ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ທ່ານ Carter ຮຽກຮ້ອງໃຫ້ ຍັບຢັ້ງຄວາມເຄັ່ງຕຶງ ໃນທະເລຈີນໃຕ້


Secretary Carter Urges Restraint in South China Sea
please wait

No media source currently available

0:00 0:01:46 0:00

ເບິ່ງວີດີໂອ ລາຍງານນີ້

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ashton Carter
ໄດ້​ເຜີຍໃຫ້ເຫັນ​ຄວາມໝັ້ນໝາຍຂອງສະຫະລັດກ່ຽວກັບ​ຄວາມ
​ປອດ​ໄພ ຂອງ​ຍີ່ປຸ່ນ ​ໃນ​ວັນ​ພຸດ​ອາທິດແລ້ວນີ້ ໂດຍຮຽກຮ້ອງ​ໃຫ້
ໃຊ້ຄວາມ​ຍັບ​ຢັ້ງ​ໃນການຂັດ​ແຍ້​ງ​ກ່ຽວ​ກັບເລື້ອງເຂດ​ນໍ້າ​ແດນ​ດິນ
ລ​ະຫວ່າງຍີ່ປຸນແລະ​ຈີນ. ການໃຫ້ຄວາມເຫັນຂອງລັດຖະມົນ​ຕີ
ປ້ອງກັນປະເທດສະຫະລັດ ​ໄດ້​ມີ​ຂື້ນ​ໃນ​ຂະນະ​ທີ່​ທ່ານ​ເລີ້​ມການ
ຢ້ຽມ​ຢາ​ມ​ເອ​ເຊຍເທື່ອທຳອິດ ທີ່​ນະຄອນ ໂຕ​ກຽວ​. ນັກ​ຂ່າວ
ວີ​ໂອ​ເອ Carla Babb ມີລາຍ​ງານເລື້ອງນີ້ຊຶ່ງ ​ກິ່ງ​ສະຫ​ວັນ
ຈະ​ນຳມາສະ​ເໜີ​ທ່ານ.

ບັນຫາຂັດແຍ້ງລະຫວ່າງຈີນກັບ​ຍີ່ປຸ່ນ ກ່ຽວ​ກັບ​ໝູ່​ເກາະ ​ທີ່ຍີ່ປຸ່ນ
ຄວບຄຸ​ມຢູ່ ​ທະ​ເລ​ຈີນຕາ​ເວັນ​ອອກ​ ​ແລະ​ການ​ປະຕິບັດ​ງານ​ທີ່
ເປັນບັນ​ໂຕ້ແ​ຍ້ງ​ຂອງຈີນ ໃນທະ​ເລ​ຈີນໃຕ້ ແມ່ນ​ເປັນ​ສາກຫຼັງ ​
ໃນການເຈລະຈາຫາລືຂອງລັດຖະມົນຕີປ້ອງກັນ​ປະ​ເທດສະຫະລັດ ທ່ານ Ashton
Carter ກັບລັດຖະມົນຕີ ປ້ອງ​ກັນ​ປະ​ເທດຍີ່​ປຸ່ນ.

ທ່ານ Carter ກ່າວ​ວ່າ “ດັ່ງ​ທີ່​ພວກເຮົາ​ມັກເວົ້າ​ຢູ່ເລື້ອຍໆ ແມ່ນວ່າເພວກ​ເຮົາ​ບໍ່
ອົາທ່າທີ ໃນບັນຫາຂັດ​ແຍ້​ງ​ໃດໆ​ກ່ຽວ​ກັບ​ເລື້ອງເຂດ​ນໍ້າ​ແດນ​ດິນ. ພວກ​ເຮົາ
ແມ່ນເອົາທ່າທີຢ່າງແຂງຂັນ ຕໍ່ການເຮັດໃຫ້ບັນຫາຂັດແຍ້ງ ເຫຼົ່ານີ້ກາຍເປັນ
ການຂັດແຍ້ງ
ທາງທະຫານ.”

ການພົບປະຂອງທ່ານ Carter ​ກັບລັດຖະມົນຕີປ້ອງ​ກັນ​ປະ​ເທດຍີ່ປຸ່ນ ນາຍ​ພົນ
Nakatani ແມ່ນເປັນການ​ຢືນຢັນອີກຄັ້ງນຶ່ງ ຕໍ່ການສ້າງຄວາມ​ກຳ້​ເກິ່ງ​ຄືນໃໝ່ຂອງ ສະຫະລັດ ​ໄປຍັງເຂດ​ເອ​ເຊຍ-​ປາຊິ​ຟິກ ທີ່​ພົວພັນກັບ ການຫັນອິດທິພົນ​ທາງດ້ານ
ການ​ເມືອງ​ ແລະທາງ​ທະຫານຫລາຍຂຶ້ນໄປ ຍັງ​ຂົງ​ເຂດ​ທີ່ກຳລັງ​ເຕີບ​ໂຕໄວ​ຂື້ນນັບມື້ນັ້ນ.

ມັນ​ເປັນ​ການ​ຫັນປ່ຽນ​ ທີ່ຜູ້ຊ່ຽວຊານກ່ຽວກັບຍີ່ປຸ່ນ ທ່ານ​ນາງ Sheila Smith ກ່າວ​ວ່າ
ມັນ​ເປັນ​ສິ່ງ​ສຳ​ຄັນ​ຫລາຍ.

ທ່ານ​ນາງ Sheila ກ່າວ​ວ່າ “ພວກ​ເຮົາ​ ແມ່ນມາເຖິງຈຸດທີ່​ມີຄວາມສຳຄັນເປັນ
ພິເສດຂ້າພະ​ເຈົ້າ​ ຄິດ​ວ່າ ຢູ່​ໃນເຂດ​ເອ​ເຊຍ-ປາຊິ​ຟິກ. ​ແລະ​ທຸກ​ຄົນ​
ພາກັນ​ເບິ່ງ
​ຂ້າມມະຫາສະມຸດ​ປາຊິຟິກ ​ແລະ​ເຂົາ​ເຈົ້າ​ມອງເຫັນ ການມີອິດທິພົນເພີ້ມຂຶ້ນ
ຂອງຈີນໃໝ່."

ການ​ໃຊ້​ຈ່າຍໃນດ້ານປ້ອງ​ກັນ​ປະ​ເທດຈີນ ​ໄດ້​ເພີ້​ມຂື້ນ​ຫລາຍກວ່າສິບເປີເຊັນຕິດ​ຕໍ່​ກັນ
ຫ້າປີ. ສະຫະລັດພວມສ້າງແຮງຖ່ວງ ຫຼືຄວາມກ້ຳເກິ່ງ ຄືນໃໝ່​ ຕໍ່ການມີອິດທິພົນເພີ້ມຂຶ້ນ
ດັ່ງກ່າວ ໂດຍການເສີມຂະຫຍາຍ ພັນທະ​ມິດ​ຢູ່​ໃນ​ຂົງ​ເຂດ ​ແຕ່ກ່າວ​ວ່າ ຕົນບໍ່​ຕ້ອງການ​ປິດລ້ອມ​ຈີນ.

ການ​ພົບ​ປະ​ຂອງ​ທ່ານ Carter ທີ່​ນະຄອນ​ໂຕກຽວ ​ແມ່ນ​ແນໃສ່ເພື່ອ ເສີມຄວາມເຂັ້ມ
ແຂງໃຫ້ແກ່ນະໂຍບາຍໃໝ່ຂອງຍີ່ປຸ່ນ ກ່ຽວກັບການ ຮ່ວມມືໃນດ້ານປ້ອງ​ກັນປະເທດ
ກັບສະຫະລັດ.

ທ່ານ​ນາງ Sheila ກ່າວ​ວ່າ “ຂ້າພະ​ເຈົ້າ​ ຄິດ​ວ່າ ນະໂຍບາຍນີ້ ຈະ​ເປັນ​ທີ່​ໄດ້​ຜົນ
​ທີ່​ສຸດໃນການ​ເຮັດ​ໃຫ້​ເປັນທີ່ແນ່ນອນ​ວ່າ ບໍ່​ມີໃຜ​ຄາດ​ຄະ​ເນ​ຜິດ​ໃນ​ຄວາມ​ສຳຄັນ​ຂອງການເປັນ​ພັນທະ​ມິດ​ນີ້ສຳລັບທັງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ.”

ຢູ່​ທີ່​ປະ​ເທດ​ຈີນ ສື່​ມວນ​ຊົນ​ທີ່​ສະໜັບ​ສະ​ໜູນ​ໂດ​ຍລັດຖະບານອ້າງ​ວ່າ ຍີ່​ປຸ່ນ ກຳລັງໃຊ້
ສະຫະລັດ ​ໃຫ້ເພິ່ງພາ​ອາ​ໄສຫຼາຍຂຶ້ນຕໍ່ພັນ​ທະ​ມິດ ໃນເຂດເອເຊຍຂອງຕົນ ​ເພື່ອເຮັດ
ໃຫ້ຄວາມ​ເຄັ່ງ​ຕຶງຟົດເດືອດຂຶ້ນກ່ຽວ ກັບບັນຫາປະຫວັດສາດ ​ແລະເຂດ​ນໍ້າ ແດນ​ດິນ.

ບັນດາ​ເຈົ້າ​ໜ້າ​ທີ່ຈະທົບທວນຂັ້ນສຸດທ້າຍກ່ຽວກັບນະໂຍບາຍຂອງ​ຍີ່ປຸ່ນ ​ໃນ​ທ້າຍ​ເດືອນ​
ນີ້ ​ເວລາ​ນາຍົກລັດຖະມົນຕີ Shinto Abe ຢ້ຽມຢາມ ປະທານາທິບໍດີ Barack Obama
ທີ່​ນະຄອນຫລວງວໍ​ຊິງ​ຕັນ. ນອກ ນັ້ນ ຍັງຈະຮວມທັງ​ການ​ຮ່​ວມມືສະບັບໃໝ່ໃນດ້ານ​
ຄວາມ​ປອດ​ໄພກ່ຽວ​ກັບ​ທາງອິນ​ເຕີ​ແນັດ ​ແລະ​ໃນດ້ານອາ​ວະ​ກາດ ​ຕະຫລອດທັງເພີ້​ມ
ການ​ປະສານ​ງານ​ທາງ​ດ້ານທະຫານນຳດ້ວຍ.

XS
SM
MD
LG