ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ປະກາດ ແຜນການຕ່າງໆ ເພື່ອຊ່ວຍເຫຼືອ ລາວ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry
(ຊ້າຍ) ໂອ້ລົມກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການພົບປະກັນ ທີ່ທຳນຽບລັດຖະບານ ໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບ ນາຍົກລັດຖະມົນຕີ ລາວ ທ່ານ ທອງສິງ ທຳມະວົງ ໃນລະຫວ່າງການພົບປະກັນ ທີ່ທຳນຽບລັດຖະບານ ໃນນະຄອນຫຼວງວຽງຈັນ, ລາວ. 25 ມັງກອນ 2016.

ສະຫະລັດກຳລັງເພີ້ມການດຳເນີນຄວາມພະຍາຍາມເພື່ອຊ່ອຍ
ເຫລືອລາວໃນການຮັບມືກັບບັນຫາຕ່າງໆຮວມທັງເລື້ອງໂພຊະ
ນາການ ລະເບີດທີ່ບໍ່ທັນແຕກ ແລະການເຂົ້າເຖິງ ເທັກໂນໂລຈີ
ສຳລັບເຂດລຸ່ມແມ່ນ້ຳຂອງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວກ່ຽວກັບຂໍ້ລິເລີ້ມເຫລົ່າ ນີ້ໃນລະຫວ່າງການຢ້ຽມຢາມນະຄອນຫຼວງວຽງຈັນໃນວັນຈັນວານນີ້ ນອກນັ້ນທ່ານຍັງໄດ້ ກ່າວເຖິງບັນຫາທ້າທາຍຢູ່ນອກເຂດເອເຊຍ ຮວມທັງແຜນການເຈລະຈາສັນຕິພາບ ກ່ຽວ ກັບຊີເຣຍ.

ທ່ານໄດ້ໃຫ້ຄວາມເຫັນຕໍ່ພວກນັກຂ່າວ ລຸນຫລັງການພົບປະກັບເຈົ້າໜ້າທີ່ລາວ ຮວມທັງ
ນາຍົກລັດຖະມົນຕີທອງສິງ ທຳມະວົງ​ ແລະລັດຖະມົນຕີການຕ່າງປະເທດ ທ່ານທອງລຸນ ສີສຸລິດ. ການໂອ້ລົມນີ້ ໄດ້ວາງພື້ນຖານກ່ຽວກັບກອງປະຊຸມສຸດຍອດພິເສດຂອງອາຊ່ຽນ ທີ່ລັດຄາລີຟໍເນຍໃນສະຫະລັດ ໃນເດືອນໜ້ານີ້ ທີ່ຈະເປັນເຈົ້າພາບໂດຍປະທານາທິບໍດີ ບາຣັກ ໂອມາມາ.

US Announces Initiatives to Aid Laos
please wait

No media source currently available

0:00 0:00:35 0:00

ພ້ອມນີ້ທ່ານ Kerry ຍັງເວົ້າວ່າ ສະຫະລັດກຳລັງລີເລີ້ມໂຄງການສະໜອງໂພຊະນາການ ມູນຄ່າ 6 ລ້ານໂດລາ ​ໃຫ້ແກ່ໂຮງຮຽນຕ່າງໆ ໃນທົ່ວປະເທດລາວ​ ເພື່ອຊ່ອຍຮັບມືກັບຜົນ ກະທົບຂອງການຂາດສານອາຫານ ທີ່ເຮັດໃຫ້ພວກເດັກນ້ອຍມີບັນຫາ ໃນການເຕີບໂຕ.

ທ່ານ Kerry ໄດ້ກ່າວຂອບອົກຂອບໃຈ ຕໍ່ນາຍົກລັດຖະມົນຕີທອງສິງ​ທີ່ຊ່ອຍໃນການແກ້ ໄຂບັນຫາທີ່ພົວພັນກັບສົງຄາມຫວຽດນາມ​ຮວມທັງເລື້ອງລະເບີດທີ່ບໍ່ທັນແຕກທີ່ຖິ້ມໂດຍ ເຮືອບິນລົບສະຫະລັດ.

ກະປະມານກັນວ່າ ມີ 30 ເປີເຊັນຂອງລະເບີດທີ່ຖິ້ມລົງມາແມ່ນບໍ່ແຕກຈຶ່ງເປັນເຫດພາໃຫ້ ມີຜູ້ຄົນເສຍຊີວິດຫຼາຍສິບພັນຄົນຫລາຍໆປີຕັ້ງແຕ່ນັ້ນມາ.​

ທ່ານ Kerry ກ່າວວ່າ ສະຫະລັດກຳລັງພິຈາລະນາກ່ຽວກັບການໃຫ້ຄວາມຊ່ອຍເຫລືອຊຶ່ງ
ໃນປັດຈຸບັນນີ້ມີມູນຄ່າ 19​ ລ້ານ 5 ແສນໂດລາ​ ເພີ້ມຂຶ້ນຕື່ມ ເພື່ອຊ່ອຍລາວໃນການເກັບ
ກູ້ລະເບີດ.​ ທ່ານກ່າວວ່າ ໃນຂະນະທີ່ຈຳນວນຜູ້ບາດເຈັບແລະເສຍຊີວິດຍ້ອນລະເບີດ ທີ່ ບໍ່ທັນແຕກໄດ້ຫລຸດລົງຢ່າງຫລວງຫລາຍ ແຕ່ມັນກໍຍັງເປັນບັນຫາຢູ່ໃນປະເທດ.

ທ່ານແຄຣີ ໂອ້ລົມກັບນາຍົກລາວ ທ່ານທອງທອງ ທຳມະວົງ ທີ່ທ ຳນຽບລັດຖະບານ ໃນນຄອນວຽງຈັນ.
ທ່ານແຄຣີ ໂອ້ລົມກັບນາຍົກລາວ ທ່ານທອງທອງ ທຳມະວົງ ທີ່ທ ຳນຽບລັດຖະບານ ໃນນຄອນວຽງຈັນ.

ນອກນັ້ນ ທ່ານ Kerry ຍັງກ່າວວ່າ ສະຫະລັດກຳລັງດຳເນີນງານ ຮ່ວມກັບລາວ ກ່ຽວກັບ ເລື້ອງເທັກໂນໂລຈີທີ່ອາດຈະເພີ້ມຄວາມສາມາດຂອງເຂດລຸ່ມແມ່ນ້ຳຂອງຊຶ່ງເປັນແມ່ນ້ຳ
ທີ່ຍາວທີ່ສຸດສາຍນຶ່ງຢູ່ໃນເອເຊຍ​ ທີ່ໄຫລຜ່ານປະເທດຈີນ ມຽນມາ ກຳປູເຈຍ ຫວຽດນາມ
ແລະ ລາວ.

ທ່ານກ່າວວ່າ ນີ້ແມ່ນແມ່ນ້ຳທີ່ມີຄວາມສຳຄັນອັນໃຫຍ່ຫລວງ ຊຶ່ງເປັນນຶ່ງໃນບັນດາແມ່ນ້ຳ ທີ່ຍາວທີ່ສຸດໃນໂລກ.

ໃນໂອກາດນີ້ ລັດຖະມົນຕີການຕ່າງປະເທດ Kerry ຍັງໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບເລື້ອງສິດທິມະນຸດແລະສິດເສລີພາບໃນການສະແດງຄວາມຄິດຄວາມເຫັນໃນ
ລະຫວ່າງ ການພົບປະກັບພວກເຈົ້າໜ້າທີ່ແຕ່ບໍ່ໄດ້ໃຫ້ລາຍລະອຽດທີ່ສະເພາະເຈາະຈົງ
ໃດໆ.

ທ່ານ Phil Robertson ຮອງຜູ້ອຳນວຍການຝ່າຍເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ
Human Rights Watch ກ່າວວ່າ ການໄປຢ້ຽມຢາມລາວຂອງລັດຖະມົນຕີການຕ່າງປະ ເທດ Kerry ຊຶ່ງເປັນນຶ່ງໃນບັນດາບັນດາລັດຖະບານທີ່ມີການກົດຂີ່ດ້ານສິດທິມະນຸດຮ້າຍ ແຮງທີ່ສຸດໃນອາຊ່ຽນນັ້ນ ຄວນຈະເປັນການເລີ້ມຕົ້ນ ໃນການຊຸກຍູ້ຢ່າງແຂງຂັນ ແລະຍືນ ຍົງຂອງສະຫະລັດເພື່ອທວງໃຫ້ລັດຖະບານລາວ ເປີດເຜີຍໃຫ້ຮູ້ວ່າທ່ານສົມບັດ ສົມພອນ ຜູ້ນຳຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານນັ້ນຢູ່ໃສ ແລະຍຸຕິການຂົ່ມຂູ່ຕໍ່ກົມສັງຄົມ ພົນລະເຮືອນ. ລາວ ແມ່ນບ່ອນຢຸດແວ່ແຫ່ງທຳອິດ ໃນການຢ້ຽມຢາມ ສາມປະເທດຂອງ ທ່ານ Kerry ຊຶ່ງຈະຮວມທັງກຳປູເຈຍ ແລະ ຈີນ.

ທ່ານແຄຣີ ລົງນາມໃນສະມຸດບັນທຶກການຢ້ຽມຢາມພະທາດຫຼວງ
ທ່ານແຄຣີ ລົງນາມໃນສະມຸດບັນທຶກການຢ້ຽມຢາມພະທາດຫຼວງ

ທ່ານ Kerry ກ່າວວ່າ ນອກຈາກຫາລືກ່ຽວກັບບັນຫາພູມີພາກແລ້ວທ່ານຍັງໄດ້ໂອ້ລົມທາງ ໂທລະສັບກັບຄູ່ຮ່ວມງານຫຼາຍໆປະເທດຮວມທັງຝຣັ່ງ ແລະເທີກີ​ກ່ຽວກັບແຜນການເຈລະ ຈາໃນການໂອນອຳນາດທາງການເມືອງໃນຊີເຣຍ.

ການເຈລະຈາພາຍໃຕ້ການນຳພາຂອງອົງການສະຫະປະຊາຊາດ​ ລະຫວ່າງລັດຖະບານ ຊີເຣຍແລະພວກຕໍ່ຕ້ານ ໃນຂັ້ນຕົ້ນນັ້ນ ມີກຳນົດທີ່ຈະເລີ້ມຂຶ້ນ ໃນມື້ວັນຈັນ ທີ່ນະຄອນເຈ ນີວາ​ ແຕ່ເນື່ອງຈາກບໍ່ມີການລົງລອຍກັນກ່ຽວກັບວ່າ ໃຜຈະເປັນຜູ້ຕາງໜ້າໃຫ້ແກ່ພວກຕໍ່ ຕ້ານ ດັ່ງນັ້ນການເຈລະຈາຈຶ່ງໄດ້ມີການຊັກຊ້າ.

ທ່ານ Kerry ຊຶ່ງມີລາຍງານວ່າ ໄດ້ໂອ້ລົມກັບທູດພິເສດອົງການສະຫະປະຊາຊາດ​ ທ່ານ Staffan de Mistura ກ່າວວ່າ ທ່ານຄາດວ່າ ຈະມີຄວາມຄືບໜ້າກ່ຽວກັບວ່າ ເວລາໃດ
ການເຈລະຈາຈຶ່ງຈະເລີ້ມຂຶ້ນ ພາຍໃນສອງສາມມື້ຂ້າງໜ້ານີ້.

ນອກນັ້ນ ທ່ານຍັງເວົ້າວ່າ ກຸ່ມນາໆຊາດສະໜັບສະໜຸນຊີເຣຍ ຊຶ່ງໄດ້ໃຫ້ການສະໜັບສະ ໜຸນຕໍ່ແຜນການດັ່ງກ່າວຂອງອົງການສະຫະປະຊາຊາດ​ມີແຜນການທີ່ຈະປະຊຸມກັນອີກ ໃນວັນທີ​ 11 ກຸມພານີ້.

ທ່ານແຄຣີ ຢ້ຽມຢາມພະທາດຫຼວງ
ທ່ານແຄຣີ ຢ້ຽມຢາມພະທາດຫຼວງ

ກ່ອນການພົບປະກັບທ່ານທອງສິງນັ້ນ ທ່ານ Kerry ໄດ້ໄປຢ້ຽມຊົມພະທາດຫຼວງ ຊຶ່ງເປັນ ສະຖານທີ່ສຳຄັນສຸດທາງພຸດທະສາສະໜາຂອງລາວ​ທີ່ເຊື່ອກັນວ່າເປັນບ່ອນປະດິສຖານ ກະດູກຫົວເນົາຂອງພະພຸດທະເຈົ້າ.

ລາວຫາກໍເຂົ້າຮັບຕຳແໜ່ງປະທານສະມາຄົມອາຊ່ຽນ.​ ກອງປະຊຸມສຸດຍອດອາຊ່ຽນທີ່ສະ ຫະລັດຈະເປັນເຈົ້າພາບຄັ້ງຈະມານີ້​ ຍັງຈະເປັນຈຸດເພັ່ງເລັງທີ່ສຳຄັນສຳລັບ ທ່ານ Kerry ໃນ ບ່ອນຢຸດແວ່ບ່ອນຕໍ່ໄປ ຂອງທ່ານຄືປະເທດກຳປູເຈຍ ຊຶ່ງເປັນສະມາຊິກ ອີກປະເທດ ນຶ່ງຂອງອາຊ່ຽນ.

ນອກນັ້ນແລ້ວ ໃນທ້າຍປີນີ້ ປະກໍຈະເດີນທາງມາຢ້ຽມຢາມລາວ​ເພື່ອເຂົ້າຮ່ວມກອງປະຊຸມ ສຸດຍອດອາຊ່ຽນ ຊຶ່ງຈະເປັນການຢ້ຽມຢາມລາວເທື່ອທຳອິດ ຂອງປະທານາທິບໍດີສະຫະ ລັດ. ທ່ານ Kerry ຍັງຈະຢຸດແວ່ ທີ່ນະຄອນຫຼວງປັກກິ່ງ ​ໃນການຢ້ຽມຢາມຄັ້ງນີ້​ ຊຶ່ງມີຂຶ້ນ ຫຼັງຈາກເກົາຫລີເໜືອໄດ້ຮັບການປະນາມຈາກນາໆຊາດໃນເດືອນນີ້ ຍ້ອນການທົດລອງ ໃນອັນທີ່ເກົາຫລີເໜືອເອີ້ນວ່າ ອາວຸດນິວເຄລຍເປັນເທື່ອທີສີ່ນັບແຕ່ປີ​ 2006​ ເປັນຕົ້ນມາ.

ທ່ານ Scott Snyder ນັກວິເຄາະ ທີ່ສະພາຄວາມສຳພັນຕ່າງປະເທດ ກ່າວວ່າ ໃນວິທີທີ່ ຂ້ອນຂ້າງແປກ ທຸກໆເທື່ອທີ່ເກົາຫລີເໜືອທົດລອງນິວເຄລຍ​ ມັນແມ່ນໂອກາດສຳລັບສະ ຫະລັດທີ່ພະຍາຍາມຈະຊັກຊວນໃຫ້ຈີນ ໃຫ້ການຮ່ວມມືຫຼາຍຂຶ້ນເພື່ອລົງໂທດຕໍ່ເກົາຫລີ
ເໜືອ.

ສະຫະລັດໄດ້ກົດດັນຈີນ​ ຊຶ່ງເປັນເສັ້ນຊີວິດທາງດ້ານເສດຖະກິດຂອງເກົາຫຼີເໜືອນັ້ນໃຫ້
ໃຊ້ອິດທິພົນຂອງຕົນຮຽກຮ້ອງໃຫ້ພຽງຢາງຢຸດເຊົາໃນອັນທີ່ພວກຜູ້ນຳຂອງໂລກເຫັນວ່າ
ເປັນການທ້າທາຍ. ນອກນັ້ນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຊຶ່ງຮວມທັງ
ຈີນກຳລັງພິຈາລະນາ​ທີ່ຈະທຳການລົງໂທດຕໍ່ເກົາຫລີເໜືອ.

ທ່ານ Kerry ກ່າວວ່າ ທ່ານຫວັງວ່າ ຈະໄດ້ມີການໂອ້ລົມແບບໜັກແໜ້ນແລະຈິງຈັງກັບຄູ່
ຕຳແໜ່ງຝ່າຍຈີນຂອງທ່ານ ກ່ຽວກັບບັນຫາດັ່ງກ່າວນີ້.

ນຶ່ງໃນບັນຫາທີ່ຈິງຈັງທີ່ສຸດຂອງໂລກໃນທຸກມື້ນີ້ ຊຶ່ງຈະແຈ້ງເປັນເລື້ອງທີ່ຂາດການໄຕ່ຕອງ ແລະເປັນອັນຕະລາຍທີ່ກາຍເປັນການຂົ່ມຂູ່ທາງດ້ານຄວາມປອດໄພ ຢູ່ໃນມືຂອງບາງຄົນ
ທີ່ຍັງເປັນຄຳຖາມເມື່ອເວົ້າເຖິງເລື້ອງການຕັດສິນໃຈ.

ນອກນນັ້ນ ສະຫະລັດຍັງຮຽກຮ້ອງໃຫ້ຈິີ ນແລະບັນດາປະເທດເພື່ອນບ້ານ ຊອກຫາຊ່ອງ ທາງແກ້ໄຂຢ່າງສັນຕິຕໍ່ບັນຫາຂັດແຍ້ງໃນທະເລຈີນໃຕ້​.

ໃນຕົ້ນເດືອນນີ້ ຄວາມເຄັ່ງຕຶງຢູ່ໃນຂົງເຂດໄດ້ລະເບີດຂຶ້ນເວລາຈີນໄດ້ທົດລອງທາງແລ່ນ ຢູ່ ເທິງເກາະດອນທຽມເກາະນຶ່ງຂອງຕົນໃນເຂດດັ່ງກ່າວ. ຈີນແລະປະເທດອື່ນໆຢູ່ໃນຂົງ ເຂດ ຮວມທັງໄຕ້ຫວັນ ຫວຽດນາມ ແລະຟີລິບປິນ​ໄດ້ອ້າງກຳມະສິດກວມກັນ ຢູ່ໃນທະເລ ຈີນໃຕ້.

ເອເຊຍ ແມ່ນຂົງເຂດທີສອງ ໃນການຢ້ຽມຢາມຫ້າປະເທດ ຂອງທ່ານ Kerry ທີ່ຮວມທັງ ການ ຢຸດແວ່ຢູ່ສະວິດເຊີແລນ ແລະຊາອຸດີ ອາຣາເບຍ.

XS
SM
MD
LG