ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ແລະ ທ່ານ Ban ຫາທາງຍຸດຕິ ການ​ສູ້​ລົບ​ ລະ​ຫວ່າງ ອິສຣາແອ​ລ ​ແລະກຸ່ມຮາ​ມັສ (ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ​ລັດ ທ່ານ John Kerry (ຂວາ) ແລະ ເລຂາທິການ​ໃຫຍ່​ຂອງສະຫະ​ປະຊາ​ຊາດ ທ່ານ Ban Ki-Moon ຖະແຫລງຂ່າວຮ່ວມກັນ ຢູ່​ນະຄອນຫຼວງ​ໄຄ​ໂຣ ຂອງ​ປະ​ເທດ​ອີ​ຈິບ ເມື່ອ ວັນທີ 21 ກໍລະກົດ 2014.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ​ລັດ ທ່ານ John Kerry (ຂວາ) ແລະ ເລຂາທິການ​ໃຫຍ່​ຂອງສະຫະ​ປະຊາ​ຊາດ ທ່ານ Ban Ki-Moon ຖະແຫລງຂ່າວຮ່ວມກັນ ຢູ່​ນະຄອນຫຼວງ​ໄຄ​ໂຣ ຂອງ​ປະ​ເທດ​ອີ​ຈິບ ເມື່ອ ວັນທີ 21 ກໍລະກົດ 2014.

ເລຂາທິການ​ໃຫຍ່​ຂອງສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ​ແລະລັດຖະມົນຕີ​ຕ່າງປະ​ເທດ​ສະຫະ​ລັດ ທ່ານ
John Kerry ກຳ​ລັງ​ສືບຕໍ່ປະຊຸມ​ກັນ ກັບ​ບັນດາ​ເຈົ້າໜ້າ​ທີ່
​ກ່ຽວຂ້ອງ ​ຢູ່​ນະຄອນຫຼວງ​ໄຄ​ໂຣ ຂອງ​ປະ​ເທດ​ອີ​ຈິບ ໃນຄວາມ
ພະຍາຍາມ ເພື່ອ​ຫາ​ທາງ​ໃຫ້ມີການຍຸດຕິ ການ​ສູ້​ລົບ​ກັນ
ລະ​ຫວ່າງອິສຣາແອ​ລ ​ແລະກຸ່ມຮາ​ມັສ.

​ການ​ຕໍ່ສູ້​ກັນ ທີ່ດຳເນີນມາເປັນ​ເວລາ​ສອງ​ອາທິດ​ແລ້ວນັ້ນ
ຍັງບໍ່ມີທ່າ​ທີ​ວ່າ​ຈະຜ່ອນຄາຍລົງແຕ່ຢ່າງໃດ ​ໃນ​ວັນ​ອັງຄານ​
ມື້​ນີ້ ໃນ​ຂະນະ​ທີ່ອິສຣາ ​ແອ​ລສືບ​ຕໍ່​ທຳການ​ໂຈມ​ຕີ​ທາງ​ອາກາດ
ໃສ່ຫຼາຍໆ​ເປົ້າໝາຍ​ ຢູ່​ໃນເຂດ Gaza ​ເຮັດ​ໃຫ້​ມີຢ່າງ​ນ້ອຍ 10
ຄົນ​ເສຍ​ຊີວິດ ​ໃນ​ຂະນະທີ່​ມີ​ການຍິງ ຈະ​ຫລວດຫຼາຍໆ​ລູກ ຈາກເຂດ Gaza ​ເຂົ້າໄປໃສ່
ອິສຣາ​ແອ​ລ​ ​ເຊັ່ນ​ດຽວ​ກັນ.

ໃນຕອນເຊົ້າມື້ນີ້ ທ່ານ Kerry ​ໄດ້​ພົບ​ປະ​ກັບຫົວໜ້າ​ໜ່ວຍສືບລັບຂອງ​ ປາແລສໄຕນ໌
ທ່ານ Majid Faraj ກ່ອນທຳ​ການ​ປຶກສາ​ຫາ​ລື ກັບລັດ ຖະມົນ​ຕີ​ຕ່າງປະ​ເທດອີ​ຈິບ
ທ່ານ Sameh Shukri.

ທັງທ່ານ Kerry ​ແລະ ທ່ານ Shukri ກ່າວ​ວ່າ​ ພວກ​ຕົນໄດ້ມີຄວາມ ຫວັງ​ວ່​າ ຈະບໍ່​ພຽງແຕ່
ມີການບັນລຸການຢຸດ​ຍິງ​ເທົ່າ​ນັ້ນ ​ແຕ່ຍັງຈະສາມາດກ້າວໄປສູ່ຂັ້ນ​ຕອນການ​ສ້າງສັນຕິພາບ
​ໃນຂອບເຂດທີ່ກວ້າງ ຂວາງກວ່າເກົ່າ ລະຫວ່າງອິສຣາ​ແອ​ລ​ແລະ​ປາແລສໄຕນ໌.

ທ່ານ Ban ​ທີ່​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ ຍຸດ​ຕິ​ຄວາມ​ຮຸນ​ແຮງ​ໂດຍ​ທັນທີ ​ແລະ​ເລີ້ມ​ຕົ້ນ ເຈລະຈາ​ກັນ​ ຢ່າງ​ບໍ່​ມີ​ເງື່ອນ​ໄຂລ່ວງໜ້າໃດໆນັ້ນ ​ມີກຳນົດຈະອອກ​ເດີນທາງ​ໄປ​ອິສຣາ​ແອ​ລ ​ເພື່ອ​ພົບ​ປະ​ກັບນາຍົກລັດຖະ ມົນຕີ Benjamin Netanyahu ​ແລະໄປເຂດຝັ່ງຕາເວັນ
ຕົກຂອງແມ່ນ້ຳຈໍແດນ ຫຼື​ West Bank ​ເພື່ອ​ໂອ້​ລົມ​ ກັບ​ບັນດາ​ເຈົ້າໜ້າ​ທີ່​ຂອງປາແລສ​ໄຕ​ນ໌.

ISRAEL PALESTINIANS VOSOT
please wait

No media source currently available

0:00 0:01:59 0:00

XS
SM
MD
LG