ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຮັກສາ ຄວາມປອດໄພ ຢ່າງເຄັ່ງຄັດ ໃນຂະນະທີ່ ອັງກິດ ຈັດພິທີສົມລົດ


ໃນທີ່​ສຸດ​ວັນ​ອັນຍິ່ງ​ໃຫຍ່​ກໍ​ໄດ້​ມາ​ເຖິງ​ ສຳລັບ​ເຈົ້າ​ຊາຍ​ແຮ​ຣີ ​ແລະ​ຍານາງ​ເມແກັນ
ມາ​ເກີ​ລ. ທັງ​ສອງ​ຈະ​ສົມລົດກັນ ​ໃນ​ວັນ​ເສົາ​ມື້​ນີ້ ​ຢູ່​ທີ່ເມືອງ​ວິນ​ເຊີ ນອກ​ນະຄອນ
ຫຼວງລອນ​ດອນ.

​ພະເຈົ້າ​ຊາຍ​ຊາລສ໌ ບິດາ​ຂອງ​ເຈົ້າ​ຊາຍ​ແຮຣີ ຈະ​ເປັນ​ຜູ້​ຍ່າງ ​ຈູງຍານາງ​ເມ​ແກັນ ມາ​
ເກີ​ລໄປ​ຕາມ​ທາງ​ຍ່າງຢູ່ໃນວັດທີ່ຈັດພິທີສົມລົດ ອີງຕາມການປະກາດຂອງ​ພະຣາຊະ​
ວັງ​ເຄັນຊິງຕັນ​ ​ໃນ​ວັນສຸກ​ວານ​ນີ້.

ອະດີດ​ດາລາຊາວ​ອາ​ເມຣິກັນ ​ໄດ້ໃຫ້ການ​ຢືນຢັນ​ ໃນອາທິດ​ນີ້​ວ່າ ບິດາຂອງ​ຍານາງ​
ຈະບໍ່​ໄດ້ໄປຮ່ວມ​ພິທີເນື່ອງ​ຈາກ​ສຸຂະພາບ​ບໍ່ອຳນວຍໃຫ້ ຫຼັງຈາກ​ມີການຄາດຄະເນກັນ
ເປັນເວລາຫຼາຍ​ວັນ​ວ່າ ທ່ານ​ຈະ​ເດີນທາງ​ຂ້າມ​ມະຫາ​ສະໝຸດ​ແອັດແ​ລນ​ຕິກ ໄປຮ່ວມພິ
ທີດັ່ງກ່າວຫຼຶື​ບໍ່.

ຝູງ​ຊົນ​ເປັນຈຳນວນຫຼວງຫຼາຍໄດ້ພາກັນ​ໄປເຕົ້າ​ໂຮມຢູ່​ເມືອງ​ປະຫວັດສາດພ້ອມ​ທັງ​ບັນ
ດາ​ຜູ້​ຫວັງ​ດີ ຈະ​ໄດ້ມີໂອກາດເຫັນ​ຄູ່​ສົມລົດໃໝ່. ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫຼາ​ຍ ພັນ​ຄົນ​ໄດ້ເຂົ້າຮ່ວມ​ການ​ປະຕິບັດ​ງານ ​ຮັກສາ​ຄວາມ​ປອດ​ໄພ​ໃຫຍ່​ທີ່​ສຸດ​ ໃນຮອບຫຼາຍໆປີ
ທີ່ຈ່າ​ຍ​ໂດຍເງິນພາສີຂອງປະຊາຊົນ ຊຶ່ງ​ຈຳນວນ​ນຶ່ງແມ່ນ​ບໍ່​ເຫັນ​ພ້ອມ​ກັບການ​ໃຊ້​ຈ່າຍ​ສຳລັບເຊື້ອພະ​ວົງ.

ຕຳຫຼວດຕິດອາວຸດ ລາດຕະເວນຢູ່ເມືອງວິນເຊີ ປະເທດອັງກິດ ທີ 17 ພຶດສະພາ 2018.
ຕຳຫຼວດຕິດອາວຸດ ລາດຕະເວນຢູ່ເມືອງວິນເຊີ ປະເທດອັງກິດ ທີ 17 ພຶດສະພາ 2018.

ບັນດາ​ຜູ້ສະໜັບ​ສະ​ໜູນໂຕ້​ຖຽງ​ວ່າ ພິທີ​ສົມລົດ​ດັ່ງກ່າວ ຈະດຶງດູດເອົາພວກນັກທ່ອງ
ທ່ຽວ ທີ່ໃຊ້ເງິນຫຼາຍໆ ມາ​ຢ້ຽມຢາມ ​ແລະ​ພວກ​ທີ່​ພາກັນນັ່ງ​ເບິ່ງ ​ຢູ່​ຕາມ​ບາ​ຕ່າງໆ ​ແລະ​
ຢູ່​ຕາມໂທລະພາບຈໍໃຫຍ່ໆ ໃນ​ທົ່ວ​ປະ​ເທດ.

ພິທີດັ່ງກ່າວ ​ມີ​ກຳນົດຈະ​ເລີ້ມຂຶ້ນ ໃນຕອນ​ທ່ຽງຢູ່​ທີ່ພະວິຫານເຊ​ນຈອຣ໌ດ​ ​ຊຶ່ງສ້າງ​ຂຶ້ນ
ໃນ​ສັດຕະວັດ​ທີ 14 ຢູ່ໃນ​ເດີ່ນ​ຂອງ​ພະຣາຊະວັງ​ວິນ​ເຊີ ບ່ອນ​ທີ່​ເຈົ້າ​ຊາຍ​ແຮຣີ​ໄດ້​ຖືກ
ລ້າງບາບ​ ໃນ​ປີ 1984.

Huge Security Operation Under Way as Britain Prepares For Royal Wedding
please wait

No media source currently available

0:00 0:02:54 0:00

​ແຂກ​ຜູ້​ມີ​ກຽດ​ປະມານ 600 ຄົນ​ໄດ້​ຖື​ກເຊີນໃຫ້ໄປຮ່ວມ ​ໂດຍ​ສະ​ເພາະ​ບັນດາ​ຜູ້​ທີ່​ພົວ
ພັນ​ໂດຍ​ກົງ​ກັບ​ຄູ່​ສົມລົດທັງ​ສອງ.

​ຍິ່ງໄປ​ກວ່າ​ນັ້ນ ຍັງມີປະຊາຊນຫຼາຍ​ກວ່າ 2,500 ຄົນ ​ໄດ້​ຖືກ​ເຊີນ​ໃຫ້​ເຂົ້າ​ໄປ​ເດີ່ນ​ພະ
ຣາຊະວັງ ຊຶ່ງເປັນຈຸດ​ດີ​ທີ່​ສຸດ​ສຳລັບເບິ່ງ​ບັນດາ​ແຂກ​ທີ່ມາ​ເຖິງ ​ແລະອອກ​ໄປຈາກ
ພິທີດັ່ງກ່າວ.​

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG