ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ສະພາ ຄວາມໝັ້ນຄົງ ອົງການ ສປຊ ປະນາມ ເກົາຫຼີເໜືອ ທີ່ໄດ້ທົດລອງ ສູກສອນໄຟ


ທະຫານເກົາຫລີໃຕ້ຄົນນຶ່ງ ເບິ່ງໂທລະພາບ ທີ່ກ່າວເຖິງຂ່າວ Rodong Sinmun ຂອງເກົາຫລີເໜືອ ກ່ຽວກັບລູກສອນ ໄຟຂີປະມາວຸດ.

ສະພາ​ຄວາມ​ໝັ້ນອົງການ​ສະຫະ​ປະຊາ​ຊາດ ​ໄດ້ປະນາມ​ຢ່າງ​ເປັນ​ເອກ​ກະສັນ​ຕໍ່ກາ​ນຍິງ ທົດ​ລອງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດເທື່ອ​ຫລ້າ​ສຸດ ​ໂດຍ​ເອີ້ນວ່າ ​ເປັນການລະ​ເມີດ​ຢ່າງ
ຮ້າຍ​ແຮງ ​ໃນ​ພັນທະ​ທີ່​ເກົາຫລີເໜືອ​ມີ​ຕໍ່​ນາໆ​ຊາດ. ການ​ປະ ນາມ​ຢ່າງແຮງ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ຮັບ​ການ​ສະໜັບສະໜຸນ​ໂດຍ​ຈີນ ​ຊຶ່ງ​ເປັນ​ພັນ ທະ​ມິດ​ສຳຄັນຂອງ​ເກົາຫຼີ​ເໜືອ.

ສະພາຄວາມ​ໝັ້ນຄົງທີ່​ມີສະມາຊິກ 15 ປະ​ເທດ​ ກ່າວໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ ຢູ່​ໃນ
ຖະ​ແຫຼ​ງການ​ທີ່​ຮ່າງໂດຍ​ສະຫະລັດໂດຍ​ເວົ້າວ່າ ຕົນ​ຈະ “ສືບ​ຕໍ່​ສັງ​ເກດ​ການ​ຢ່າງ​ໃກ້ຊິດເບິ່ງ​ສະຖານະ​ການ ​ແລະ​ຈະມາດ​ຕະການ​ທີ່​ສຳຄັນຈຳນວນ​ນຶ່ງ.” ຖະ​ແຫລງ​ການບໍ່​ໄດ້ແຈ້ງ​ໃຫ້​ຊາບ​ວ່າ ມາດ​ຕະການ​ເຫລົ່າ​ນັ້ນ​ແມ່ນ​ຫຍັງ.

ຖະ​ແຫລ​ງການ​ໄດ້​ປະນາມ​ເກົາຫຼີ​ເໜືອ ທີ່​ໄດ້​ນຳ​ໃຊ້​ຊັບພະຍາກອນ​ຂອງ​ຕົນ​ໄປ​ສ້າງ​ລູຸກ
ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໃນ​ຂະນະ​ທີ່​ປະຊາຊົນ​ເກົາຫຼີ​ເໜືອ​ຍັງ​ຂາດ​ເຂີນທີ່ສຸດ​ໃນຫລາຍໆ
​ດ້ານ.

ຖະ​ແຫລ​ງການ​ດັ່ງກ່າວ ໄດ້​ຮັບ​ການ​ອະນຸມັດ​ຫລັງ​ຈາກ ການ​ເຈ​ລະ​ຈາ​ກັນ​ຫລາຍ​ຮອບ​ກັບ​ຈີນຊຶ່ງບໍ່​ໄດ້​ເຫັນ​ດີ​ຕໍ່​ຮ່າງຍັດຕິ​ຄັ້ງກ່ອນໆ ​ໂດ​ຍສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເພີ້ມຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຂົ​ງ​ເຂດ.

ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ເທື່ອ​ຫລ້າ​ສຸດ​ຂອງ​ເກົາຫລີ​ເໜືອ​ໃນ​ວັນ​ອັງ ຄານ​ທີ່​ຜ່ານ​ມາ​ນີ້ ​ແມ່ນຍິງ​ຈາກ​ເຮືອດຳ​ນໍ້າ. ລູກ​ສອນ​ໄຟ​ໄດ້ມຸ່ງ​ໜ້າ​ໄປ​ສູ່​ຍີ່​ປຸ່ນ. ມັນ​ເປັນ​ຜົນ​ສຳ​ເລັດ​ຄັ້ງ​ທຳ​ອິດ​ຂອງ​ການ​ທົດ​ລອງ​ຈາກ​ເຮືອດຳນໍ້າ ​ແລະ​ເປັນ​ເທື່ອ ຫຼ້າສຸດ ​ໃນ​ການ​ທົດ​ລອງ​ທີ່​ມີ​ມາ​ເປັນ​ລຳດັບ ໃນ​ລະຍະຫລາຍ​ເດືອນ​ທີ່​ຜ່ານ​ມາ​ເພື່ອ​ທ້າ​ທາຍ​ຕໍ່​ມະຕິສະຫະ​ປະຊາ​ຊາດ.​

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinto Abe ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟນີ້​ແມ່ນເປັນ
ກະທຳ​ທີ່ “​ຍົກ​ໂທດ​ໃຫ້​ບໍ່​ໄດ້ ​ແລະ​ຂາດ​ຄວາມ​ຮັບຜິດຊອບ” ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຢີ່ປຸ່ນ.

ລົດຫູ້ມເກາະມາຣິນ K1 ເກົາຫລີໃຕ້ກຳລັງຮ່ວມການຊ້ອມລົບກສະຫະລັດ ທີ່ເມືອງ Pohang, ເກົາຫລີໃຕ້.
ລົດຫູ້ມເກາະມາຣິນ K1 ເກົາຫລີໃຕ້ກຳລັງຮ່ວມການຊ້ອມລົບກສະຫະລັດ ທີ່ເມືອງ Pohang, ເກົາຫລີໃຕ້.

ທ່ານ Jon Min Dok ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ເກົາຫລີ​ເໜືອ ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ “ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ ​ໄດ້​ຮ້ອງ​ການຍິງ​ທົດ​ລອງ​ຂອງ​ພວກ​ເຮົາ​ວ່າ​ ​ເປັນ​ການ ລະ​ເມີດ​ຕໍ່​ມະ​ຕິສະຫະ​ປະຊາ​ຊາດ ​ແລະ​ໄດ້​ນຳ​ຂື້ນ​ມາ​ສົນທະນາ​ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ນີ້​ເປັນ​ການທ້າ​ທາຍ​ທີ່​ຮ້າຍ​ແຮງ ມັນ​ຄື​ກັນກັບຄວາມ​ຜິດ ທີ່​ກ່າວ​ຫາ​ແກ່​ຜູ້​ໄຮ້​ດຽງສາ.”

ທ່ານ​ຍັງ​ເວົ້າ​ຕໍ່​ໄປ​ອີກ​ວ່າ “ທາງດີທີ່ສຸດສຳລັບສະຫະລັດ ທີ່​ຈະຫລົບຫລີກຈາກການໂຈມຕີ
ທີ່ ຮ້າຍແຮງຂອງພວກເຮົາ ກໍຄື ຢຸດ​ເຊົາຈາກການດູໝິ່ນກຽດສັກສີ ຂອງພວກເຮົາ ແລະ
ຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງພວກເຮົາ.”
ສະຫະລັດ ແລະຍີ່ປຸ່ນຮຽກຮ້ອງ​ໃຫ້ເປີດກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງ
ໃນວັນພຸດທີ່ຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG