ເຈົ້າໜ້າທີ່ໃນພາກຕາເວັນອອກຂອງມຽນມາ ກ່າວວ່າສະຖານ
ນະການໃນເມືອງ Lashio ໄດ້ສະງົບລົງແລ້ວໃນວັນພຸດມື້ນີ້
ຫລັງຈາກເກີດຄວາມຮຸນແຮງເທື່ອຫລ້າສຸດ ລະຫວ່າງຊາວ
ພຸດກັບຊາວມຸສລິມ.
ສື່ຂອງລັດກ່າວວ່າ ການກໍ່ຄວາມຮຸນແຮງໄດ້ເລີ່ມຂຶ້ນ ໃນວັນອັງ
ຄານວານນີ້ ລຸນຫຼັງທີ່ມີລາຍ ງານຂ່າວວ່າ ຜູ້ຊາຍຊາວມຸສລິມ
ຄົນນຶ່ງໄດ້ຖືກຈັບ ຍ້ອນໄດ້ຈຸດໄຟເຜົາແມ່ຍິງຊາວພຸດຄົນນຶ່ງ.
ຝູງຊົນກຸ່ມນຶ່ງທີ່ໂມໂຫແລະໂກດແຄ້ນ ຊຶ່ງມີຮວມທັງພະສົງນໍານັ້ນ
ໄດ້ພາກັນໄປອ້ອມສະຖາ ນີຕໍາຫຼວດ ບ່ອນທີ່ຊາຍຊາວມຸສລິມ
ຄົນນັ້ນ ຖືກກັກຂັງໄວ້ ແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ມອບຕົວ
ຊາຍຄົນນັ້ນ ໃຫ້ພວກເຂົາເຈົ້າ. ຫຼັງຈາກນັ້ນ ຝູງຊົນທີ່ວ່ານີ້ ກໍໄດ້ພາກັນອາລະວາດໄປ
ທົ່ວເມືອງແລະໄດ້ຈຸດເຜົາໂບດມຸສລິມ ທີ່ໃຫຍ່ທີ່ສຸດຂອງເມືອງ Lashio ພ້ອມທັງໂຮງ
ຮຽນແລະຫ້າງຮ້ານຫຼາຍແຫ່ງ.
ທາງການໄດ້ກູ້ເອົາຄວາມເປັນລະບຽບຮຽບຮ້ອຍກັບຄືນມາ ໃນຕອນແລງວັນອັງຄານ
ວານນີ້ ຫຼັງຈາກທີ່ທາງເຈົ້າໜ້າທີ່ໄດ້ປະກາດໃຊ້ ມາດຕະການຮັກສາຄວາມປອດໄພ
ໂດຍຫ້າມການໂຮມຊຸມນຸມທີ່ຜິດກົດໝາຍ.
ບໍ່ມີລາຍງານໃນທັນທີນີ້ເທື່ອ ກ່ຽວກັບການບາດເຈັບລົ້ມຕາຍໃນການກໍ່ຈລາຈົນຄັ້ງນີ້ ແລະຂະໜາດຂອງຄວາມເສັຍຫາຍ ຍັງບໍ່ທັນໄດ້ຊາບກັນຢ່າງແນ່ຊັດເທື່ອ.
ການໂຈມຕີຕໍ່ຊາວມຸສລິມນັ້ນໄດ້ເຜີຍແບ ໃຫ້ເຫັນເຖິງການແຕກແຍກກັນຢ່າງເລິກເຊິ່ງ ຢູ່ໃນ ປະເທດທີ່ຜູ້ຄົນສ່ວນໃຫຍ່ນັບຖືສາສະໜາພຸດ ແລະໄດ້ເປັນເງົາບົດບັງ ການປະຕິ
ຮູບທາງ ການເມືອງ ທີ່ມຽນມາໄດ້ຮັບການຍ້ອງຍໍຢ່າງຫລວງຫລາຍນັ້ນ.
ການກໍ່ຄວາມວຸ້ນວາຍຢ່າງຮ້າຍແຮງເຖິງຕາຍ ໃນປີກາຍນີ້ ທີ່ໄດ້ແນເປົ້າໝາຍເປັນສ່ວນ
ໃຫຍ່ ໃສ່ຊາວມຸສລິມເຜົ່າໂຣຣິງຢາໃນລັດຣາໄຄນ໌ ທາງພາກຕາເວັນຕົກຂອງປະເທດນັ້ນ
ໄດ້ຍັງ ຜົນໃຫ້ມີ ປະມານ 200 ຄົນເສຍຊີວິດ ແລະພາໃຫ້ມີຜູ້ຄົນຫຼາຍພັນຄົນ ຂາດທີ່ຢູ່ ອາໄສ.