ບັນດາເຈົ້າໜ້າທີ່ອີຣັກ ກ່າວວ່າ ໄດ້ມີການວາງລະເບີດລົດຫລາຍ
ຄັນໃສ່ພວກສະແຫວງບຸນຊາວ Shi’ite ຢູ່ໃກ້ກັບນະຄອນຫລວງ
ແບກແດດ ໃນຂະນະທີ່ຄວາມຮຸນແຮງຢູ່ໃນທົ່ວໃນອີຣັກ ເຮັດໃຫ້
ມີຜູ້ເສຍຊີວິດ ຢ່າງໜ້ອຍ 65 ຄົນໃນວັນຈັນວານນີ້.
ລົດທີ່ຈອດຢູ່ສອງຄັນ ທີ່ເຕັມໄປດ້ວຍລະເບີດ ໄດ້ແຕກຂື້ນໃນແລງ
ວັນຈັນວານນີ້ ຢູ່ເມືອງ al-Rasheed ໃນເຂດຊານເມືອງກໍ້າໃຕ້
ຂອງ ແບກແດດ ສັງຫານຜູ້ສະແຫວງບຸນຢ່າງໜ້ອຍ 23 ຄົນທີ່ກໍາ
ລັງພາກັນຢ່າງໄປເມືອງສັກສິດ Karbalaຂອງຊາວ Shi’ite.
ຫລາຍກວ່າ 55 ຄົນໄດ້ຮັບບາດເຈັບ ໃນການໂຈມຕີ.
ໃນຂະນະດຽວກັນ ຢູ່ເມືອງ Mosul ທາງພາກເໜືອຂອງອີຣັກ
ພວກຫົວຮຸນແຮງໄດ້ຍິງຜູ້ສະແຫວງບຸນຊາວ Shi’ite 11 ຄົນ
ທີ່ກໍາລັງຂີ່ ລົດບັສ ໄປຍັງເມືອງ Karbala.
ແລະຢູ່ທີ່ເມືອງ Tikrit ພາກເໜືອຂອງປະເທດ ຜູ້ວາງລະເບີດສະລະຊີບສາມຄົນ ໄດ້ດຶງຂະ
ນວນລະເບີດທີ່ມັດໃສ່ສາຍແອວ ໃນຄວາມ ພະຍາຍາມ ເພື່ອຈະບຸກເຂົ້າໄປໃນໂຮງການປົກ
ຄອງເມືອງ ແລະໄດ້ສັງຫານພົນລະເຮືອນສອງຄົນ.
ຜູ້ສະລະຊີບວາງລະເບີດອີກກຸ່ມນຶ່ງ ໄດ້ໂຈມຕີເມືອງ Beiji ສັງຫານຕໍາຫລວດຢ່າງໝ້ອຍ 8
ຄົນ. ແລະ ລະເບີດທີ່ແຕກຂຶ້ນຢູ່ທົ່ວກຸງແບກແດດ ໄດ້ສັງຫານອີກຢ່າງໜ້ອຍ 11 ຄົນ.