ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ທ່ານແຄຣີ ຮູ້ສຶກ 'ປະທັບໃຈ ຢ່າງເລິກເຊິ່ງ' ໂດຍອານຸສາວະລີ Hiroshima

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງຊ້າຍ, ໂອບອ້ອມ ລັດຖະມົນຕີຕ່າງປະເທດຂອງຍີ່ປຸ່ນ ທ່ານ Fumio Kishida, ກາງຂວາ, ຫຼັງຈາກທີ່ພວກເພິ່ນ ພ້ອມດ້ວຍຄູ່ຕຳແໜ່ງ ຈາກກຸ່ມປະເທດ G7 ວາງພວງມາລາ ຕໍ່ໜ້າ ສວນອານຸສາວະລີ ສັນຕິພາບ ຮີໂຣຊີມາ ໃນນະຄອນ Hiroshima, ຢູ່ທາງພາກຕາເວັນຕົກ ຂອງຍີ່ປຸ່ນ.

ທ່ານຈອນ ແຄຣີ ກ່າວວ່າ ທ່ານ ມີຄວາມຮູ້ສຶກ “ປະທັບໃຈ ຢ່າງເລິກເຊິ່ງ” ແລະ “ເປັນກຽດ” ທີ່ເປັນລັດຖະມົນຕີ່ຕ່າງປະເທດ ສະຫະລັດ ຄົນທຳອິດ ທີ່ໄດ້ຢ້ຽມຢາມ ນະຄອນ Hiroshima ຂອງຍີ່ປຸ່ນ ອັນເປັນເມືອງທີ່ໄດ້ຖືກທຳລາຍ ຫຼັງຈາກສະຫະລັດ ໄດ້ຖິ້ມລະເບີດປະລະມະນູໃສ່ ເມື່ອໃກ້ຕອນສຸດທ້າຍຂອງສົງຄາມໂລກຄັ້ງທີ 2.

ທ່ານແຄຣີ ແລະ ບັນດາລັດຖະມົນຕີຕ່າງປະເທດ ຈາກ G7 ທ່ຽວຊົມ ພື້ນທີ່ຂອງສວນອານຸສາວະລີ ສັນຕິພາບ ຮີໂຣຊີມາ, ວັນທີ 11 ເມສາ 2016. (P. Dockins/VOA)
ທ່ານແຄຣີ ແລະ ບັນດາລັດຖະມົນຕີຕ່າງປະເທດ ຈາກ G7 ທ່ຽວຊົມ ພື້ນທີ່ຂອງສວນອານຸສາວະລີ ສັນຕິພາບ ຮີໂຣຊີມາ, ວັນທີ 11 ເມສາ 2016. (P. Dockins/VOA)

ທ່ານແຄຣີ ໄດ້ໃຫ້ຄຳເຫັນດັ່ງກ່າວ ໃນຕອນທ້າຍຂອງການພົບປະກັບ ບັນດາລັດຖະມົນຕີ ຕ່າງປະເທດ ຂອງກຸ່ມ 7 ປະເທດທີ່ພັດທະນາແລ້ວ ຫຼື G7 ໄລຍະສອງມື້ ທີ່ປະກອບດ້ວຍ ການທ່ຽວຊົມ ອະນຸສາວະລີ ສຳລັບພວກເຄາະຮ້າຍ ຈາກສົງຄາມໂລກຄັ້ງທີ 2 ໃນນະຄອນ Hiroshima.

ທ່ານກ່າວວ່າ “ມັນເປັນການວາງສະແດງທີ່ສະເທືອນໃຈ” ຫຼັງຈາກທີ່ໄດ້ໄປຢ້ຽມຊົມ ສວນອະນຸສາວະລີ ສັນຕິພາບ Hiroshima. ທ່ານກ່າວຕື່ມວ່າ “ມັນເປັນການວາງ ສະແດງທີ່ເຮັດໃຫ້ໃສ້ບິດ. ມັນຈ່ອງດຶງເອົາຄວາມຮູ້ສຶກຂອງການເປັນມະນຸດ.”

ທ່ານແຄຣີໄດ້ຖືກຖາມວ່າ ປະທານາທິບໍດີ ໂອບາມາ ຈະໄປຢ້ຽມຢາມ Hiroshima ຫຼືບໍ່ ໃນເວລາທ່ານໄປຮ່ວມກອງປະຊຸມສຸດຍອດ ຜູ້ນຳ ກຸ່ມ G7 ຢູ່ທີ່ຍີ່ປຸ່ນ ໃນເດືອນພຶດສະພາ, ທ່ານແຄ່ຣີ ຕອບວ່າ ທ່ານຫວັງວ່າ ມື້ໜຶ່ງ ປະທານາທິບໍດີ ຂອງສະຫະລັດ ຈະລວມຢູ່ໃນ ບັນດາຄົນຜູ້ທີ່ໄດ້ໄປຢ້ຽມຢາມເມືອງດັ່ງກ່າວ.

ພວກເດັກນັກຮຽນ ຍີ່ປຸ່ນ ໂບກທຸງຊາດຕ່າງໆ ໃນຂະນະທີ່ ທ່ານ ແຄຣີ ແລະ ແຂກຜູ້ມີກຽດ ທ່ານອື່ນໆ ທ່ຽວຊົມ ສວນອານຸສາວະລີ Hiroshima, ວັນທີ 11 ເມສາ 2016. (P. Dockins/VOA)
ພວກເດັກນັກຮຽນ ຍີ່ປຸ່ນ ໂບກທຸງຊາດຕ່າງໆ ໃນຂະນະທີ່ ທ່ານ ແຄຣີ ແລະ ແຂກຜູ້ມີກຽດ ທ່ານອື່ນໆ ທ່ຽວຊົມ ສວນອານຸສາວະລີ Hiroshima, ວັນທີ 11 ເມສາ 2016. (P. Dockins/VOA)

ທ່ານໄດ້ກ່າວຕື່ມວ່າ ທ່ານໂອບາມາ ໄດ້ສະແດງຄວາມສົນໃຈ ທີ່ຈະໄປຢ້ຽມຢາມ ແຕ່ບໍ່ ຮູ້ຈັກວ່າ ຕາຕະລາງຂອງປະທານາທິບໍດີ ຈະມີກຳນົດໃຫ້ທ່ານໄປໄດ້ ໃນລະຫວ່າງການ ເດີນທາງມາຍີ່ີປຸ່ນນີ້.

ຫົວຂໍ້ທີ່ກວມລວມເອົາໝົດທຸກເລື້ອງ ໃນລະຫວ່າງ ວາລະການປະຊຸມ ກໍແມ່ນ ເລື້ອງການ ຫ້າມເຜີຍແພ່ນິວເຄຼຍ ແລະ ການປົດອາວຸດ ນິວເຄລຍ.

ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ທ່ານ Fumio Kishida ໄດ້ຖືກຖາມກ່ຽວກັບ ຄຳເຫັນ ຕ່າງໆໂດຍ ຜູ້ສະໝັກ ສັງກັດພັກຣີພັບບລີກັນ ທ່ານ Donald Trump ເມື່ອບໍ່ດົນມານີ້ ຜູ້ທີ່ ໄດ້ສະເໜີແນະວ່າ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຄວນມີອາວຸດນິວເຄລຍ ເພື່ອຫລຸດຜ່ອນ ການເພິ່ງພາອາໄສ ສະຫະລັດ ໃຫ້ປົກປ້ອງພວກຕົນ.

ທ່ານ Kishida ກ່າວວ່າ “ສຳລັບພວກເຮົາ ພວກອາວຸດນິວເຄລຍ ແມ່ນບໍ່ຄິດວ່າ ຈະ ເປັນໄປໄດ້ ຢ່າງແນ່ນອນ.”

ສວນອະນຸສາວະລີ ສັນຕິພາບ ຮີໂຣຊີມາ
ສວນອະນຸສາວະລີ ສັນຕິພາບ ຮີໂຣຊີມາ

US Japan Kerry
please wait
Embed

No media source currently available

0:00 0:01:01 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG