ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານຄາເຕີ ໄປຢ້ຽມຢາມ ອັຟການິສຖານ ແບບ ບໍ່ປະກາດລ່ວງໜ້າ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ash Carter (ຂວາ) ກວດແຖວທະຫານ ກອງກຽດຕິຍົດ ທີ່ກະຊວງປ້ອງກັນປະເທດຍີ່ປຸ່ນ. (7 ທັນວາ 2016)​
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ash Carter (ຂວາ) ກວດແຖວທະຫານ ກອງກຽດຕິຍົດ ທີ່ກະຊວງປ້ອງກັນປະເທດຍີ່ປຸ່ນ. (7 ທັນວາ 2016)​

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ​ເດີນທາງໄປ​ເຖິງ​ອັຟ ກາ​ນິສຖານ​ໃນ​ວັນ​ສຸກ​ມື້ນີ້ ​ເພື່ອ​ທຳ​ການ​ຢ້ຽມຢາມ​ແລະ​ຂອບ​ໃຈ​ພວກ ທະຫານ​ອ​າ​ເມຣິກັນ ທີ່​ໄດ້​ຮັບ​ໃຊ້​ປະ​ເທດ​ຊາດ ​ເນື່ອງ​ໃນ​ໂອກາດ​ວັນ​ພັກ​ສະຫຼອງບຸນຄຣິສມາສ​ແລະ​ປີ​ໃໝ່.

ມີ​ກຳນົດ​ວ່າ ທ່ານ Carter ​ຈະ​ໄດ້​ຮັບ​ຟັງ​ລາຍ​ງານ​ຫຼ້າ​ສຸດ ​ໃນ​ການ​ດຳ​ເນີນ​ຄວາມພະຍາ ຍາມ​ຂອງ​ອົງການ​ເນ​ໂຕ້​ແລະ​ສະຫະລັດເພື່ອ​ສະໜັບສະໜຸນ​ກຳລັງ​ຮັກສາຄວາມສຫງົບ​ອັຟກາ​ນິສຖານ​ແລະ​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ອັຟການິສຖານຮວມທັງ​ປະ ທານາທິບໍດີ​ Ashraf Ghani ນຳ​ດ້ວຍ.

ນອກຈາກ​ການ​ພົບ​ປະຫຼາຍໆ​ຄັ້ງກັບ​ພວກ​ທະຫານ​ສະຫະລັດ​ທີ່​ປະຕິບັດ​ໜ້າ​ທີ່ຢູ່​ໃນ​ອັຟກາ​ນິສຖານແລ້ວ ​ການ​ພົບ​ປະ​ກັບ​ນາຍ​ພົນ John Nicholson ຜູ້​ບັນຊາ​ການກອງ​ກຳລັງ​ ໃຫ້​ຄວາມ​ສະໜັບສະໜຸນ​ຂອງອົງການ​ເນ​ໂຕ້​ແລະ​ສະຫະລັດໃນ​ອັຟກາ​ນິສຖານ​ແລະ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ອື່ນໆ ທ່ານ Carter ຍັງ​ຈະ​ໄດ້​ຟັງ​ ການຊັ່ງຊາ​ຕີ​ລາຄາ ​ກ່ຽວ​ກັບ ​ສະຖານະ​ການ ​ດ້ານ​ຄວາມ​ປອດ​ໄພ​ແລະ​ການ​ດຳ​ເນີນຄວາມ​ພະຍາຍາມຂອງ​ນາໆ​ຊາດ​ເພື່ອ​ຊ່ອຍ​ລັດຖະ ບານ​ອັຟກາ​ນິສຖານ ປັບປຸງການ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ພ້ອມ​ນີ້ ທ່ານ Carter ຍັງ​ຈະ​ໄດ້​ຮັບ​ຟັງ ລາຍ​ງານ​ຫຼ້າ​ສຸດ ກ່ຽວກັບຄວາມ​ສຳ​ເລັດ​ໃນ​ການ ດຳ​ເນີນ​ຄວາມ​ພະຍາຍາມຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ ​ແລະ​ກຸ່ມ​ລັດອິສລາມ ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

​ໃນ​ການ​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ ຂອງ​ອັຟກາ​ນິສຖານ​ນັ້ນ ​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ Carter ​ຈະ​ໄດ້​ຫາລື​ກ່ຽວ​ກັບ​ສະມັດຖະພາບ​ທີ່​ມີ​ເພີ້ມຂຶ້ນ ​ແລະຄວາມ​ສາມາດ​ໃນ​ການ​ປັບ​ໂຕ​ຂອງ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ອັຟກາ​ນິສຖານໃນ​ໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້. ນອກ​ນັ້ນທ່ານ​ຍັງ​ຈະ​ໄດ້​ຫາລືກ່ຽວ​ກັບຄວາມ​ພະຍາຍາມ​ເພື່ອ​ສືບ​ຕໍ່​ເສີມ​ສ້າງ​ຄວາມ​ສາມາດ​ໃຫ້​ແກ່​ອັຟກາ​ນິສຖານ​ຮວມທັງ​ໃນ​ດ້ານ​ກອງທັບ​ອາກາດ​ນຳ​ດ້ວຍ.

ທ່ານ Carter ພວມ​ຢູ່​ໃນ​ລະຫວ່າງ​ການ​ເດີນທາງອ້ອມ​ໂລກເພື່ອ​ຂອບ​ໃຈພວກທະຫານ ​ທີ່ປະຈຳການ​ຢູ່​ໃນ​ຕ່າງປະ​ເທດ ​ໃນ​ການ​ຮັບ​ໃຊ້ຊາດ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ພົບ​ປະ​ກັບ​ຄູ່​ຮ່ວມ​ງານ​ທີ່​ສຳຄັນໆ​ໃນ​ພາກພື້ນ​ແລະ​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ບູລິ​ມະ​ສິດຂອງ​ສະຫະ ລັດ ຮວມທັງສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນໃໝ່​ໄປ​ສູ່​ເຂດ​ເອ​ເຊຍປາຊີ​ຟິກ ​ແລະໄດ້​ຮັບ​ໄຊຊະນະ​ຢ່າງ​ເປັນ​ການ​ຖາວອນ​ຕໍ່​ກຸ່ມ​ລັດ​ອິສລາມ.

ການ​ເດີນທາງ​ໃນ​ຄັ້ງນີ້ ​ແມ່ນ​ຮວມທັງ​ການ​ຢຸດ​ແວ່​ຢ້ຽມຢາມ​ປະ​ເທດ​ຍີ່ປຸ່ນ ທີ່​ເປັນພັນທະ​ມິດ​ຂອງ​ສະຫະລັດແລະ​ອິນ​ເດຍ ຊຶ່ງ​ເປັນ​ປະ​ເທດ​ພາຄີ​ທີ່​ສຳຄັນ. ນອກນັ້ນທ່ານ Carter ຍັງ​ມີ​ແຜນການ​ທີ່​ຈະ​ຢ້ຽມຢາມ​ບາຫ໌​ເຣນ, ອິສຣາ​ແອ​ລ, ອີ​ຕາລີ​ ແລະ​ອັງກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG