ງ​ຖືກລະບຸ​ວ່າ​ເປັນ
​ຮອງ​ປະທານ​ກຳມາ​ທິການ​ຂອງ​ລັດ ຮັບຜິດຊອບ​ກ່ຽວ​ກັບ​ກິດຈະການ​ທະຫານ​ແລະ​
ຄວາມ​ໝັ້ນຄົງ​ລວມມີ​ການ​ຊອກ​ຊື້​ແລະ​ຈັດ​ຫາ​ຂອງ​ລັດ. ຜູ້​ທີ່​ຖືກ​ລະບຸ​ຊື່​ອີກຢ່າງ​ນ້ອຍ
2 ຄົນ ​ແມ່ນ​ມີ​ອາຍຸ 80 ປີກ​ວ່າໆ ​ແລະ 2 ຄົນ​ມີອາຍຸ 79 ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG