ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຂຽນຂ່າວ ທີ່ບໍ່ເຫັນພ້ອມທາງສາສະໜາ ຖືກຟັນຈົນຕາຍ ຢູ່ໃນເຮືອນ


Bangladesh Blogger Death
please wait

No media source currently available

0:00 0:00:41 0:00

ພວກ​ອັນ​ທະພານກຸ່ມ​ນຶ່ງ ທີ່​ມີ​ຜູ້ຊາຍປະມານຫົກ​ຄົນ ພ້ອມດ້ວຍ​
ພ້າ​ອີ່​ໂຕ້ ​ແລະ​ຂວານ ​ໄດ້​ຟັນຜູ້​ຂຽນ​ຂ່າວ​ທາງ​ອິນ​ເຕີ​ແນັດເຖິງ
ຕາຍ​ຢູ່ໃນບັງກລາ​ແດັດ ​ໃນ​ວັນ​ສຸກ​ວານ​ນີ້ ທີ່​ເຮັດ​ໃຫ້ຜູ້ກ່ຽວກາຍ
ເປັນ​ຄົນ​ທີ​ສີ່ ໃນ​ການ​ສັງຫານ​ນັກ​ຂຽນ ​ທີ່​ບໍ່​ເຫັນ​ດີ​ດ້ານ​ສາສະໜາ
​ໃນປະ​ເທດເອ​ເຊຍ​ໃຕ້ດັ່ງກ່າວ ນັບ​ແຕ່ຕົ້ນ​ປີ​ນີ້ມາ.

ທ່ານ Niloy Chakrabarti ອາຍຸ​ສີ່​ສິບ​ປີ ​ທີ່​ຮູ້ກັນດີ​ວ່າ​ມີ​ທັດສະນະ​
ບໍ່​ເຊື່ອ​ສາສະ ໜານັ້ນ ​ໄດ້​ຖືກ​ສັງ​ຫານ ​ຢູ່​ເຮືອນຂອງ​ລາວ ປະມານ
​ຕອນທ່ຽງ ຢູ່​ຄູ້​ມ Goran ໃນນະຄອນຫຼວງ Dhakar.

ທ່ານ Imran H Sarker ຊຶ່ງເປັນຜູ້ນຳໃນການຂຽນ​ຂ່າວ ​ແລະ​ນັກ​
ເຄື່ອນ​ໄຫວ ທາງອິນ​ເຕີ​ແນັດ ຢູ່​ປະ​ເທດ​ບັງ​ກລາ​ແດັດ ​ໄດ້​ກ່າວ​ໃນ​ການ​ໃຫ້ການ​ສຳພາດວ່າ
“ພວກ​ຜູ້​ຊາຍຈຸນີ້ ພາກັນ​ເຂົ້າ​ໄປໃນເຮືອນ​ຂອງ ທ່ານ Niloy ຊຸກ​ເມຍ​ຂອງ​ລາວ​ອອກ ​ແລະ​ເພື່ອນ​ຄົນ​ໜຶ່ງ ​ແລະ​ຟັນ​ລາວ​ຈົນ​ຕາຍ. ​ໃນ​ຕົ້ນ​ປີ​ນີ້ ​ເຂົາ​ເຈົ້າ​ໄດ້ສັງ ຫານຜູ້​ຂຽນ​ຂ່າວ​ທີ່​ບໍ່​ເຫັນ​ພ້ອມ​ທາງ​ສາສະໜາ ​ໃນ​ອິນ​ເຕີ​ແນັດ​ສາມ​ຄົນຢູ່​ຖະໜົນ. ບັດ​ນີ້ ​ເຂົາ​ເຈົ້າ​ໄດ້​ຂ້າ​ຜູ້​ຂຽນ​ຂ່າວອີກ​ໜຶ່ງ​ຄົນ ​ໂດຍເຂົ້າໄປ​ໃນ​ເຮືອນ​ຂອງ​ລາວ ​ໃນໂຈມ​ຕີ​ຢ່າງ​ທ້າ​ທາຍ.”

​ຕຳຫລວດ ໃນນະຄອນ Dhakar ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ຜູ້​ຮ້າຍ​ຕັດ​ຄໍ ທ່ານ
Niloy ເກືອບຂາດ ​ເພື່ອໃຫ້​ເປັນ​ທີ່​ແນ່ນອນ​ວ່າຜູ້ກ່ຽວຕາຍແທ້.

ຫລາຍ​ຊົ່ວໂມງ​ຕໍ່​ມາ ​ອົງການຂ່າວ​ຕ່າງໆໄດ້​ຮັບ ​ການ​ອ້າງ​ເອົາ​ຄວາມ​ຮັບຜິດ ຊອບກ່ຽວກັບ
ການ​ສັງຫານ ​ຈາກ​ກຸ່ມ​ນຶ່ງທີ່​ອ້າງ​ວ່າ ​ເປັນສາຂາດນຶ່ງໃນ​ບັງ​ກລາ​ແດັດ ຂອງກຸ່ມ al-Qaida
ຢູ່​ທີ່ອະນຸທະວີບອິນ​ເດຍ.

ທ່ານ Mustafizur Rahman ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ ຂອງ​ປ້ອມ​ຕຳຫລວດ ຢູ່ຄຸ້ມ
Khilgaon ຂອງນະຄອນຫຼວງ​ Dhakar ກ່າວວ່າ ຜູ້​ຮ້າຍ​ໄດ້​ລໍ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງທ່ານ Niloy.​

Secular Blogger Hacked to Death in Bangladesh
please wait

No media source currently available

0:00 0:00:45 0:00

XS
SM
MD
LG