ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະສັບປ່ຽນ ນັກການທູດ ຜູ້ຖືກໄລ່ອອກ ໃນໂຊມາເລຍ


ທ່ານ Nicholas Haysom ເວລາຍັງເປັນຫົວໜ້າຫ້ອງການ
ຊ່ອຍເຫຼືອຂອງ ສປຊ ໃນອັຟການິສຖານ ກຳລັງຟັງຄຳຖາມ
ໃນລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນຫຼວງກາບູລ
ອັຟການິສຖານ ວັນທີ 14 ກຸມພາ 2016.
ທ່ານ Nicholas Haysom ເວລາຍັງເປັນຫົວໜ້າຫ້ອງການ ຊ່ອຍເຫຼືອຂອງ ສປຊ ໃນອັຟການິສຖານ ກຳລັງຟັງຄຳຖາມ ໃນລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນຫຼວງກາບູລ ອັຟການິສຖານ ວັນທີ 14 ກຸມພາ 2016.

ທ່ານ ແອນໂຕນິໂອ ກູແຕແຣສ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ກ່າວ
ວ່າ “ເປັນໜ້າເສຍໃຈຢ່າງໃຫຍ່” ຕໍ່ການຕັດສີນໃຈຂອງລັດຖະບານກາງຂອງໂຊມາ
ເລຍ ທີ່ໄລ່ຫົວໜ້າສະຫະປະຊາຊາດ ຂອງປະເທດດັ່ງກ່າວ ອອກຈາກໜ້າທີ່ ແຕ່ ກໍ
ກ່າວວ່າ ທ່ານຈະເປັນຜູ້ແຕ່ງຕັ້ງຜູ້ໃໝ່ຂຶ້ນແທນ. ມາກາເຣັຕເບີເຊຍ ສົ່ງລາຍງານເລື້ອງ
ນີ້ມາຈາກ ສະຫະປະຊາຊາດ ດັ່ງ ສາລີ ຈະສະເໜີລາຍອຽດ ໃນອັນດັບຕໍ່ໄປ.

ລັດຖະບານກາງຂອງໂຊມາເລຍ ໄດ້ປະກາດວ່າ ທ່ານ ນິໂກລາສ ເຮຊຳ ທູດພິເສດ
ຂອງຕົນປະຈຳສະຫະປະຊາຊາດ “ເປັນຄົນບໍ່ເພິ່ງປາດຖະນາ” ໃນວັນທີ 1 ມັງກອນ ໂດຍສັ່ງໃຫ້ຜູ້ກ່ຽວອອກຈາກປະເທດ ພຽງສີ່ເດືອນ ລຸນຫຼັງໄດ້ເຂົ້າກຳຕຳແໜ່ງເປັນ
ເລຂາທິການໃຫຍ່ແລະເປັນຫົວໜ້າຫ້ອງການຊ່ອຍເຫຼືອຂອງສະຫະປະຊາຊາດ
ໃນປະເທດດັ່ງກ່າວ.

ທ່ານ ກູແຕແຣສ ໄດ້ເວົ້າລົມສອງເທື່ອ ໃນສັບປະດາແລ້ວນີ້ ກັບປະທານາທິບໍດີ
ຟາມາໂຈ ພະຍາຍາມທີ່ຈະຕ່າວປີ້ນການຕັດສີນໃຈຂັບໄລ່ອອກດັ່ງກ່າວ ແຕ່ກໍບໍ່
ເປັນຜົນສຳເລັດ.

ໂຄສົກຂອງອົງການສະຫະປະຊາຊາດ ທ່ານ ຟາຮານ ໄດ້ເວົ້າ ໃນວັນສຸກສັບປາ
ແລ້ວນີ້ວ່າ ເຖິງແມ່ນທ່ານ ທ່ານ ກູແຕແຣສ ຈະມີຄວາມເຊື່ອໝັ້ນຢ່າງເຕັມສ່ວນ
ຕໍ່ທ່ານ ເຮຊຳກໍຕາມ ແຕ່ທ່ານກໍຈະແຕ່ງຕັ້ງຜູ້ໃໝ່ ເປັນຫົວໜ້າອົງການທີ່ຮູ້ກັນວ່າ ອອນຊອມ(UNSOM)ນັ້ນ. ທ່ານ ຮັກ ເວົ້າວ່າ “ເລຂາທິການໃຫຍ່ ແມ່ນເປັນຜູ້ມີ
ພັນທະຢ່າງເຕັມສ່ວນ ເພື່ອໃຫ້ແນ່ໃຈວ່າ ຄວາມຕ້ອງການ ຂອງຊາວໂຊມາເລຍ
ແມ່ນເປັນສິ່ງທີ່ມາກ່ອນໝູ່ ຂອງສະຫະປະຊາຊາດໃນໂຊມາເລຍ. ອອນຊອມ ຈຳ
ເປັນຈະຕ້ອງສາມາດ ທີ່ຈະປະຕິບັດວຽກງານ ໃຫ້ມີປະສິດທິຜົນຫຼາຍທີ່ສຸດ ຕາມ
ການບົງການຂອງຕົນ ເພື່ອສະໜັບສະໜູນປະເທດດັ່ງກ່າວ.”

ລັດຖະບານຂອງປະເທດນັ້ນກ່າວຫາວ່າ ສະຫະປະຊາຊາດແຊກແຊງເຂົ້າໃນກິດຈະ
ການພາຍໃນຂອງປະເທດ ຫຼັງຈາກທ່ານ ເຮຊຳ ໄດ້ສົ່ງຈົດໝາຍໄປຫາພວກເຈົ້າໜ້າ
ທີ່ ຍົກເອົາຄະດີເລື້ອງທ່ານມຸກຕາ ໂຣໂບ ອະດີດຜູ້ນຳກຸ່ມ al-Shabab ຫົວຮຸນແຮງ
ຂຶ້ນມາ ຜູ້ຊຶ່ງຢາກສະໝັກເປັນປະທານາທິບໍດີຂອງລັດຕາເວັນຕົກສຽງໃຕ້ຂອງໂຊມາ
ເລຍ.

ອົງການເລືອກຕັ້ງແຫ່ງຊາດ ໄດ້ຫ້າມບໍ່ໃຫ້ທ່ານ ໂຣໂບວິ້ງເຕັ້ນແຂ່ງຂັນ ແຕ່ລັດທາງ
ພາກຕາເວັນຕົກສຽງໃຕ້ເວົ້າວ່າ ໃຫ້ທ່ານສາມາດເປັນຜູ້ສະໝັກໄດ້. ທ່ານ ໂຣໂບ ໄດ້
ຖືກຈັບໃນເດືອນແລ້ວນີ້ ແລະໄດ້ມີການປະທ້ວງຢ່າງຮຸນແຮງເກີດຂຶ້ນທັງເປັນການຕໍ່
ຕ້ານແລະການເຫັນດີກັບການຕັດສີນໃຈດັ່ງກ່າວ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG