ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Tillerson ປະຕິຍານວ່າ ຈະເຮັດໃຫ້ ກຊ ການຕ່າງປະເທດ ນ້ອຍລົງ ແລະ ​ແຂງ​ຂັນ​ຂຶ້ນ


ທ່ານ Rex Tillerson, ອະດີດປະທານ ແລະ ຫົວໜ້າອຳນວຍການ ຂອງບໍລິສັດ ExxonMobil, ໃຫ້ການໃນລະຫວ່າງ ການຮັບຟັງຢັ້ງຢືນການສະເໜີຊື່ແຕ່ງຕັ້ງ ເປັນລັດຖະມົນຕີການຕ່າງປະເທດ ຕໍ່ຄະນະກຳມະການ ດ້ານການຕ່າງປະເທດ ສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນລວງວໍຊິງຕັນ ດີຊີ, ວັນທີ 11 ມັງກອນ 2017.
ທ່ານ Rex Tillerson, ອະດີດປະທານ ແລະ ຫົວໜ້າອຳນວຍການ ຂອງບໍລິສັດ ExxonMobil, ໃຫ້ການໃນລະຫວ່າງ ການຮັບຟັງຢັ້ງຢືນການສະເໜີຊື່ແຕ່ງຕັ້ງ ເປັນລັດຖະມົນຕີການຕ່າງປະເທດ ຕໍ່ຄະນະກຳມະການ ດ້ານການຕ່າງປະເທດ ສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນລວງວໍຊິງຕັນ ດີຊີ, ວັນທີ 11 ມັງກອນ 2017.

ອົງການການທູດຂອງອາເມຣິກາ ໃນໄວໆນີ້ ອາດກາຍເປັນອົງການທີ່ນ້ອຍລົງ ແລະ
​ແຂງ​ຂັນ​ຂຶ້ນກວ່າເກົ່າ.

ຜູ້ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນລັດຖະມົນຕີການຕ່າງປະເທດ ຂອງປະທານາ ທິບໍດີທີ່ໄດ້ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ເມື່ອວັນພຸດວານນີ້ ໄດ້ປະຕິຍານວ່າ ຈະປັບປຸງ ກະຊວງການຕ່າງປະເທດ ເຮັດໃຫ້ ມີປະສິດທິພາບຫຼາຍຂຶ້ນ ແລະ ປະສົບຜົນສຳເລັດ ດ້ວຍການ “ປະຢັດຄ່າໃຊ້ຈ່າຍ.”

Secretary of State Nominee Breaks With Trump's Calls for Nuclear Proliferation
please wait

No media source currently available

0:00 0:00:45 0:00

ທ່ານ Tillerson ໄດ້ບອກຕໍ່ຄະນະກຳມະການດ້ານການຕ່າງປະເທດ ຂອງສະພາສູງ ຢູ່ທີ່ການຮັບຟັງໃນລັດຖະສະພາ ວ່າ “ຂ້າພະເຈົ້າໄດ້ສັງເກດເຫັນວ່າ ມີຫີບຈຳນວນ ໜ້ອຍນຶ່ງ ອີກ ທີ່ໄດ້ຕື່ມເຂົ້າໄປ ໃນຕະລາງການຈັດຕັ້ງຂອງກົມ ເມື່ອບໍ່ເທົ່າໃດປີມານີ້.”

ຜູ້ອຳນວຍການດ້ານການສື່ສານ ທີ່ເປັນປະທານຂອງຄະນະກຳມະການ ທ່ານ Bob Corker ໄດ້ກ່າວວ່າ ຈະບໍ່ມີມື້ທີສອງ ຂອງການຮັບຟັງ ສຳລັບທ່ານ Tillerson. ສະມາຊິກສະພາສູງ ທ່ານ Jeff Sessions ໄດ້ປະເຊີນໜ້າກັບການສອບຖາມຕ່າງໆ
ນາໆ ກ່ຽວກັບການຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນລັດຖະ ມົນຕີຍຸດຕິທຳ ໄລຍະສອງມື້.

Tillerson on Russia, China, Risk of Climate Change
please wait

No media source currently available

0:00 0:02:02 0:00

ທ່ານ Tillerson ຍັງໄດ້ໃຫ້ຮ່ອງຮອຍໃນວັນພຸດວານນີ້ ທິດທາງທີ່ໜັກແໜ້ນຂຶ້ນກັບຈີນ ໂດຍສະເພາະ ໃນເລື່ອງກິດຈະກຳທາງດ້ານການທະຫານຕ່າງໆ ຢູ່ໃນນ່ານນ້ຳ ທີ່ມີການ ຂັດແຍ້ງກັນນັ້ນ.

ການກໍ່ສ້າງສະຖານທີ່ທາງທະຫານຂອງປັກກິ່ງ ໃສ່ພວກເກາະ​ດອນຢູ່ໃນທະເລຈີນໃຕ້ “ແມ່ນຄ້າຍຄືກັນກັບການຍຶດເອົາ​ເຂດ Crimea ຂອງຣັດເຊຍ” ທ່ານ Tillerson ໄດ້ກ່າວຕໍ່ບັນດາສະມາຊິກສະພາສູງ ໃນຄຳເຫັນອັນໜັກແໜ້ນສ່ວນນຶ່ງ ໃນລະຫວ່າງ ການຮັບຟັງ ຄຳ ໃຫ້ການ ​ເພື່ອຢືນຢັນການສະເໜີຊື່ແຕ່ງຕັ້ງ ​ເປັນ​ເວລາ 9 ຊົ່ວໂມງ.

ທ່ານ​ກ່າວ​ວ່າ “ຈີນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ສັນຍານ​ອັນ​ຈະ​ແຈ້ງວ່າ ການ​ສ້າງ​ເກາະດອນ​ທຽມ ​ຂອງ​ພວກ​ເຂົາ​ຕ້ອງ​ຍຸຕິ ​ແລະ​ການ​ກໍ່ສ້າງ​ໃນ​ຂັ້ນຕໍ່​ໄປ ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຂຶ້ນໄດ້.”

Tillerson Says Russia Must Be Held Accountable
please wait

No media source currently available

0:00 0:01:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG