ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ເອົາມາດຕະການ ປາບປາມ ກຳລັງ ສປຊ ທີ່ລ່ວງລະເມີດທາງເພດ


ທ່ານນາງ Samantha Power ເອກອັກຄະລັດຖະທູດ ສຫລ ປະຈຳອົງການສະຫະປະຊາຊາດ.
ທ່ານນາງ Samantha Power ເອກອັກຄະລັດຖະທູດ ສຫລ ປະຈຳອົງການສະຫະປະຊາຊາດ.

ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດໄດ້​ໃຫ້ການ
​ສະໜັບສະໜຸນຕໍ່​ການ​ຮຽກຮ້ອງ​ຂອງ​ເລຂາທິການ​ໃຫຍ່​ ​ທີ່ໃຫ້​ສົ່ງ
ກັບ​ຄືນປະເທດກຳລັງ​ຮັກສາ​ສັນຕິພາບທີ່​ໄດ້ລ່ວງ​ລະ​ເມີດ​ຫຼືສວຍ​
ໃຊ້ທາງ​ເພດ​ຜູ້​ຄົນທີ່​ພວກ​ເຂົາ​ເຈົ້າຖືກ​ສົ່ງ​ໄປ​ປົກ​ປ້ອງ​ຄຸ້ມຄອງນັ້ນ.

​ໃນ​ການ​ລົງ​ຄະ​ແນນ​ສຽງ ມີ 14 ປະ​ເທດ​ເຫັນ​ພ້ອມ ປະ​ເທດ​ນຶ່ງ​ບໍ່​
ອອກສຽງ ທາງ​ສະພາ​ຄວາມ​ໝັ້ນຄົງ​ ຈຶ່ງ​ໄດ້​ຮັບຮອງ​ເອົາ​ມະຕິ​ດັ່ງ
ກ່າວ​ທີ່​ຮ່າງ​ຂຶ້ນ​ໂດຍ​ສະຫະລັດ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ​ນາງ Samantha Power ​ເອກ​ອັກຄະ​ລັດຖະທູດ​ສະຫະ
ລັດ​ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ຊຶ່ງ​ກ່າວອ້າງ​ອີງ ​ເຖິງກຳ
ລັງ​ຮັກສາ​ສັນຕິພາບໃນຊື່ຫຼີ້ນ​ວ່າ ​ສີຟ້າ ຍ້ອນ​ໝວກ​ຂອງ​ພວກ​ເຂົາ​ເຈົ້າ ໂດຍກ່າວວ່າ ມະຕິ​
ສະບັບ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ນັ້ນ​ແມ່ນ​ໜ້າ​ທີ່​ຂອງ​ພວກ​ເຮົາ​ເພື່ອ​ຄ້ຳປະກັນ
ວ່າ ມັນ​ເປັນຄວາມ​ຮັບຜິດຊອບ ​ເວລາ​ພວກ​ຜູ້​ຊາຍ ແມ່ຍິງ​ແລະ​ເດັກນ້ອຍ​ຖືກ​ລ່ວງ​ລະ​ເມີດ​
ໂດຍ​ພວກ​ໝວກ​ເຫຼັກສີຟ້າ ທີ່​ສະພາ​ດັ່ງກ່າວ​ສົ່ງ​ໄປ​ປົກ​ປ້ອງ​ພວກ​ເຂົາ​ເຈົ້ານັ້ນ.

​ໃນ​ເຫດການນຶ່ງ​ ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນນັ້ນ ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ປະ​ເທດ​ນຶ່ງ ​ໄດ້ ນຳ​ສະ​ເໜີ​ ບົດ​ເພີ້ມ​ເຕີມ ​ຕໍ່​ມະຕິ​ສະບັບ​ນີ້ ກ່ອນ​ທີ່​ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ​ກັນ. ບົດ​ເພີ້ມ​ເຕີມ​ຂອງ​ອີ​ຈິບ​ອາດ​ເຮັດ​ໃຫ້ການ​ເອົາ​ມາດ​ຕະການ​ຄວາມ​ຮັບຜິດຊອບ​ດັ່ງກ່າວ​ອ່ອນ​ລົງຕໍ່​ພວກ​ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້ກະທຳ​ຜິດ ​ແລະ​ໄດ້​ຖືກ​ປະຕິ​ເສດ​ໂດຍ​ບັນດາ​ປະ​ເທດ​ສະມາຊິກ​
ອື່ນ​ໆ​ໃນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ມີ​ຂຶ້ນຕ່າງຫາກ.

UN Peacekeeper Sex Abuse
please wait

No media source currently available

0:00 0:00:58 0:00

XS
SM
MD
LG