ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມວິ້ງເຕັ້ນທາງການເມືອງລັບ ແນເປົ້າໃສ່ການຕໍ່ສູ້ ກ່ຽວກັບ ຕຳແໜ່ງຫວ່າງ ໃນສານສູງສຸດ


ແມ່ຍິງຄົນນຶ່ງວາງດອກໄມ້ ໃນຂະນະທີ່ປະຊາຊົນໄວ້ອາໄສໃຫ້ແກ່ການເສຍຊີວິດຂອງ ຜູ້ພິພາກສາສົມທົບສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ, ສານສູງສຸດ, ນະຄອນຫຼວງ ວໍຊິງຕັນ. 20 ກັນຍາ, 2020.
ແມ່ຍິງຄົນນຶ່ງວາງດອກໄມ້ ໃນຂະນະທີ່ປະຊາຊົນໄວ້ອາໄສໃຫ້ແກ່ການເສຍຊີວິດຂອງ ຜູ້ພິພາກສາສົມທົບສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ, ສານສູງສຸດ, ນະຄອນຫຼວງ ວໍຊິງຕັນ. 20 ກັນຍາ, 2020.

ກຸ່ມການເມືອງລັບ ແລະ ມີເງິນຢ່າງຫຼວງຫຼາຍຕ່າງໆ ແມ່ນກຳລັງເຂົ້າຮ່ວມໃນການຕໍ່ສູ້ ທີ່ມີເດີມພັນສູງ ກ່ຽວກັບ ການຕື່ມຕຳແໜ່ງຫວ່າງໃນສານສູງສຸດ ສະຫະລັດ ເຊິ່ງມີຂຶ້ນຍ້ອນການເສຍຊີວິດຂອງຜູ້ພິພາກສາ ຣູດທ໌ ເບເດີ ກິນສເບີກ.

ກຸ່ມທີ່ຮູ້ຈັກດັ່ງກັບ “ເງິນມືດ” ຍ້ອນພວກເຂົາບໍ່ໄດ້ຖືກຮຽກຮ້ອງໂດຍກົດໝາຍ ເພື່ອເປີດເຜີຍຊື່ຂອງຜູ້ບໍລິຈາກຂອງພວກເຂົານັ້ນ, ອົງການທີ່ມີອິດທິພົນດັ່ງກ່າວນີ້ແມ່ນກຳລັງປໍ້າເງິນຫຼາຍລ້ານໂດລາໃນການໂຄສະນາຕ່າງໆເພື່ອຊັກຈູງຄວາມເຂົ້າໃຈຂອງຜູ້ລົງຄະແນນສຽງ ກ່ຽວກັບ ສິ່ງທີ່ຄາດວ່າຈະເປັນນຶ່ງການຟັງຄຳໃຫ້ ການຢືນຢັນຕຳແໜ່ງທີ່ດຸເດືອດທີ່ສຸດໃນປະຫວັດສາດຍຸກໃໝ່ຂອງ ອາເມຣິ ກາ.

ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານນາງ ກິນສເບີກ, ອາຍຸ 87 ປີທີ່ເປັນເອກະ ລັກຂອງເສລີນິຍົມ, ໄດ້ເສຍຊີວິດດ້ວຍໂຣກມະເຮັງໃນວັນສຸກຂອງສັບປະດາທີ່ຜ່ານມານັ້ນ, ກຸ່ມທີ່ຊື່ວ່າ Demand Justice ຫຼືຮຽກຮ້ອງຄວາມເປັນທຳ, ເຊິ່ງແມ່ນກຸ່ມເງິນມືດຫົວກ້າວໜ້າທີ່ມີສາຍພົວພັນກັບພັກເດໂມແຄຣັດນັ້ນ, ໄດ້ກ່າວວ່າເຂົາເຈົ້າຈະໃຊ້ເງິນ 10 ລ້ານໂດລາ ເພື່ອຕໍ່ສູ້ກັບການຜັກດັນຂອງປະທານາ ທິບໍດີ ດໍໂນລ ທຣຳ ເພື່ອຫາຜູ້ພິພາກສາຫົວອະນຸລັກນິຍົມມາແທນຕຳແໜ່ງຂອງ ທ່ານນາງ ກິນສເບີກ.

ຄູ່ຮ່ວມຫົວອະນຸລັກນິຍົມຂອງກຸ່ມດັ່ງກ່າວຊື່ວ່າ Judicial Crisis Network ຫຼື ເຄືອຂ່າຍວິກິດການດ້ານກົດໝາຍ, ໄດ້ຕອບໂຕ້ຄືນດ້ວຍການອອກໂຄສະນາມູນຄ່າ ສອງລ້ານສອງແສນ ໂດລາ ເພື່ອສະໜັບສະໜູນການຜັກດັນຂອງທ່ານ ທຣຳ, ດ້ວຍເປົ້າໝາຍທີ່ຈະໃຊ້ເງິນໃຫ້ເທົ່າກັນ ຫຼື ຫຼາຍກວ່າກຸ່ມ Justice Demand.

ເຄືອຂ່າຍວິກິດການດ້ານກົດໝາຍ ກ່ອນໜ້ານີ້ໄດ້ໃຊ້ເງິນ 20 ລ້ານໂດລາ ເພື່ອຊ່ວຍຢືນຢັນຜູ້ພິ ພາກສາສານສູງສຸດສອງຄົນທຳອິດຂອງທ່ານ ທຣຳ ຄືທ່ານ ນຽລ ກໍຊັດຈ໌ ແລະ ທ່ານ ເບຣັດ ຄາວານໍ, ອີງຕາມສູງກາງເພື່ອການຕອບສະໜອງດ້ານການເມືອງ, ເຊິ່ງແມ່ນກຸ່ມຕິດຕາມດ້ານການເງິນທາງການເມືອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG