ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການສຸມກໍາລັງໃສ່ປ້ອງກັນຄວາມປອດໄພ ກ່ອນພິທີສາບານຕົວເຂົ້າຮັບຕໍາແໜ່ງ ຂອງທ່ານໄບເດັນຈັດຂຶ້ນ


ທະຫານຮັກສາດິນແດນ ແລະຕໍາຫລວດປ້ອງກັນຄວາມສະຫງົບຢືນຍາມຢູ່ຖະໜົນສາຍນຶ່ງໃກ້ກັບຫໍລັດຖະສະພາໃນນະຄອນຫລວງ ວໍຊິງຕັນ, ວັນທີ 17, 2021 ເພື່ອຮັກສາຄວາມປອດໄພກ່ອນ ຈະມີພິທີສາບານຕົວເຂົ້າຮັບຕໍາແໜ່ງຂອງ ທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ (ພາບສະໜອງໃຫ້ໂດຍ AP)
ທະຫານຮັກສາດິນແດນ ແລະຕໍາຫລວດປ້ອງກັນຄວາມສະຫງົບຢືນຍາມຢູ່ຖະໜົນສາຍນຶ່ງໃກ້ກັບຫໍລັດຖະສະພາໃນນະຄອນຫລວງ ວໍຊິງຕັນ, ວັນທີ 17, 2021 ເພື່ອຮັກສາຄວາມປອດໄພກ່ອນ ຈະມີພິທີສາບານຕົວເຂົ້າຮັບຕໍາແໜ່ງຂອງ ທ່ານ ໄບເດັນ ແລະ ທ່ານນາງ ແຮຣິສ (ພາບສະໜອງໃຫ້ໂດຍ AP)

ດ້ວຍຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ມີກຳນົດ ທີ່ຈະສາບານຕົວເຂົ້າຮັບຕຳແໜ່ງໃນວັດພຸດນີ້, ອົງການສັນຕິບານກາງ ຫຼື FBI ແມ່ນກຳລັງດຳເນີນການກວດກາຄວາມປອດໄພຂອງສະມາຊິກ ກອງທະຫານຮັກສາດິນແດນແຫ່ງຊາດ 25,000 ຄົນ ທີ່ຖືກມອບໝາຍໜ້າ ທີ່ໃຫ້ໄປນະຄອນຫຼວງ ວໍຊິງຕັນ ເພື່ອປ້ອງກັນງານດັ່ງກ່າງທ່າມກາງຄວາມ ເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ໃນການໂຈມຕີຂອງຄົນພາຍໃນ.

ເລຂາທິການກອງທັບບົກ ທ່ານ ຣາຍອັນ ແມັກຄາທີ ໄດ້ກ່າວຕໍ່ອົງການຂ່າວ AP ວ່າທ່ານ ແລະ ຜູ້ນຳຄົນອື່ນໆບໍ່ໄດ້ເຫັນຫຼັກຖານ ກ່ຽວກັບ ໄພຂົ່ມຂູ່ໃດໆ, ແລະ ວ່າໃນປັດຈຸບັນນີ້ການກວດສອບແມ່ນບໍ່ໄດ້ມີບັນຫາຫຍັງໃນບັນດາ ສະມາຊິກໜ່ວຍພິທັກນັ້ນ.

ທ່ານ ແມັກຄາທີ ໄດ້ກ່າວວ່າ “ພວກເຮົາໄດ້ດຳເນີນຂັ້ນຕອນຕ່າງໆຢ່າງ ຕໍ່ເນື່ອງ, ແລະ ໄດ້ທຳການກວດສອບຄັ້ງທີສອງ ແລະ ສາມຕໍ່ແຕ່ລະບຸກຄົນ ທີ່ຖືກແຕ່ງຕັ້ງໃນການປະຕິບັດການນີ້.”

ທ່ານ ແມັກຄາທີ ໄດ້ກ່າວວ່າລາຍງານການສືບລັບໄດ້ແນະນຳວ່າ ກຸ່ມພາຍ ນອກແມ່ນກຳລັງຈັດການຊຸມນຸມຕິດອາວຸດ ກ່ອນວັນສາບານຕົວເຂົ້າຮັບຕຳ ແໜ່ງ.

ການຮັກສາຄວາມປອດໄພໄດ້ເປັນຈຸດເພັ່ງເລັງທີ່ໃຫຍ່ກວ່າປົກກະຕິ ດ້ວຍ ການສາບານຕົວເຂົ້າຮັບຕຳແໜ່ງຈະເກີດຂຶ້ນສອງອາທິດຫຼັງຈາກຜູ້ສະໜັບສະໜູນຫຼາຍພັນຄົນຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ກຳລັງຈະພົ້ນຈາກຕຳ ແໜ່ງໄດ້ບຸກເຂົ້າໄປໃນຫໍລັດຖະສະພາ ສະຫະລັດ. ທ່ານ ທຣຳ ໄດ້ຮຽກຮ້ອງ ໃຫ້ເຂົາເຈົ້າເດີນຂະບວນໄປຕຶກດັ່ງກ່າວ ໃນຂະນະທີ່ບັນດາສະມາຊິກສະພາ ໄດ້ປະຊຸມກັນເພື່ອຢືນຢັນໄຊຊະນະຂອງທ່ານ ໄບເດັນ.

ບໍລິເວນທີ່ໃກ້ທີ່ສຸດກັບຫໍລັດຖະສະພາແມ່ນໄດ້ກາຍເປັນຄືກັບຄ້າຍທະຫານ, ດ້ວຍຮົ້ວ ແລະ ໜາມໝາກຈັບໄດ້ຖືກລ້ອມຮອບຢູ່ພື້ນດິນ. ບັນດາເຈົ້າໜ້າທີ່ ຍັງໄດ້ປິດສວນສະໜາມແຫ່ງຊາດ, ພ້ອມກັບຖະໜົນ ແລະ ລົດໄຟໃຕ້ດິນໃນ ຕົວເມືອງຂອງນະຄອນຫຼວງ ວໍຊິງຕັນ. ຂົວຂ້າມເຂົ້າເມືອງຈາກລັດ ເວີຈິເນຍ ກໍຖືກປິດເຊັ່ນກັນ. ກອງທະຫານພິທັກດິນແດນແຫ່ງຊາດຫຼາຍພັນຄົນ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແມ່ນປະຈຳການຢູ່ທົ່ວບໍລິເວນດັ່ງກ່າວ ເພື່ອປ້ອງກັນຄວາມຮຸນແຮງໃນອະນາຄົດ.

ເຖິງແມ່ນຈະມີຄວາມເປັນຫ່ວງດ້ານຄວາມປອດໄພສູງຂຶ້ນກໍຕາມ, ທ່ານ ໄບເດັນ ແມ່ນມີແຜນທີ່ຈະດຳເນີນໄປໜ້າ ກັບພິທີສາບານຕົວເຂົ້າຮັບຕຳແໜ່ງ ໃນສະຖານທີ່ຕາມປະເພນີຂອງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG