ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊັບສິນລັບຂອງບັນດາບຸກຄົນ ທີ່ມີຊື່ສຽງລະດັບໂລກ ໄດ້ຖືກເປີດເຜີຍ ໃນ 'ເອກະສານ ແພນໂດຣາ' ທີ່ຮົ່ວໄຫຼ


This photograph illustration shows the logo of Pandora Papers, in Lavau-sur-Loire, western France, on October 4, 2021.
This photograph illustration shows the logo of Pandora Papers, in Lavau-sur-Loire, western France, on October 4, 2021.

ບັນດາຜູ້ນຳ ນັກການເມືອງ ແລະດາຣານັກຮ້ອງເພງປ໊ອບຂອງໂລກ ແມ່ນລວມຢູ່ໃນບຸກຄົນຫຼາຍພັນຄົນທີ່ໄດ້ຖືກເຜີຍແບວ່າ ປົກປິດຊັບສິນຫຼວງຫຼາຍໂດຍຜ່ານເຄືອຂ່າຍບັນດາບໍລິສັດນິລະນາມ.

ເອກະສານຫຼາຍສະບັບ ທີ່ຮູ້ຈັກໃນຊື່ ເອກະສານ ແພນໂດຣາ (Pandora Paper) ແລະໄດ້ຖືກພິມອອກເຜີຍແຜ່ໃນວັນອາທິດຜ່ານມານີ້ ເປັນສ່ວນນຶ່ງໃນການຮົ່ວໄຫລຂອງສຳນວນ 12 ລ້ານສະບັບຈາກສະຖານທີ່ສະສົມເອກະສານຂອງບັນ ດາບໍລິສັດດ້ານກົດໝາຍຫຼາຍແຫ່ງ ຊຶ່ງໄດ້ເປີດເຜີຍໃຫ້ເຫັນກ່ຽວກັບການເງິນຢູ່ນອກປະເທດທີ່ລຶກລັບລະດັບໂລກ. ພວກເອກະສານດັ່ງກ່າວໄດ້ຖືກວິເຄາະໂດຍທີມງານຂອງບັນດານັກຂ່າວຫຼາຍກວ່າ 600 ຄົນ.

ໃນບັນດາການເປີດເຜີຍທີ່ໜ້າອັດສະຈັນທີ່ສຸດພາຍໃນເອກະສານແພນໂດຣານັ້ນ ແມ່ນຊັບສິນ ຂອງທ່ານອີລຮາມ ອາລີເຢບ ປະທານາທິບໍດີຂອງອາເຈີບາຍຈານ ແລະຄອບຄົວຂອງທ່ານ ທີ່ໄດ້ເຊື່ອງໄວ້. ການຮົ່ວໄຫລທັງຫຼາຍ ໄດ້ສະແດງໃຫ້ເຫັນວ່າ ຄອບຄົວອາລີເຢບ ແລະພັກພວກຂອງເຂົາເຈົ້າ ໄດ້ຊື້ຂາຍອະສັງຫາລິມະຊັບໃນອັງກິດມູນຄ່າ 544 ລ້ານໂດລາ ຕະຫຼອດໄລຍະ 15 ປີ ຜ່ານມາ.

“ນັບຕັ້ງແຕ່ຄອບຄົວນີ້ໄດ້ເຂົ້າກໍາອໍານາດໃນປີ 1993 ພວກເຂົາໄດ້ເຂົ້າຄວບຄຸມບັນດາອຸດສາຫະກຳ ແລະແຫລ່ງຊັບພະຍາກອນທຳມະຊາດທີ່ສຳຄັນ ຂອງປະ ເທດ ແລະນຳໃຊ້ມັນເພື່ອສ້າງຄວາມຮັ່ງມີ” ນັ້ນແມ່ນຄຳເວົ້າ ຂອງທ່ານນາງເຣໂຊລ ເດວີສ໌ ເທກາ (Rachel Davies Teka) ຫົວໜ້າກຸ່ມນັກເຄື່ອນໄຫວຕໍ່ ຕ້ານການສໍ້ລາດບັງຫຼວງແລະປຸກລະດົມເພື່ອຄວາມໂປ່ງໃສສາກົນຂອງອັງກິດ. ທ່ານນາງກ່າວຕໍ່ວີໂອເອວ່າ “ແລະອັນນີ້ແມ່ນໄດ້ຖືກດຳເນີນໄປໂດຍທີ່ປະຊາຊົນແລະປະເທດຊາດໄດ້ຮັບຄວາມເສຍຫາຍ. ມີປະຊາຊົນຫຼາຍໆຄົນຜູ້ທີ່ທຸກຍາກລຳບາກຍ້ອນບັນດາຜູ້ນຳຂອງພວກເຂົາທີ່ໄດ້ເອົາຊັບພະຍາກອນຕ່າງໆ ທີ່ຄວນຈະຖືກແບ່ງປັນພາຍໃນປະເທດແລະປະຊາຊົນພົນລະເມືອງຂອງປະເທດທັງຫຼາຍເຫຼົ່ານັ້ນ.”

ພາບດ້ານນອກຂອງຖະໜົນ ຄອນດຸ້ຍ ລະຫວ່າງເລກທີ 50-60 ທີ່ມີຕຶກຫ້ອງແຖວໃນເຂດເມືອງເມແຟຣ ຂອງນະຄອນຫຼວງລອນດອນ ທີ່ເປັນຊັບສິນເຊື່ອມໂຍງກັບປະທານາທິບໍດີຂອງອາເຈີບາຍຈານ, ວັນຈັນ ທີ 4 ຕຸລາ 2021.
ພາບດ້ານນອກຂອງຖະໜົນ ຄອນດຸ້ຍ ລະຫວ່າງເລກທີ 50-60 ທີ່ມີຕຶກຫ້ອງແຖວໃນເຂດເມືອງເມແຟຣ ຂອງນະຄອນຫຼວງລອນດອນ ທີ່ເປັນຊັບສິນເຊື່ອມໂຍງກັບປະທານາທິບໍດີຂອງອາເຈີບາຍຈານ, ວັນຈັນ ທີ 4 ຕຸລາ 2021.

ເອກະສານທີ່ໄດ້ຮົ່ວໄຫລອອກມາ ສະແດງໃຫ້ເຫັນວ່າ ກະສັດອັບດູລລາ ທີ 2 ຂອງຈໍແດັນ ມີຊັບສິນລັບມະຫາສານຢູ່ໃນສະຫະລັດ ແລະອັງກິດ ມູນຄ່າຫຼາຍກວ່າ 100 ລ້ານໂດລາ ໂດຍນຳໃຊ້ບັນດາບໍລິສັດນິລະນາມຢູ່ນອກປະເທດຕັ້ງຢູ່ທີ່ໝູ່ເກາະເວີຈິນຂອງອັງກິດໃນເຂດທະເລຄາຣີບຽນ. ໃນຖະແຫລງການສະບັບນຶ່ງ ພະຣາຊະວັງຂອງຈໍແດັນ ໄດ້ກ່າວວ່າ ຊັບສິນທັງຫຼາຍຢູ່ຕ່າງປະເທດແມ່ນບໍ່ໄດ້ຖືກເປີດເຜີຍເນື່ອງຈາກເຫດຜົນທາງດ້ານຄວາມໝັ້ນຄົງແລະຄວາມເປັນສ່ວນຕົວ, ໂດຍກ່າວຕື່ມອີກວ່າ ຊັບສິນນັ້ນ ໄດ້ຊື້ມາດ້ວຍຊັບສິນສ່ວນຕົວຂອງກະສັດເອງ.

ກະສັດອັບດູລາ ທີ 2 ຂອງຈໍແດັນ ຊົງກ່າວໃນລະຫວ່າງກອງປະຊຸມກັບບັນດາຜູ້ອະວຸໂສຊົນເຜົ່າ ໃນເມືອງອາລ-ກາສຕາ ທາງພາກໃຕ້ຂອງນະຄອນອຳມານ, ປະເທດຈໍແດັນ, ວັນທີ 4 ຕຸລາ 2021.
ກະສັດອັບດູລາ ທີ 2 ຂອງຈໍແດັນ ຊົງກ່າວໃນລະຫວ່າງກອງປະຊຸມກັບບັນດາຜູ້ອະວຸໂສຊົນເຜົ່າ ໃນເມືອງອາລ-ກາສຕາ ທາງພາກໃຕ້ຂອງນະຄອນອຳມານ, ປະເທດຈໍແດັນ, ວັນທີ 4 ຕຸລາ 2021.

ໃນລະຫວ່າງກອງປະຊຸມກັບບັນດາຜູ້ອະວຸໂສຂອງຊົນເຜົ່າໃນວັນຈັນວານນີ້ ກະ ສັດອັບດູລລາ ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆທີ່ວ່າ ທ່ານໄດ້ພະຍາຍາມປົກປິດຊັບສິນຂອງພະອົງ. ກະສັດອັບດູລລາຊົງກ່າວວ່າ “ໜ້າເສຍດາຍ ທີ່ມີການປຸກ ລະດົມຕໍ່ຕ້ານຈໍແດັນ ຍັງມີພວກຄົນຜູ້ທີ່ຕ້ອງການ ກໍ່ຄວາມບາດໝາງແລະສ້າງຄວາມສົງໄສລະຫວ່າງພວກເຮົາ. ບໍ່ມີຫຍັງເລີຍ ທີ່ຂ້າພະເຈົ້າຈະຕ້ອງໄດ້ເຊື່ອງຈາກຜູ້ໃດທັງນັ້ນ ແຕ່ພວກເຮົາເຂັ້ມແຂງກວ່ານີ້ ແລະອັນນີ້ບໍ່ພຽງແຕ່ເປັນຄັ້ງທຳອິດທີ່ຈໍແດັນຕົກເປັນເປົ້າໝາຍ.”

ສ່ວນຄະນະລັດຖະມົນຕີຂອງປາກິສຖານແລະບັນດາຄອບຄົວຂອງພວກເຂົາເຈົ້າ ລວມທັງບັນດາພັນທະມິດທີ່ໃກ້ຊິດຂອງນາຍົກລັດຖະມົນຕີ ອິມຣານ ຄານ ນັ້ນ ແມ່ນໄດ້ຖືກເປີດເຜີຍວ່າ ເປັນເຈົ້າຂອງບໍລິສັດຫຼາຍແຫ່ງມູນຄ່າຫຼາຍລ້ານໂດລາ. ທ່ານຄານ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະຖືກສືບສວນສອບສວນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

World Leaders' Secret Wealth Revealed in 'Pandora Papers' Leak
please wait

No media source currently available

0:00 0:03:37 0:00

XS
SM
MD
LG